spot_img
Homeຂ່າວທ້ອງຖິ່ນປະເທດລາວກຳນົດກົນໄກສຳລັບການຮ້ອງທຸກທາງອິນເຕີເນັດ

ປະເທດລາວກຳນົດກົນໄກສຳລັບການຮ້ອງທຸກທາງອິນເຕີເນັດ

Published on

ເວັບໄຊຂ່າວ ລາວທຽນທາມ ລາຍງານວ່າ ເຈົ້າໜ້າທີ່ລາວໄດ້ຈັດຕັ້ງກົນໄກໃໝ່ສຳລັບຈັດການກັບການກັ່ນແກ້ງ (ລ່ວງລະເມີດ) ແລະ ການຄຸກຄາມທາງອອນລາຍຫຼັງຈາກມີການໝິ່ນປະໝາດ ແລະ ການໃສ່ຮ້າຍທາງໂຊຊຽວມີເດຍເພີ່ມຂຶ້ນ.

ທ່ານ ດຣ.ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ ແລະ ໂທລະຄົມມະນາຄົມລາວ ໄດ້ລົງນາມໃນກົດລະບຽບສະບັບໃໝ່ເມື່ອເດືອນທີ່ຜ່ານມາ ໂດຍອະນຸຍາດໃຫ້ ທີມຕອບໂຕ້ສຸກເສີນທາງຄອມພິວເຕີຂອງລາວ (Lao CERT) ຮັບຄຳຮ້ອງຈາກຜູ້ທີ່ຖືກໝິ່ນປະໝາດ.

ກົດລະບຽບໃໝ່ນີ້ອະນຸຍາດໃຫ້ຜູ້ເຄາະຮ້າຍຂອງການຖືກລ່ວງລະເມີດທາງອອນລາຍ ຫຼື ການກັ່ນແກ້ງທາງອິນເຕີເນັດສາມາດລາຍງານຄຳຮ້ອງຂອງຕົນໂດຍຕົງໄປທີ່ Lao CERT.

ຜູ້ເຄາະຮ້າຍຍັງສາມາດຍື່ນຂໍ້ຫາທາງອາຍາຕໍ່ຜູ້ຖືກກ່າວຫາຢູ່ສະຖານີຕຳຫຼວດ ເຊິ່ງຈະເຮັດໃຫ້ເຈົ້າໜ້າເປີດການສອບສວນຢ່າງເປັນທາງການ.

ກົນໄກການລາຍງານຂ່າວກ່ຽວກັບການລ່ວງລະເມີດທາງອິນເຕີເນັດໃໝ່ນີ້ ແມ່ນຕອບສະໜອງກັບຈຳນວນຄົນທີ່ໃຊ້ສື່ໂຊຊຽວທີ່ນັບມື້ນັບຫຼາຍຂຶ້ນເພື່ອໃຊ້ເປັນພື້ນທີ່ສຳລັບການໝິ່ນປະໝາດ ແລະ ການໃສ່ຮ້າຍ ກົດລະບຽບໃໝ່ນີ້ອະນຸຍາດໃຫ້ຜູ້ເຄາະຮ້າຍຮຽກຮ້ອງຄ່າເສຍຫາຍ, ໂດຍໝັ່ນໃຈວ່າມີວິທີການທີເໝາະສົມໃນການແກ້ໄຂບັນຫາ.

ໜັງສືພິມວຽງຈັນທາມ ລາຍງານວ່າ ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ກຳລັງຮຽກຮ້ອງໃຫ້ຜູ້ໃຊ້ສື່ອອນລາຍໃນລາວປະຕິບັດຕົນຢ່າງຖືກຕ້ອງໃນການໃຊ້ສື່ອອນລາຍ ແລະ ມີສະຕິໃນການກະທຳຂອງຕົນ ພ້ອມທັງຫວັງວ່າຈະເຕືອນສະຕິໃຫ້ຜູ້ໃຊ້ອິນເຕີເນັດກວດກາແຫຼ່ງຂ່າວຢ່າງລະອຽດເພື່ອຫຼີກລ່ຽງການເຜີຍແຜ່ຂ່າວປອມ.

ສປປ ລາວ ໄດ້ເປີດຫ້ອງທົດລອງເຕັກນິກດີຈີຕອນ ຄັ້ງທຳອິດຂອງປະເທດໃນປີທີ່ຜ່ານມາ ເຊິ່ງໄດ້ອະນຸຍາດໃຫ້ເຈົ້າໜ້າທີ່ວິເຄາະຄະດີອາຍາທີ່ກ່ຽວຂ້ອງກັບສື່ດິຈີຕອນຫຼາຍກວ່າ 2,000 ຄົນຕໍ່ປີ. ມັນຈະຊ່ວຍໃຫ້ຜູ້ສືບສວນສາມາດຄົ້ນພົບ, ຂົນສົ່ງ, ກູ້ຄືນ, ວິເຄາະ ແລະ ຮັກສາຫຼັກຖານດິຈີຕອນທີ່ເກີດຈາກຄະນະອາຍາ ແລະ ນຳສະເໜີຫຼັກຖານນີ້ໃນສານ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...