spot_img
Homeຂ່າວທ້ອງຖິ່ນປີ​ຜ່ານ​ມາ ສ​ພ​ຊ ກວດ​ພົບ​ຜູ້​ສໍ້​ລາດ​ບັງ​ຫລວງ 1.002 ຄົນ

ປີ​ຜ່ານ​ມາ ສ​ພ​ຊ ກວດ​ພົບ​ຜູ້​ສໍ້​ລາດ​ບັງ​ຫລວງ 1.002 ຄົນ

Published on

ປີ 2018 ສະພາແຫ່ງຊາດ ຫລື ສພຊ ສາ​ມາດກວດ​ພົບ​ເຫັນ​ຜູ້​ສໍ້​ລາດ​ບັງ​ຫລ​ວງ 1.002 ຄົນ​ໃນ​ຈຳ​ນວນ​ທົ່ວ​ປະ​ເທດ ເຊິ່ງ​ຂໍ້​ມູນ​ດັ່ງ​ກ່າວໄ​ດ້​ເຜີຍ​ແຜ່​ໃນກອງປະຊຸມສະຫຼຸບວຽກງານກວດກາປະຈຳປີ 2018 ແລະ ທິດທາງແຜນການປີ 2019 ພ້ອມທັງເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2018 ໂດຍ​ຈັດ​ຂຶ້ນ​ໃນວັນທີ 18 ມີນາ 2019 ທີ່ຫ້ອງວ່າການສູນກາງພັກ ​ຫລັກ6 ໂດຍການເປັນປະທານຂອງທ່ານ  ສົມພູ ດວງສະຫວັນ ປະທານກວດກາພັກ-ລັດ ສພຊ ມີທ່ານ ພົນໂທ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ ຄະນະປະຈຳພັກ ສພຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສິນທະລາ ຫຼ້າສຸກສະໄໝ ກຳມະການກວດກາຄະນະພັກ ຫົວໜ້າກົມກວດກາ ຄະນະເລຂາທິການສະພາແຫ່ງຊາດ ໄດ້ກ່າວວ່າ: ໃນ 1 ປີຜ່ານມາ ຄະນະກວດກາ ສພຊ ໄດ້ເອົາໃຈໃສ່ຊີ້ນຳໆພາການຄົ້ນຄວ້າເຊື່ອມຊືມ ແລະ ຜັນຂະຫຍາຍ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ກົດລະບຽບ ແລະ ບັນດານິຕິກຳກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ແລະ ມະຕິກອງປະຊຸມໃຫຍ່ອົງຄະນະພັກແຕ່ລະຂັ້ນ ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງ ເຊິ່ງໄດ້ສະແດງອອກໃນຜົນສຳເລັດແຕ່ລະດ້ານເປັນຕົ້ນການຕິດຕາມກວດກາວຽກງານການບໍລິຫານລັດຂັ້ນຕ່າງໆໃນປີ 2018 ຜ່ານມາ ສາມາດປະຕິບັດໄດ້ທັງໝົດ 1.213 ເປົ້າໝາຍ ໃນນີ້ກວດກາປົກກະຕິໄດ້ 408 ເປົ້າໝາຍ ກວດກາຕາມຄຳສັ່ງ 129 ເປົ້າໝາຍ ກວດກາຕາມຜົນການກວດສອບ 545 ເປົ້າໝາຍ ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ 131 ເປົ້າໝາຍ  ແລະ ພົບເຫັນຜົນເສຍຫາຍທັງໝົດ 999,02 ຕື້ກີບ 67.144 ໂດລາສະຫະລັດ ແລະ 80 ພັນບາດ  ສາມາດເກັບກູ້ຄືນໄດ້ 26,51 ຕື້ກີບ 17.389 ໂດລາສະຫະລັດ  ພ້ອມນັ້ນໄດ້ເປັນເຈົ້າການປະສານສົບທົບກັບພາກສ່ວນກ່ຽວຂ້ອງສະກັດກັ້ນ ຕ້ານການສໍ້ລາດບັງ​ຫຼວງ ໂດຍໄດ້ມີການຕິດຕາມກວດກາເປົ້າໝາຍພຶດຕິກຳຂອງບຸກຄົນທັງໝົດ 1.285 ຄົນໃນນີ້ ເປັນພະນັກງານລັດ 970 ຄົນ ຜູ້ປະກອບການ 315 ຄົນ  ສາມາດພົບເຫັນພຶດຕິກຳການສໍ້ລາດບັງຫຼວງ 1.002 ຄົນ, ໃນນີ້ຖືກປະຕິບັດວິໄນດ້ານການບໍລິຫານ 849 ຄົນ ຖືກສືບສວນ-ສອບສວນ 153 ຄົນ ໃນນັ້ນໄດ້ສະຫຼຸບສຳນວນຄະດີສົ່ງໃຫ້ໄອຍະການ 113 ຄົນ ໄອຍະການຖະແຫຼງໃຫ້ສານ 61 ຄົນ ແລະ ສານຕັດສິນ 55 ຄົນ.

ວຽກງານຕິດຕາມແກ້ໄຂຄໍາຮ້ອງ-ຄໍາສະເໜີຂອງປະຊາຊົນ 1 ປີ ໄດ້ຄໍາຮ້ອງ-ຄໍາສະເໜີໄດ້ຮັບຮອງ ທັງໝົດ 980 ສະບັບໃນນີ້ ໄດ້ຄົ້ນຄວ້າແກ້ໄຂ 502 ສະບັບ ສົ່ງໃຫ້ພາກສ່ວນກ່ຽວຂ້ອງຄົ້ນຄວ້າແກ້ໄຂ 169 ສະບັບ  ເກັບມ້ຽນເພື່ອຕິດຕາມ 16 ສະບັບ ພວມດໍາເນີນການຄົ້ນຄວ້າ ແລະ ເກັບກໍາຂໍ້ມູນ 293  ສະບັບ ເພື່ອການຕິດຕາມແກ້ໄຂໃຫ້ຖືກສອດຄ່ອງ.

 

 

 

 

 

 

 

ຂຽນໂດຍ: ແຟນຊິສ ສະຫວັນຄຳ

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...