ປະເທດໃນເຂດອາຊີເຝົ້າລະວັງໄວຣັສເມີສ (Virus MERS)

0
1414

10615995_1670174959877680_363839578620604443_n

ຫຼາຍປະເທດໃນເຂດອາຊີ ມີການຕື່ນຕົວ ເຝົ້າລະວັງ ແລະ ກວດກາຜູ້ເດີນທາງມາຈາກ ສ.ເກົາຫລີຢ່າງໃກ້ຊິດ ຫຼັງຈາກມີຜູ້ເສຍຊີວິດ 2 ຄົນຈາກການແຜ່ລະບາດຂອງໄວຣັດເມີສ໌. ສື່ທາງການຈີນລາຍງານວ່າ ປະຊາຊົນຫຼາຍຮ້ອຍຄົນໄດ້ຍົກເລີກການເດີນທາງໄປ ສ.ເກົາຫລີ, ສ່ວນໄທ ແລະ ຫວຽດນາມ ເປີດເຜີຍວ່າ ມີການກວດສອບຜູ້ໂດຍສານທີ່ເດີນທາງເຂົ້າປະເທດຕາມສະໜາມບິນຕ່າງໆຢ່າງໃກ້ຊິດ , ເຊັ່ນດຽວກັບທີ່ ຮົງກົງ ທີ່ໄດ້ມີການເພີ່ມມາດຕະການເຝົ້າລະວັງ ແລະ ກັກຕົວປະຊາຊົນ 18 ຄົນ ທີ່ນັ່ງຢູ່ໃກ້ກັບຜູ້ຕິດເຊື້ອຄົນ ສ.ເກົາຫລີ ໃນຖ້ຽວບິນທີ່ມາຈາກນະຄອນຫຼວງໂຊລ ໃນອາທິດທີ່ຜ່ານມາ.
ຂະນະເຈົ້າໜ້າທີ່ສາທາລະສຸກ ສ.ເກົາຫລີ ກຳລັງເລັ່ງຕິດຕາມການຕິດເຊື້ອອີກຮອບສອງ ແລະ ຄາດວ່າຈະມີຜູ້ຕິດເຊື້ອລາຍໃໝ່ເພີ່ມອີກ ຫຼັງພົບວ່າຜູ້ຕິດເຊື້ອລາຍໃໝ່ 2 ຄົນໄດ້ຕິດເຊື້ອຈາກກຸ່ມຄົນເຈັບຮອບສອງ ສ່ວນລາຍອື່ນໆເກືອບທັງໝົດ ຕິດເຊື້ອຈາກຄົນເຈັບລາຍທຳອິດເຊິ່ງເປັນຊາຍອາຍຸ 68 ປີທີ່ກັບມາຈາກຕາເວັນອອກກາງທີ່ແພດຢືນຢັນວ່າຕິດເຊື້ອໃນວັນທີ 20 ພຶດສະພາທີ່ຜ່ານມາ. ຈົນເຖິງຂະນະນີ້, ສ.ເກົາຫລີ ມີຜູ້ເສຍຊີວິດຈາກໄວຣັດເມີສ໌ແລ້ວ 2 ຄົນ ເຊິ່ງເປັນສອງຄົນທຳທິດຂອງປະເທດ ຕິດເຊື້ອເພີ່ມເປັນ 25 ຄົນ ແລະ ປະຊາຊົນ 750 ຄົນຢູ່ພາຍໃຕ້ມາດຕະການການກັກຕົວ ຫຼື ສັງເກດອາການເປັນພິເສດ. ຂ່າວເຊື້ອໄວຣັດເມີສ໌ ແຜ່ລະບາດຍັງສ້າງຄວາມຢ້ານແກ່ປະຊາຊົນ ສ.ເກົາຫລີ ເຮັດໃຫ້ຍອດຂາຍໜ້າກາກອະນາໄມເພີ່ມສູງຂຶ້ນ 700% ຂະນະທີ່ໂຮງຮຽນເອກະຊົນ ແລະ ປະຖົມປະມານ 40 ແຫ່ງປິດການຮຽນການສອນຊົ່ວຄາວແລ້ວ ເນື່ອງຈາກພໍ່ແມ່ຜູ້ປົກຄອງຮູ້ສຶກວິຕົກກັງວົນ