spot_img
Homeຂ່າວທ້ອງຖິ່ນປະເທດລາວມີຄວາມໄວອິນເຕີເນັດ 4G ໄວທີ່ສຸດຕິດ ເປັນອັນດັບ 3 ຂອງອາຊຽນ

ປະເທດລາວມີຄວາມໄວອິນເຕີເນັດ 4G ໄວທີ່ສຸດຕິດ ເປັນອັນດັບ 3 ຂອງອາຊຽນ

Published on

ເວັບໄຊຂ່າວ laotiantimes.com ລາຍງານໃຫ້ຮູ້ວ່າ ລາວ ຢູ່ອັນດັບທີ 52 ຂອງໂລກ ຈາກ 100 ອັນດັບທົ່ວໂລກ ກັບຄວາມໄວໃນການດາວໂຫລດຂໍ້ມູນ ຜ່ານລະບົບ 4G ໂດຍມີຄວາມໄວໃນການດາວໂຫລດແມ່ນ 17.1 Mbps ແລະ ເປັນອັນດັບ 3 ຂອງຊາດອາຊຽນ ຮອງຈາກ ສິງກະໂປ ແລະ ຫວຽດນາມ.

ອີງຕາມບົດລາຍງານ, ປະເທດvສິງກະໂປ ມິອິນເຕີເນັດ 4G ໄວທີ່ສຸດໃນການດາວໂຫລດຂໍ້ມູນມືຖືໃນອາຊີຕາເວັນອອກສຽງໃຕ້ ແລະ ຢູ່ໃນອັນດັບທີ 6 ຂອງໂລກໃນລະດັບ 47,5 Mbps.

Rank of Fastest 4G internet in ASEAN
Rank of Fastest 4G internet in ASEAN

ປະເທດ ຫວຽດນາມ ໄດ້ອັນດັບສອງດ້ວຍຄວາມໄວ 20.6 Mbps ເປັນອັນດັບທີ 41 ທົ່ວໂລກ. ສ່ວນປະເທດອາຊຽນທີ່ຍັງເຫຼືອ, ປະເທດ ບຣູໄນ ຕິດອັນດັບທີ 55 ຂອງໂລກດ້ວຍຄວາມໄວ 16,4 Mbps, ມຽນມາທີ 56 (16,4 Mbps); ມາເລເຊຍ 73rd (11 Mbps); ອິນໂດເນເຊຍທີ 80 (9.9 Mbps); ໄທ ອັນດັບທີ 81 (9.2 Mbps); ຟີລິບປິນ ອັນດັບທີ 83 (8.5 Mbps) ແລະ ກຳປູເຈຍຢູ່ທີ່ອັນດັບ 87 (8 Mbps).

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...