spot_img
Homeຊີວິດແລະຄວາມຮັກຜູ້ຍິງມັກຜູ້ຊາຍແບບນີ້

ຜູ້ຍິງມັກຜູ້ຊາຍແບບນີ້

Published on

  1. ຜູ້ຊາຍທີ່ຢູ່ນຳແລ້ວອົບອຸ່ນ ມີຄວາມເປັນຜູ້ນຳ: ຂໍ້ນີ້ສຳຄັນຫຼາຍ ເພາະຜູ້ຍິງສ່ວນຫຼາຍມັກຜູ້ຊາຍທີ່ມີວຸດທິພາວະຄວາມເປັນຜູ້ນຳ ແລະເປັນຜູ້ຊາຍທີ່ອົບອຸ່ນ ສາມາດເບິ່ງແຍງລາວໄດ້, ເວລາທໍ້ກໍຈະໄດ້ຕ້ອງການກຳລັງໃຈຈາກຄົນທີ່ລາວຮັກ
  2. ບໍ່ນອກໃຈກັນ: ຜູ້ຍິງຫຼາຍຄົນມັກຜູ້ຊາຍທີ່ມີຄວາມຊື່ສັດຕໍ່ກັນ, ເຖິງຈະຢູ່ຫ່າງໄກກັນກໍຈະບໍ່ນອກໃຈກັນ, ຮັກດຽວໃຈດຽວ
  3. ຄົນຫຼໍ່: ຮູບຮ່າງໜ້າຕາພາຍນອກແມ່່ນສຳຄັນ ເພາະເປັນສິ່ງທຳອິດທີ່ຄົນເຮົາເບິ່ງ ແຕ່ການແຕ່ງຕົວກໍເປັນສິ່ງໜຶ່ງທີ່ສຳຄັນເຊັ່ນກັນ ເພາະການແຕ່ງຕົວດີ, ເບິ່ງແລ້ວສະອາດຮຽບຮ້ອຍ ເຖິງແມ່ນວ່າຈະໜ້າຕາບໍ່ຫຼໍ່ປານໃດກໍຕາມ ແຕ່ຖ້າແຕ່ງຕົວດີກໍຢູ່ໃນສາຍຕາຂອງສາວໆໄດ້ເຊັ່ນກັນ
  4. ຮູບຮ່າງດີ: ຜູ້ຍິງສ່ວນຫຼາຍມັກຜູ້ຊາຍທີ່ສູງ, ຮູບຮ່າງດີ, ເພາະຜູ້ຍິງສ່ວນຫຼາຍບໍ່ຄ່ອຍສູງ ຈຶ່ງມັກຜູ້ຊາຍທີ່ສູງກວ່າຕົວເອງຢູ່ແລ້ວ ເພື່ອເຮັດໃຫ້ເບິ່ງແລ້ວສາມາດປົກປ້ອງຕົນເອງໄດ້, ເຮັດໃຫ້ຜູ້ຊາຍທີ່ສູງສ່ວນຫຼາຍເປັນທີ່ສົນໃຈແກ່ຜູ້ຍິງທັງຫຼາຍ
  5. ເຂົ້າກັບຄົນອື່ນໄດ້ດີ: ຜູ້ຊາຍທີ່ີອັດທະຍາໄສດີ, ສາມາດເຂົ້າກັບທຸກຄົນໄດ້, ນິໄສດີ, ຍິ້ມແຍ້ມແຈ່ມໃສ, ຕະຫຼົກໜ້ອຍໜຶ່ງ ເຮັດໃຫ້ຜູ້ຍິງຢູ່ນຳແລ້ວມີຄວາມສຸກ
  6. ຜູ້ຊາຍທີ່ບໍ່ເຫັນແກ່ຕົວ: ສ່ວນຫຼາຍຜູ້ຍິງຈະມັກຜູ້ຊາຍທີ່ບໍ່ເຫັນແກ່ຕົວ, ມີນໍ້າໃຈເສຍສະລະ, ສຸພາບ, ໃຫ້ກຽດຜູ້ຍິງ ແມ່ນເຮັດໃຫ້ຜູ້ຍິງຫຼົງມັກໄດ້ແນ່ນອນ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...