spot_img
Homeມູມໄອທີລາວຜູ້ໃຊ້ Mac ລະວັງມັລແວຣ໌ທີ່ແຝງຕົວມາໃນ ໂປຣແກຣມ EasyDoc Converter

ຜູ້ໃຊ້ Mac ລະວັງມັລແວຣ໌ທີ່ແຝງຕົວມາໃນ ໂປຣແກຣມ EasyDoc Converter

Published on

   ໜຶ່ງໃນຂໍ້ດີຂອງການເລືອກໃຊ້ MacOS ຄື ມັນມີຄວາມປອດ ໄພສູງ ແລະບໍ່ມີບັນຫາເລື່ອງໄວຣັສ ຫຼື ມັລແວຣ໌ມາກວນໄຈ ແຕ່ເບິ່ງເໝືອນວ່າໃນຕອນນີ້ແຮັກເກີຈະຫາທາງສົ່ງມັລແວຣ໌ມາໂຈມຕີລະບົບການທຳງານ MacOS ໄດ້ສຳເລັດແລ້ວ Bitdefender ໄດ້

ຄົ້ນພົບມັລແວຣ໌ຕົວໃໝ່ທີ່ມີຊື່ວ່າ “Backdoor.MAC.Eleanor” ການທຳງານຂອງມັນຈະເຂົ້າມາສ້າງປະຕູໃຫ້ແຮັກເກີສາມາດເຂົ້າມາຄວບຄຸມການທຳງານຂອງຄອມພິວເຕີໄດ້ຈາກພາຍ ນອກ.

ທາງ Malwarebytes ໄດ້ອະທິບາຍວ່າ ມັລແວຣ໌ຕົວນີ້ຈະຜ່ານ ເຂົ້າລະບົບທາງ MacUpdate ໂດຍບາງຕົວວ່າເປັນໂປຣແກຣມທຳມະ ດາທີ່ບໍ່ມີພິດມີໄພໃນຊື່ EasyDoc Converter ຕົວແອບ ມີຄຳອະ ທິບາຍວ່າ “Fast and simple file converter for OS X” ຫາກ ເຮົາກົດເປີດມັນຂຶ້ນມາແອັບຈະທຳການຕິດຕັ້ງມັລແວຣ໌ Eleanor ລົງໃນເຄື່ອງທັນທີ.

ຫາກເຮົາຕິດຕັ້ງມັລແວຣ໌ຕົວນີ້ແລ້ວກໍເປັນການຍາກທີ່ເຮົາຈະຮູ້ຕົວ ວ່າເຄື່ອງໄດ້ຖຶກໂຈມຕີແລ້ວ ແລະແຮັກເກີຈະສາມາດຄວບຄຸມລະບົບ ພາຍໃນເຄື່ອງຄອມພິວເຕີໄດ້ຢ່າງສົມບູນແບບ ແຮັກເກີສາມາດທີ່ຈະເຂົ້າເຖິງໄຟລ໌ເທິງເຄື່ອງ ຫຼື ກະທັ້ງກູ້ຄືນໄຟລ໌ສ່ວນຕົວທີ່ທ່ານລົບໄປແລ້ວກັບມາໄດ້ ກ່ອນຈະສົ່ງກັບໄປຍັງເຊີບເວີຂອງແຮັກເກີໂດຍທີ່ທ່ານບໍ່ຮູ້ຕົວ ຫຼືຈະປ່ຽນໃຫ້ເຄື່ອງຄອມພີວເຕີຂອງທ່ານເປັນ Botnet ເພື່ອໂຈມຕີເຄື່ອງຄອມພີວເຕີອື່ນກໍບໍ່ແມ່ນເລື່ອງຍາກ.

ໂຊກດີ ຄື ແອບ EasyDoc Converter ນີ້ບໍ່ໄດ້ຮັບການຮອງຮັບ Certificate ຈາກ Apple ຊຶ່ງປົກກະຕິແລ້ວ Mac OS X ຈະບໍ່ໄດ້ຕັ້ງຄ່າໃຫ້ເປີດໃຊ້ງານແອັບທີ່ຍັງບໍ່ Certificate ຢູ່ແລ້ວ.

ຂຽນໂດຍ   ດາວເມືອງພວນ ຂ່າວຈາກ: ເສດຖະກິດ-ສັງຄົມ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...