spot_img
Homeຂ່າວຕ່າງປະເທດປະໂຫຍດດີໆທີ່ມີຢູ່ໃນບລ໋ອກໂຄລີ

ປະໂຫຍດດີໆທີ່ມີຢູ່ໃນບລ໋ອກໂຄລີ

Published on

ຈາກຜົນວິໄຈເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ ພືດຜັກຕະກູນກະລ່ຳ ແລະ ບລ໋ອກໂຄລີປະກອບມີໂມເລກຸນທີ່ສາມາດຢັບຢັ້ງຢີນ (Gene) ທີ່ມີບົດບາດຕໍ່ພະຍາດມະເຮັງໃນມະນຸດ ຊຶ່ງຫຼ້າສຸດນັກວິໄຈຈາກສູນມະເຮັງ ແລະ ສະຖາບັນວິໄຈມະເຮັງແຫ່ງສູນການແພດ ເບທ ອິສຣາເອລ ດີຄອນເນສ ໃນນະຄອນບອສຕັນ ສະຫະລັດອາເມຣິກາ ກໍໄດ້ເປີດເຜີຍວ່າ ສາມາດຄົ້ນພົບແນວທາງໃໝ່ທີ່ຈະນຳໄປສູ່ການປິ່ນປົວພະຍາດມະເຮັງ.

ໂດຍທີມນັກວິໄຈໄດ້ກຳນົດເປົ້າໝາຍໄປທີ່ຢີນທີ່ມີຊື່ວ່າ WWP1 ຊຶ່ງເປັນສ່ວນປະສົມທີ່ພົບວ່າມີຢູ່ໃນພືດຕະກູນບລ໋ອກໂຄລີ ໂດຍມີຄຸນສົມບັດຊ່ວຍຢັບຢັ້ງການຈະເລີນເຕີບໂຕຂອງຊີ້ນງອກ ແລະ ຫຼັງຈາກທົດລອງກັບສັດທີ່ເປັນມະເຮັງກໍພົບວ່າ ຢີນ WWP1 ສາມາດຜະລິດສານເອນໄຊທີ່ຊ່ວຍຢັບຢັ້ງການເຮັດວຽກຂອງຊີ້ນງອກຊຶ່ງກ່ຽວຂ້ອງກັບຢີນທີ່ມີຊື່ວ່າ PTEN ທີ່ກາຍພັນໄດ້ງ່າຍຖ້າຫາກຖືກກະຕຸ້ນຈາກລັງສີ ຫຼື ການປິ່ນປົວດ້ວຍເຄມີບຳບັດ.

ທັງນີ້ ທີມວິໄຈເຊື່ອວ່າການຄົ້ນພົບຄັ້ງນີ້ຈະນຳໄປສູ່ວິທີການຊ່ວຍຢັບຢັ້ງການເຕີບໂຕຂອງຊີ້ນງອກໃນໄລຍະຍາວ ແລະ ເປັນຊ່ອງທາງສຳຄັນໃນການປິ່ນປົວມະເຮັງໄດ້ຢ່າງມີປະສິດທິພາບໃນອະນາຄົດ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: ໄທຣັດ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...