spot_img
Homeຂ່າວຕ່າງປະເທດຝຣັ່ງຕ້ອນຮັບການຢຽມຢາມຂອງຣັສເຊຍຢ່າງສົມກຽດ ພ້ອມຟື້ນຟູຄວາມສຳພັນ

ຝຣັ່ງຕ້ອນຮັບການຢຽມຢາມຂອງຣັສເຊຍຢ່າງສົມກຽດ ພ້ອມຟື້ນຟູຄວາມສຳພັນ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ປາຣີສ ປະເທດ ຝຣັ່ງ ເມື່ອວັນທີ 30 ພຶດສະພາ ນີ້ວ່າ ປະທານາທິບໍດີ ເອມມານູເອລ ມາຄຣົງ ໃຫ້ການຕ້ອນຮັບປະທານາທິບໍດີ ວາລາດິເມຍ ປູຕິນ ຢ່າງສົມກຽດ ທີ່ພຣະຣາຊະວັງແວຣ໌ຊາຍສ໌ ໃນນະຄອນຫຼວງ ປາຣີສ ເນື່ອງໃນໂອກາດທີ່ຜູ່ນຳຣັສເຊຍເດີນທາງມາຢຽມຢາມນະຄອນຫຼວງປາຣີສຢ່າງເປັນທາງການ ເມື່ອວັນຈັນ ແລະ ກົງກັບວັນຄົບຮອບ 300 ປີ ການສະເດັດຢຽມຢາມຝຣັ່ງຂອງຊາຣ໌ປີເຕີທີ 1 ມະຫາຣາຊ ຫຼື ຈັກກະພັດດິປິເຕີທີ 1 ແຫ່ງຣັສເຊຍ ນອກຈາກນີ້ ປູຕິນຍັງຖືເປັນຜູ່ນຳລັດຖະບານຕ່າງຊາດຄົນທຳອິດທີ່ເດີນທາງມາຢຽມຢາມນະຄອນຫຼວງປາຣີສຢ່າງເປັນທາງການ ນັບຕັ້ງແຕ່ມາຄຣົງໄດ້ດຳລົງຕຳແໜ່ງເປັນປະທານາທິບໍດີ ເມື່ອວັນທີ 14 ພຶດສະພາ 2016

ທັງນີ້ ຜູ່ນຳທັງສອງປະເທດເປີດເຜີຍຮ່ວມກັນໃນເວລາຕໍ່ມາວ່າ ໄດ້ຫາລືຮ່ວມກັນໃນຫຼາຍຫົວຂໍ້ທີ່ສຳຄັນກ່ຽວກັບສະພາບເຫດການຂອງໂລກ ໂດຍມາຄຣົງສະແດງຄວາມມຸ່ງໝັ້ນໃນການເພີ່ມຄວາມຮ່ວມມືກັບຣັສເຊຍເພື່ອແກ້ໄຂສະພາບເຫດການສົງຄາມກາງເມືອງໃນຊີເຣຍ ທີ່ຍືດເຍື້ອຍາວນານມາກວ່າ 6 ປີແລ້ວ ແລະ ສົ່ງຜົນກະທົບຕໍ່ຄວາມສຳພັນລະຫວ່າງຕະເວັນຕົກກັບ ຣັສເຊຍ ຂະນະດຽວກັນຜູ່ນຳຝຣັ່ງ ຍັງກ່າວສະໜັບສະໜູນຂະບວນການຖ່າຍໂອນອຳນາດທາງການເມືອງຕາມລະບອບປະຊາທິປະໄຕ ເພື່ອປ້ອງກັນບໍ່ໃຫ້ຊີເຣຍຕ້ອງກາຍເປັນລັດທີ່ແຕກແຍກ ແລະ ສະແດງຈຸດຢືນຕໍ່ຕ້ານການໃຊ້ອາວຸດເຄມີໃນຊີເຣຍ.

ດ້ານ ປູຕິນ ກ່າວສະໜັບສະໜູນການຍົກລະດັບຄວາມຮ່ວມມື ແລະ ເພີ່ມຄວາມເປັນເອກະພາບລະຫວ່າງນານາປະເທດ ເພື່ອກໍ່ໃຫ້ເກີດ “ຜົນລັບທາງບວກ” ໃນການຕໍ່ສູ້ກັບກຸ່ມກໍ່ການຮ້າຍໃນຊີເຣຍ ແລະ ການຕໍ່ສູ້ກັບໄພຄຸກຄາມຈາກເລື່ອງດັ່ງກ່າວດ້ວຍການ “ທຳລາຍຄວາມເປັນລັດ” ຂອງລັດໃດລັດໜຶ່ງເປັນເລື່ອງທີ່ເປັນໄປບໍ່ໄດ້ເດັດຂາດ ແລະ ມີທ່າທີເຫັນພ້ອມກັບມາຄຣົງເຖິງຄວາມຈຳເປັນໃນການຟື້ນຟູຄວາມສຳພັນລະຫວ່າງຝຣັ່ງກັບຣັສເຊຍ ເຊິ່ງເປັນປະເທດອາວຸດນິວເຄຣຍໄວ້ໃນຄອບຄອງ ແລະ ເປັນສະມາຊິກຖາວອນຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (ຢູເອັນເອສຊີ)

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...