ປະໂຫຍດ 9 ຢ່າງຂອງຢາຄຸມກຳເນີດ

0
2371

ຢາຄຸມກຳເນີດມີປະໂຫຍດຫຼາຍຢ່າງ ທີ່ຫຼາຍຄົນຍັງບໍ່ຮູ້ ເຊິ່ງນອກຈາກຈະຊ່ວຍປ້ອງກັນການຖືພາແລ້ວ ຍັງຊ່ວຍໃຫ້ປະຈຳເດືອນມາປົກກະຕິ ແລະບັນເທົາອາການເຈັບທ້ອງເວລາເປັນປະຈຳເດືອນໄດ້ອີກ

  1. ຊ່ວຍປ້ອງກັນການຖືພາ: ຢາຄຸມຊ່ວຍປ້ອງກັນການຕົກໄຂ່ຂອງຜູ້ຍິງ ເຖິງແມ່ນວ່າຈະມີເພດສຳພັນແບບບໍ່ປ້ອງກັນກໍຕາມ ຈະບໍ່ຖືພາ ເຊິ່ງວິທີການກິນຢາຄຸມນີ້ ສາມາດປ້ອງກັນການຖືພາໄດ້ຫຼາຍກວ່າ 99%
  2. ຊ່ວຍໃຫ້ປະຈຳເດືອນມາປົກກະຕິ: ການກິນຢາຄຸມຍັງເປັນການປັບໂຮໂມນ ຂອງຜູ້ຍິງໃຫ້ເປັນປົກກະຕິ ຊ່ວຍໃຫ້ໄລຍະເວລາ ໃນການມີປະຈຳເດືອນມາປົກກະຕິ
  3. ຊ່ວຍບັນເທົາອາການເຈັບທ້ອງເວລາເປັນປະຈຳເດືອນ: ເພາະຢາຄຸມຊ່ວຍຫຼຸດການບີບໂຕ ຂອງມົດລູກເວລາເປັນປະຈຳເດືອນ, ດັ່ງນັ້ນ ຈຶ່ງຖືວ່າເປັນຢາຫຼຸດອາການເຈັບປະຈຳເດືອນໄດ້ດີທີ່ສຸດ
  4. ຊ່ວຍປ້ອງກັນການຖືພານອກພົກ: ຫາກເຈົ້າຢາກຈະມີລູກ ຢາຄຸມຍັງຊ່ວຍໃຫ້ຖືພາເປັນປົກກະຕິ ຕ່າງກັບຢາຄຸມສຸກເສີນທີ່ເຮັດໃຫ້ບີບໂຕຢ່າງຮຸນແຮງ ແລະເຮັດໃຫ້ລູກນ້ອຍເຂົາໄປຝັງໂຕໃນມົດລູກບໍ່ສຳເລັດ ແລະອາດໄປຝັງໂຕຢູ່ນອກມົດລູກ
  5. ຫຼຸດການເກີດສິວ ແລະໜ້າມັນ: ໂຮໂມນເອສໂຕຣເຈນ ເຮັດໃຫ້ຜິວພັນຊຸ່ມຊື່ນແລ້ວ ຍັງເຮັດໃຫ້ຫຼຸດອາການເກີດສິວ ແລະຄວບຄຸມຄວາມມັນເທິງໃບໜ້າໄດ້ອີກດ້ວຍ
  6. ຊ່ວຍໃຫ້ກະດູກແຂງແຮງ: ເພາະຢາຄຸມຊ່ວຍກະຕຸ້ນໃຫ້ຮ່າງກາຍຜະລິດຄໍລາເຈນຂຶ້ນມາ ເຊິ່ງຄໍລາເຈນນອກຈາກມີປະໂຫຍດຕໍ່ຜິວແລ້ວ ຍັງມີປະໂຫຍດຕໍ່ກະດູກ ເຮັດໃຫ້ກະດູກແຂງແຮງອີກດ້ວຍ
  7. ຫຼຸດອາການໃຈຮ້າຍງ່າຍ: ສາວໆຫຼາຍຄົນມັກມີອາການໃຈຮ້າຍແບບບໍ່ມີສາເຫດໃນຊ່ວງເປັນປະຈຳເດືອນ ແຕ່ຖ້າສາວໆຄົນທີ່ກິນຢາຄຸມຈະບໍ່ມີອາການແບບນີ້ແນ່ນອນ ເພາະຢາຄຸມ ຊ່ວຍໃຫ້ຮ່າງກາຍຫຼັ່ງສານເອນໂດຣຟິນ ຫຼືສານແຫ່ງຄວາມສຸກອອກມາ ເຮັດໃຫ້ບໍ່ໃຈຮ້າຍໄດ້ງ່າຍ
  8. ປ້ອງກັນການເກີດມະເຮັງເຍື່ອມົດລູກ: ໂຮໂມນໂປຣເຈສເຕີໂຣນ ເຍື່ອມົດລູກໃຫ້ໜາຂຶ້ນ, ຈາກໂຮໂມນໂປຣເຈສເຕີໂຣນ ໃຫ້ຫຼຸດອອກມາເປັນປະຈຳເດືອນ ເຮັດໃຫ້ບໍ່ມີເຍື່ອມົດລູກທີ່ຕົກຄ້າງເປັນສາເຫດ ທີ່ເຮັດໃຫ້ເປັນມະເຮັງເຍື່ອມົດລູກ
  9. ຊ່ວຍໃຫ້ເສຍເລືອດໜ້ອຍລົງ: ເວລາຮ່າງກາຍເສຍເລືອດ ຈະເຮັດໃຫ້ຮູ້ສຶກຮ່າງກາຍອ່ອນເພຍ, ດັ່ງນັ້ນ ການກິນຢາຄຸມ ຈະເຮັດໃຫ້ເລືອດມາໜ້ອຍ ເຊິ່ງເປັນເລື່ອງທີ່ດີຈະເຮັດໃຫ້ຮ່າງກາຍບໍ່ເສຍເລືອດຫຼາຍ ແລະບໍ່ເຮັດໃຫ້ອ່ອນເພຍ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!