spot_img
Homeຂ່າວຕ່າງປະເທດຜູ້ນຳຣັດເຊຍ ລົງນາມໃນຮ່າງກົດໝາຍສະບັບສຸດທ້າຍ

ຜູ້ນຳຣັດເຊຍ ລົງນາມໃນຮ່າງກົດໝາຍສະບັບສຸດທ້າຍ

Published on

ທ່ານ ປູຕີນ ປະທານາທິບໍດີຣັດເຊຍ ໄດ້ລົງນາມໃນຮ່າງກົດໝາຍສະບັບສຸດທ້າຍ, ເພື່ອເຮັດໃຫ້ການດຳລົງຕຳແໜ່ງກ່ອນໜ້ານີ້ ບໍ່ຂັດຄ້ອງຕໍ່ຄຸນສົມບັດ ຖ້າຫາກວ່າຈະລົງເລືອກຕັ້ງໃນ 2 ສະໄໝ ຕໍ່ໄປ.

ໃນວັນທີ 5 ເມສາ 2021, ສຳນັກຂ່າວ AFP (AFP) ລາຍງານວ່າ: ທ່ານ ປູຕິນ ປະທານາທິບໍດີຣັດເຊຍ ໄດ້ລົງນາມເພື່ອບັງຄັບໃຊ້ກົດໝາຍສຳລັບການຕໍ່ອາຍຸໃຫ້ຕົນເອງ ສາມາດດຳລົງຕຳແໜ່ງ ປະທານາທິບໍດີ ໄດ້ອີກ 2 ສະໄໝ, ກ່ອນທີ່ວາລະປັດຈຸບັນຈະໝົດລົງໃນ 3 ປີຂ້າງໜ້ານີ້.

ຮ່າງກົດໝາຍດັ່ງກ່າວມີຂື້ນ ຫຼັງຈາກທີ່ຣັດເຊຍເປີດໃຫ້ປະຊາຊົນລົງມະຕິ ໃນທ້າຍເດືອນມິຖຸນາ ຫາ ຕົ້ນເດືອນກໍລະກົດ ປີກາຍນີ້.  ໜຶ່ງໃນນັ້ນ, ແມ່ນຂໍ້ສະເໜີໃຫ້ຕັດຄຳວ່າ “ ຕິດຕໍ່ກັນ” ໃນໝວດທີ່ກ່ຽວຂ້ອງກັບຂໍ້ຈຳກັດ ຂອງວາລະການດຳລົງຕຳແໜ່ງປະທານາທິບໍດີ ອອກໄປ ແລະ ເຮັດໃຫ້ການດຳລົງຕຳແໜ່ງປະທານາທິບໍດີ ຂອງ ທ່ານ ປູຕິນ ກ່ອນໜ້ານີ້ ຖືກເລີ່ມໃໝ່ທັນທີເມື່ອມີການປັບປຸງ.

ຈາກເຫດຜົນເຫຼົ່ານີ້ ເຮັດໃຫ້ການດຳລົງຕຳແໜ່ງ ຂອງ ທ່ານ ປູຕິນ ກ່ອນໜ້ານີ້ ໃນປີ 2000-2008 ແລະ 2012- ປັດຈຸບັນ ຈະບໍ່ໄດ້ຮັບການປະເມີນຜົນ ຖ້າຫາກ ທ່ານ ປູຕິນ ຕັດສິນໃຈລົງສະໝັກຮັບເລືອກຕັ້ງຄັ້ງໜ້າ.

ໝາຍຄວາມວ່າ: ທ່ານ ປູຕິນ ຈະສາມາດລົງເລືອກຕັ້ງ ໄດ້ອີກ 2 ສະໄໝ, 1 ສະໄໝມີອາຍຸການ 6 ປີ, ເຮັດໃຫ້ ທ່ານ ປູຕິນ ໃນອາຍຸ 68 ປີ ມີໂອກາດຈະດຳລົງຕຳແໜ່ງ ຈົນເຖິງ ປີ 2036 ຖ້າຖືກເລືອກຕັ້ງທັງສອງສະໄໝ, ເຊິ່ງຈະເຮັດໃຫ້ລາວສາມາດນຳພາປະເທດໄດ້ຈົນກວ່າຈະຮອດອາຍຸໄດ້ 83 ປີ.

ບົດຄວາມຫຼ້າສຸດ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...

ນໍ້າຖ້ວມຂັງໃນຕົວເມືອງ ນວ ໃນ ໄລຍະລະດູຝົນ ເກີດຈາກຫຼາຍປັດໄຈ

ບັນຫານ້ຳຖ້ວມຂັງໃນຕົວເມືອງ-ຖ້ວມຖະໜົນຫົນທາງ ໃນນະຄອນຫຼວງວຽງຈັນ(ນວ) ໃນລະດູຝົນ ແມ່ນບັນຫາໜຶ່ງທີ່ເກີດຂຶ້ນເປັນປະຈຳທຸກໆປີ, ສ້າງຄວາມຫຍຸ້ງຍາກໃຫ້ແກ່ການດໍາລົງຊີວິດ ແລະ ຊັບສິນຂອງປະຊາຊົນ ເຮັດໃຫ້ການສັນຈອນເດີນທາງໄປມາ ມີຄວາມຫຍຸ້ງຍາກ ແລະ ສ້າງພາບພົດທີ່ບໍ່ດີ ໃຫ້ແກ່ການຈັດຕັ້ງລັດ ແລະ ອື່ນໆ. ທ່ານ...

ຍອດຜູ້ເສຍຊີວິດພຸ່ງຂຶ້ນ 109 ຄົນ ຈາກເຫດການນ້ຳຖ້ວມຮຸນແຮງໃນລັດເທັກຊັດ ສ.ອາເມລິກາ

ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມກະທັນຫັນໃນລັດເທັກຊັດ ເພີ່ມຂຶ້ນຢ່າງນ້ອຍ 109 ຄົນ ແລະ ເຈົ້າໜ້າທີ່ກຳລັງເລັ່ງດຳເນີນການຄົ້ນຫາຜູ້ສູນຫາຍອີກ 160 ຄົນ. ສຳນັກຂ່າວຕ່າງປະເທດລາຍງານ: ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມໃນລັດເທັກຊັດ ສ.ອາເມລິກາ ຕັ້ງແຕ່ວັນທີ 4 ກໍລະກົດ 2025...

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...