spot_img
Homeນານາສາລະປະຫວັດ “ວັນວິສາຂະບູຊາ” ວັນທີ່ສຳຄັນທີ່ສຸດຂອງສາສະໜາພຸດ

ປະຫວັດ “ວັນວິສາຂະບູຊາ” ວັນທີ່ສຳຄັນທີ່ສຸດຂອງສາສະໜາພຸດ

Published on

ເດືອນຫົກເພັງເປັນວັນສຳຄັນທາງພະພຸດທະສາດສະໜາ ເພາະເປັນວັນປະສູດ (ວັນເກີດ) ວັນຕັດສະຮູ້ (ວັນບັນລຸທຳມະພິເສດ) ແລະ ວັນປະລິນິບພານ (ວັນຕາຍ) ຂອງອົງສົມເດັດພະສຳມາ ສຳພຸດທະເຈົ້າ, ເພາະສະນັ້ນ ບັນດາຊາວພຸດທົ່ວໂລກທີ່ນັບຖືພະພຸດທະສາດສະໜາ ຈຶ່ງໄດ້ພາກັນຊົມຊື່ນຍິນດີ ປະກອບການເຮັດບຸນເປັນຕົ້ນວ່າ: ໃຫ້ທານ, ຮັກສາສິນ, ຟັງທຳມະເທດສະໜາ ແລະ ບຳເພັນກຸສົນ ດ້ວຍວິທີການຕ່າງໆໃນວັນດັ່ງກ່າວນັ້ນເພື່ອຕອບສະໜອງພະຄຸນ ແລະ ເຊີດຊູພະພຸດທະສາດສະໜາໃຫ້ຮຸ່ງເຮືອງຕໍ່ໆໄປ.

ຄວາມສຳຄັນຂອງວັນວິສາຂະບູຊາ ເປັນວັນສຳຄັນຍິ່ງທາງພະພຸດທະສາສະໜາ ເພາະເປັນວັນທີ່ພະພຸດທະເຈົ້າປະສູດຄືເກີດ, ໄດ້ຕັດສະຮູ້ຄືສຳເລັດ ແລະ ໄດ້ປະລິນິພານຄືດັບ ເກີດຂຶ້ນກົງກັນທັງ 3 ຢ່າງໃນມື້ເພັງ 15 ຄໍ່າ ເດືອນ 6.

  1. ເມື່ອເຈົ້າຊາຍສິທັດຖະປະສູດທີ່ພະລາດຊະອຸດທະຍານລຸມພິນີວັນ ລະຫວ່າງນະຄອນກະບິນລະພັດກັບເທວະທະຫະ ເມື່ອຕອນເຊົ້າວັນສຸກ ຂຶ້ນ 15 ຄໍ່າ ເດືອນ 6 ປີຈໍ ກ່ອນພຸດທະການ (ພສ) 80 ປີ.
  2. ເມື່ອເຈົ້າຊາຍສິທັດຖະຕັດສະຮູ້ ເປັນພະພຸດທະເຈົ້າເມື່ອພະຊົນມາຍຸໄດ້ 35 ພັນສາ ທີ່ໃຕ້ຮົ່ມຕົ້ນໄມ້ສີມະຫາໂພ ຝັ່ງແມ່ນໍ້າເນລັນຊະລາ ໃນຕອນເຊົ້າວັນພຸດ ຂຶ້ນ 15 ຄໍ່າ ເດືອນ 6 ປີລະກາ ກ່ອນພຸດທະການ 45 ປີ ຫຼັງຈາກອອກບວດໄດ້ 6 ປີ ປັດຈຸບັນສະຖານທີ່ຕັດສະຮູ້ແຫ່ງນີ້ຮຽກວ່າ “ພຸດທະຄະຍາ” ຢູ່ທີ່ເມືອງຄະຍາ ລັດພິຫານຂອງອິນເດຍ.
  3. ຫຼັງຈາກຕັດສະຮູ້ແລ້ວ ໄດ້ປະກາດພະພຸດທະສາສະໜາ ແລະ ໂພດເວໄນຍະສັດໄດ້ 45 ປີ ພະຊົນມາຍຸໄດ້ 80 ພັນສາ ກໍ່ສະເດັດດັບຂັນປະລິນິພານ ເມື່ອວັນອັງຄານຂຶ້ນ 15 ຄໍ່າ ເດືອນ 6 ປີມະເສັງ ທີ່ສາລະວະໂນທະຍານ ຂອງມັນລະກະສັດ ເມືອງກຸລິນາລາ ແຄວ້ນມັນລະ (ປັດຈຸບັນຢູ່ໃນເມືອງ ກຸສີນະຄອນ ແຄວ້ນອຸດຕະລະປະເທດ ຂອງປະເທດອິນເດຍ).

ຖືວ່າເປັນເລື່ອງທີ່ໜ້າອັດສະຈັນຍິ່ງ ທີ່ເຫດການທັງ 3 ກ່ຽວກັບວິຖີຊີວິດຂອງພະສຳມາສຳພຸດທະເຈົ້າ ເຊິ່ງມີຊ່ວງໄລຍະເວລາຫ່າງກັນເປັນເວລາຫຼາຍສິບປີ ບັງເອີນເກີດຂຶ້ນໃນມື້ເພັງ 15 ຄໍ່າ ເດືອນ 6.

ກອງປະຊຸມໃຫຍ່ຂອງສະຫະປະຊາຊາດຄັ້ງທີ່ 54 ຢູ່ນະຄອນຫຼວງນິວຢອກ ປະເທດສະຫະລັດອາເມລິກາ ໃນວັນທີ 15 ທັນວາ 1999 ໄດ້ປະກາດຮັບຮອງວັນວິສາຂະບູຊາເປັນວັນສຳຄັນສາກົນຂອງໂລກ ກໍ່ຄືວັນສັນຕິພາບຂອງໂລກ ແລະ ທຸກປະເທດທີ່ເປັນສະມາຊິກຂອງອົງການສະຫະປະຊາຊາດໄດ້ມີການສະເຫຼີມສະຫຼອງວັນດັ່ງກ່າວຢ່າງຍິ່ງໃຫຍ່ ເວົ້າລວມ, ເວົ້າສະເພາະປະເທດທີ່ນັບຖືພະພຸດທະສາດສະໜາແມ່ນໃຫ້ຖືຄວາມສຳຄັນເປັນພິເສດ.

ຮຽບຮຽງບົດ: ພຸດສະດີ

ແຫຼ່ງຂໍ້ມູນ: hilight.kapook

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...