Homeຂ່າວພາຍ​ໃນປິດເທດສະບານເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຊົ່ວຄາວ 14 ວັນ

ປິດເທດສະບານເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຊົ່ວຄາວ 14 ວັນ

Published on

ຕາມການລາຍງານຂອງຄະນະອຳນວຍການໂຮງໝໍແຂວງ ບໍ່ແກ້ວ ໃນວັນທີ 8 ມັງກອນ 2021 ທີ່ຜ່ານມາ ທາງຂອງຄະນະສະເພາະກິດຂັ້ນແຂວງ ໄດ້ມີການປຶກສາຫາ ແລະ ເຫັນດີເປັນເອກະພາບ ໃນຕອນເຊົ້າ ຂອງວັນທີ 12 ມັງກອນ 2021 ເພື່ອຄວບຄຸມ, ປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງໂຄວິດ-19 ທາງແຂວງຈຶ່ງອອກແຈ້ງການ ໂດຍມີເນື້ອໃນດັ່ງລຸ່ມນີ້

  1. ເຫັນດີປິດເທດສະບານເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ (ເປັນເວລາ 14 ວັນ) ເລິ່ມແຕ່ວັນທີ 12 ມັງກອນ ເຖິງ 25 ມັງກອນ 2021.
  2. ມອບໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຕັ້ງຈຸດກວດຢູ່ໃກ້ກັບ 3 ແຍກປະຕູໂຂງທາງເຂົ້າເມຶອງຕົ້ນເຜີ້ງ ແລະ 4 ແຍກບ້ານໂພນໂຮມ.
  3. ໃຫ້ເມືອງຕົ້ນເຜິ້ງ ນຳໃຊ້ກຳລັງທະຫານ, ປກສ ແລະ ແພດໝໍ ປະຈຳຈຸດກວດກາດັ່ງກ່າວ ເພື່ອປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.

ກ່ອນໜ້ານີ້, ຄະນະສະເພາະກິດອອກຄຳສັ່ງໃຫ້ປິດເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວຊົ່ວຄາວເພື່ອຕອບໂຕ້ການລະບາດຂອງໂຄວິດ-19 ໃນປະເທດໃກ້ຄຽງ ແລະ ສະກັດກັ້ນບໍ່ໃຫ້ມີການເຂົ້າອອກເມືອງເພື່ອປ້ອງກັນການລະບາດຂອງພະຍາດດັ່ງກ່າວເຂົ້າມາໃນແຂວງບໍ່ແກ້ວ ຫຼັງຈາກໄດ້ຮັບແຈ້ງການຈາກປະເທດຈີນວ່າ ພົນລະເມືອງ 2 ຄົນຂອງປະເທດນີ້ໄດ້ເຂົ້າມາຈາກປະເທດມຽນມາ ແລະ ເຂົ້າໄປໃນແຂວງບໍ່ແກ້ວ ແລະ ເຂົ້າເມືອງ ປະເທດຈີນຢ່າງຜິດກົດໝາຍ ບັນດາການວິເຄາະພາຍຫຼັງຂອງຈີນສຳຫຼັບສອງຄົນນີ້ ເປັນຕິດ​ເຊື້ອໄວຣັດ SARS-CoV-2.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...