spot_img
Homeຂ່າວຕ່າງປະເທດໜ້າກາກອະນາໄມແບບໃໝ່ຈາກເກົາຫຼີ ທີ່ປິດສະເພາະດັງ

ໜ້າກາກອະນາໄມແບບໃໝ່ຈາກເກົາຫຼີ ທີ່ປິດສະເພາະດັງ

Published on

ໃນສະຖານະການການລະບາດຂອງພະຍາດຍັງຄົງມີການເພີ່ມຂຶ້ນຢ່າງຕໍ່ເນື່ອງ ສິ່ງໜຶ່ງທີ່ພວກເຮົາຄວນປະຕິບັດກໍຄືການໃສ່ໜ້າກາກອະນາໄມຕະຫຼອດເວລາ ເຮັດໃຫ້ຫຼາຍຄົນຮູ້ສຶກອຶດອັດໂດຍສະເພາະເວລາກິນອາຫານ ແລະ ຕອນນີ້ທາງບໍລິສັດແອດແມນຂອງເກົາຫຼີໃຕ້ໄດ້ເປີດໂຕ ໜ້າກາກອະນາໄມທີ່ຖືກອອກແບບມາເພື່ອໃຫ້ຜູ້ໃຊ້ ສາມາດກິນອາຫານໄດ້ຢ່າງສະດວກ ໃນຂະນະທີ່ໃສ່ໜ້າກາກອະນາໄມ.

ໜ້າກາກອະນາໄມຊະນິດນີ້ມີຊື່ວ່າ “Kosk” ເຊິ່ງເປັນໜ້າກາກອະນາໄມທີ່ປິດສະເພາະດັງ ແຕ່ບໍລິເວນປາກຍັງສາມາດຮັບປະທານອາຫານໄດ້ປົກກະຕິ, ເຊິ່ງໜ້າກາກອະນາໄມຊະນິດນີ້ຈະວາງຂາຍຢູ່ທີ່ເວັບໄຊ້ Coupang ທີ່ເປັນເວັບໄຊ້ຊື້ເຄື່ອງອອນລາຍຂອງເກົາຫຼີໃຕ້ ໂດຍມີລາຄາຢູ່ທີ່ປະມານ105,000 ກີບ/ກ່ອງ ໂດຍໜຶ່ງກ່ອງຈະມີ 10 ອັນ.

ຢ່າງໃດກໍຕາມ ຈາກການສຶກສາຂອງບາງແຫ່ງພົບວ່າ ເຊື້ອໂຄວິດ-19 ສາມາດເຂົ້າສູ່ຮ່າງກາຍຂອງຄົນຜ່ານທາງດັງໄດ້ງ່າຍທີ່ສຸດ. ດັ່ງນັ້ນ, ການໃສ່ໜ້າກາດອະນາໄມປິດສະເພາະດັງອາດຈະເປັນທາງເລືອກໜຶ່ງທີ່ອາດເປັນໄປໄດ້ ແລະ ດີກວ່າບໍ່ໃສ່ໜ້າກາກອະນາໄມເລີຍ.

ແຫຼ່ງຂ່າວ: Khaosod

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...