Homeຂ່າວຕ່າງປະເທດປະເທດທີ່ມີຄວາມສະຫງົບສຸກທີ່ສຸດ ໃນປີ 2016

ປະເທດທີ່ມີຄວາມສະຫງົບສຸກທີ່ສຸດ ໃນປີ 2016

Published on

ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 6 ຕຸລາຜ່ານມາວ່າ: ມີລາຍງານໃໝ່ຂອງ Global peace inbox ໄດ້ຮວບຮວມການຈັດອັນດັບປະເທດທີ່ສະຫງົບສຸກຫຼາຍທີ່ສຸດ ແລະໜ້ອຍທີ່ສຸດ ປະຈຳປີ 2016 ຈາກປະເທດທັງໝົດ 163 ປະເທດໃນໂລກ

%e0%ba%9b%e0%ba%b0%e0%bb%80%e0%ba%97%e0%ba%94%e0%ba%97%e0%ba%b5%e0%bb%88%e0%ba%aa%e0%ba%b0%e0%ba%ab%e0%ba%87%e0%ba%bb%e0%ba%9a

ຜົນຈາກການຈັດອັນດັບ 10 ປະເທດທີ່ໄດ້ຊື່ວ່າ ມີຄວາມສະຫງົບສຸກ ຈາກການວັດຜົນທາງເສດຖະກິດໄດ້ແກ່ ປະເທດ ບອດສະວານາ ໃນ ອັບຟະລິກາ, ຊິລີ, ຄອສຕາຣິກາ ໃນອາເມລິກາກາງ, ຍີ່ປຸ່ນ, ມໍລິເຊຍ ໃນອັບຟະລິກາຕາເວັນອອກ, ປານາມາ, ກາຕາ, ສະວິດເຊີແລນ, ອຸຣຸກໄວ ແລະຫວຽດນາມ

ຈາກການສຳຫຼວດ ແລະຈັດອັນດັບຄັ້ງນີ້ ໄດ້ລວບລວມ ຜົນກະທົບທາງເສດຖະກິດ ທີ່ເກີດຂຶ້ນຈາກຄວາມຮຸນແຮງທົ່ວໂລກເອົາໄວ້ນຳ ເຊິ່ງໃນປີກາຍຄວາມຮຸນແຮງທີ່ເກີດຂຶ້ນປະມານມູນຄ່າແມ່ນ 13.6 ລ້ານດອນລາສະຫະລັດ ຫຼືຄິດເປັນເປີເຊັນແມ່ນ 13.3% ຂອງຜະລິດຕະພັນລວມໃນປະເທດ

111141

ຖ້າຫາກແບ່ງເປັນເປີເຊັນແລ້ວ ທະວີບຢູໂຣບ ຖືວ່າມີຈຳນວນປະເທດທີ່ສະຫງົບສຸກຫຼາຍທີ່ສຸດໃນໂລກ ເຊິ່ງໃນ 11​ປະເທດທີ່ຢູ່ໃນເກນປະເທດສະຫງົບສຸກນັ້ນ ມີປະເທດຈາກຢູໂຣບຮອດ 8 ປະເທດທີ່ໄດ້ຢູ່ໃນອັນດັບສະຫງົບສຸກຫຼາຍເຊິ່ງໄດ້ແກ່: ໄອແລນ, ເດນມາກ, ອອສເຕເລຍ, ໂປຣຕູເກດ, ສາທາລະນະລັດເຊັກ, ສະວິດເຊີແລນ, ສະໂລວາເນຍ ແລະຟິນແລນ

ຖ້າຈັດໃນປະເທດອາຊຽນແມ່ນ ສິງກະໂປ ເປັນປະເທດທີ່ສະຫງົບສຸກຫຼາຍທີ່ສຸດ ເມື່ອປຽບທຽບກັບປະເທດອື່ນໆ, ຕໍ່ມາແມ່ນມາເລເຊຍ, ສ່ວນລາວເຮົາແມ່ນ ຢູ່ໃນອັນດັບທີ 52 ມີຄວາມສະຫງົບດີຢູ່

ເປັນອີກປີໜຶ່ງທີ່ໄອແລນ ຕິດອັນດັບປະເທດທີ່ສະຫງົບສຸກຫຼາຍທີ່ສຸດໃນໂລກ, ເຊິ່ງປະເທດທີ່ມີຄວາມຂັດແຍ່ງກັນຫຼາຍທີ່ສຸດແມ່ນປະເທດຊີເລຍ, ຊູດານໃຕ້, ອີຣັກ, ອັບປາກິສະຖານ, ໂຊມາເລຍ ແລະເຢເມນ

79121

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...