spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມປີ 2013 ຄົນລາວສັງເວີຍຊີວິດ 13 ຄົນ/ມື້ ຍ້ອນຢາສູບ

ປີ 2013 ຄົນລາວສັງເວີຍຊີວິດ 13 ຄົນ/ມື້ ຍ້ອນຢາສູບ

Published on

Smoking (Mobile)

ການ​ສຳ​ຫລວດປະ​ຈຳປີ​ 2013 ຂອງ​ອົງການ​ອະນາ​ໄມ​ໂລກ​​ໄດ້​ແຈ້ງ​ໃຫ້​ຮູ້​ກ່ຽວ​ກັບ​ການ​ຊົມ​ໃຊ້​ຢາສູບ​ຢູ່ ສປປ ລາວ ​ໄດ້​ມີ​ການ​ເພີ່ມ​ຂຶ້ນ

ແລະ ​ໄດ້​ພົບ​ວ່າ​ມີ​ຄົນ​ເສຍ​ຊີວິດ​ຍ້ອນ​ຢາສູບ​ປະມານ 13 ຄົນ/ວັນ ຫລື ປະມານ 4.807 ຄົນ​/ປີ, ຕາມການ​ສຳ​ຫລວດ​​​ໃນປີ 2012

ຍັງ​ພົບ​ອີກ​ວ່າ ຄົນ​ລາວ​ອາຍຸ​ ແຕ່ 15 ປີ​ຂຶ້ນ​ໄປ​ສູບຢາ​ເຖິງ 29,4%, ​ໃນ​ນັ້ນ ຜູ້​ຊາຍ 41,0% ​ແລະ ​ແມ່ຍິງ 8,1% ​ໃນ​ຂະນະ​ທີ່​

ໄວ​ໜຸ່ມທີ່​ມີ​ອາຍຸ​ ລະຫວ່າງ 13 – 15 ປີ​ທັງ​ເພດ​ຍິງ ​ແລະ ຊາຍ​ມີ​ທ່າ​ອ່ຽງ​​ໃນ​ການ​ສູບຢາເພີ່ມ​ຂຶ້ນ​.

ຜົນ​ການ​ສຳ​ຫລວດ​ຂອງ​ອົງການ​ອະນາ​ໄມ​ໂລກ​ ຍັງ​ແຈ້ງ​ໃຫ້​ຮູ້​ຕື່ມ​ອີກວ່າ: ການ​ສູບຢາ​ມີ​ຜົນ​ຮ້າຍ​ຢ່າງ​ຫລວງຫລາຍ​ຕໍ່​ສຸຂະພາບ​ເປັນຕົ້ນ

​ແມ່ນ ​ກໍ່ໃຫ້​ເກີດພະຍາດ​​ເສັ້ນ​ເລືອດ​ໃນ​ສະໝອງ​ແຕກ, ຫລອດ​ປອດ​ອັດ​ຕັນ​ຊ່ຳ​ເຮື້ອ ​ແລະ ມະ​ເຮັງ​ປອດ.​ ເພື່ອ​ເປັນ​ການ​ຫລຸດຜ່ອນ​ອັດ

ຕາ​ການ​ຊົມ​ໃຊ້​ຢາສູບ, ​ອົງການ​ອະນາ​ໄມ​ໂລກ ​ໄດ້​ແນະ​ນຳ​ໃຫ້​ປະ​ເທດ​ພາຄີ​ຂອງ​ສົນທິ​ສົນ​ຍາ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ຢາສູບ​ ຕ້ອງ​ຈັດຕັ້ງ

ປະຕິບັດ​ 6 ນະ​ໂຍບາຍ ພື້ນຖານ​ທີ່​ສາມາດ​ຕອບ​ໂຕ້​ການລະບາດ​ຂອງ​ຢາສູບ ​ແລະ ຫລຸດຜ່ອນ​ອັດຕາ​ການ​ເສຍ​ຊີວິດ​ລົງ​ໄດ້​ເຊັ່ນ:

  1. ຕິດຕາມ​ການ​ຊົມ​ໃຊ້​ຢາສູບ ​ແລະ ນະ​ໂຍບາຍ​ປ້ອງ​ກັນ​ຢ່າງ​ມີ​ປະສິດທິພາບ
  2. ປົກປ້ອງ​ປະຊາຊົນ​ຈາກ​ການ​ໄດ້​ຮັບ​ຄວັນ​ຢາສູບ​ມື​ສອງ
  3. ຊ່ວຍ​ເຫລືອ​ໃຫ້​ຜູ້​ສູບຢາ​ອອກ​ຢາສູບ​ໃຫ້​ໄດ້
  4. ​ເຕືອນປະຊາຊົນ​ກ່ຽວ​ກັບ​ອັນຕະລາຍ​ຂອງ​ຢາສູບ​ ດ້ວຍ​ການ​ພິມ​ຄຳ​ເຕືອນ​ດ້ານ​ສຸຂະພາບ​ໃສ່​ຊອງ​ຢາສູບ
  5. ບັງຄັບ​ໃຊ້​ການຫ້າມ​ໂຄສະນາ​ຢາສູບ, ຫ້າມການ​ສົ່ງ​ເສີມ​ການ​ຂາຍ ​ແລະ ການ​ອຸປະຖຳ ​ຈາກ​ບໍລິສັດ​ຢາສູບ
  6. ຂຶ້ນອ​າກ​ອນຢາສູບ​ໃຫ້​ສູງ​ຂຶ້ນ​ເລື້ອຍໆ​.

 

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...