Homeຂ່າວທ້ອງຖິ່ນປະຫວັດຜູ້ຕິດເຊື້ອ ແລະ ເຂດສະຖານທີສ່ຽງທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ

ປະຫວັດຜູ້ຕິດເຊື້ອ ແລະ ເຂດສະຖານທີສ່ຽງທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ

Published on

ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຂໍລາຍງານ ສະພາບການລະບາດຂອງພະຍາດ COVID-19 ຢູ່ໃນ ສປປ ລາວ ແລະ ທົ່ວໂລກ.

ມາຮອດປັດຈຸບັນ ຢູ່ ສປປ ລາວ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2,025 ຕົວຢ່າງ ກວດພົບຜູ້ຕິດເຊື້ອທັງໝົດ 15 ກໍລະນີ, ໃນນັ້ນ ຈາກນະຄອນຫຼວງ 6 ກໍລະນີ, ສະຫວັນນະເຂດ 3 ກໍລະນີ ແລະ ຈຳປາສັກ 6 ກໍລະນີ, ສຳລັບນະຄອນຫຼວງວຽງຈັນ 6 ກໍລະນີ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ຕິດເຊື້ອຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ, ສ່ວນສະຫວັນນະເຂດ 3 ກໍລະນີ ແລະ ຈຳປາສັກ 6 ກໍລະນີ ແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດໄທ ໂດຍຖືກຕ້ອງຕາມກົດໝາຍ.

ລາຍງານກ່ຽວກັບ 6 ກໍລະນີ ທີ່ພົບ ຢູ່ນະຄອນຫຼວງວຽງຈັນ ດັ່ງຕໍ່ໄປນີ້:

ກໍລະນີ 1:ເພດຊາຍ, ອາຍຸ 29 ປີ, ສັນຊາດລາວ, ອາຊີບ: ພະນັກງານແພດໂຮງໝໍ 5 ເມສາ, ບ້ານພະໂພ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ,  ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 14 ມີຖຸນາ 2021 ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ

ກໍລະນີ 2: ເພດຊາຍ, ອາຍຸ 10 ເດືອນ, ບ້ານພະຂາວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວມີອາການໄຂ້ ແລະ ເຈັບຄໍ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ ເຊິ່ງເປັນພະນັກງານ (ເປັນແມ່), ໄປເກັບຕົວຢ່າງ ໃນວັນທີ 14 ມີຖຸນາ 2021 ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ.

ກໍລະນີ 3 : ເພດຍິງ, ອາຍຸ 44 ປີ, ອາຊີບ: ຄ້າຂາຍອາໄຫຼ່, ບ້ານພະຂາວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ (ແມ່ຂອງຜູ້ຕິດເຊື້ອ), ໄປເກັບຕົວຢ່າງ ໃນວັນທີ 14 ມີຖຸນາ 2021 ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ.

ກໍລະນີ 4: ເພດຍິງ, ອາຍຸ 20 ປີ, ບ້ານພະຂາວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວມີໄຂ້, ເຈັບຄໍ, ໄອ, ຂີ້ກະເທີ່, ປວກຮາກ ແລະ ເມື່ອຍ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ (ເປັນນ້ອງສາວຜູ້ຕິດເຊື້ອ), ໄປເກັບຕົວຢ່າງ ໃນວັນທີ 14 ມີຖຸນາ ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ.

ກໍລະນີ 5 :ເພດຍີງ, ອາຍຸ 21 ປີ, ອາຊີບ: ຄ້າຂາຍອາໄຫຼ່, ບ້ານພະຂາວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫັຍງ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ (ເປັນນ້ອງສາວຂອງຜູ້ຕິດເຊື້ອ), ໄປເກັບຕົວຢ່າງ ໃນວັນທີ 14 ມີຖຸນາ ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ

ກໍລະນີ 6 : ເພດຍິງ, ອາຍຸ: 27 ປີ, ບ້ານໜອງທາເໜືອ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ໄປເກັບຕົວຢ່າງ ໃນວັນທີ 14 ມີຖຸນາ ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ, ປະຈຸບັນ ທີມງານກຳລັງຕິດຕໍ່ເອົາຂໍ້ມູນລະອຽດຂອງຜູ້ກ່ຽວ.

  • ເຂດສ່ຽງ/ສະຖານທີ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ

– ວັນທີ 07/06/2021 ຫຼື ວັນທີ 8/06/2021 ໄປຖ່າຍຮູບຢູ່ Parkson ແຖວຖະໜົນຄູ

ວຽງ ໃກ້ Vientiane Centre

– ວັນທີ 8-9/06/2021 ໄປຊື້ເຄື່ອງຢູ່ Viewmall

– ວັນທີ 10/06/2021 ໄປບ້ານໝູ່ຢູ່ສະພັງໝໍ້

– ວັນທີ 11/06/2021 ໄປອ້ອມຮົ້ວຊ່ວຍພີ່ນ້ອງ ຢູ່ບ້ານວຽງຄຳ, ເມືອງສີໂຄດຕະບອງ ແລະ ໄປຕະຫຼາດຈັນສະຫວ່າງ

– ວັນທີ 11/06/2021 ໄປກິນເຂົ້າປຸ້ນແຈ່ວຂິງ ຢູ່ທ່າເດື່ອ, ຮ້ານຢູ່ແຄມຂອງ

– ວັນທີ 12/06/2021 ໄປບ້ານໜອງບົວທອງ, ເມືອງສີໂຄດຕະບອງ

– ວັນທີ 14/06/2021 ໄປຊື້ຢາຢູ່ຮ້ານຂາຍຢາໃສສະອາດ ສາຂາໜ້າໂຮງໝໍມິດຕະພາບ

– ວັນທີ 14/06/2021 ເວລາ 20:15 – 20:30 ໂມງ ໄປກວດພະຍາດຢູ່ຫຼັກໄຊຄລີນິກ

  • ປະຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 17 ບ້ານ ໃນ 07 ເມືອງ ແລະ ບ້ານໃໝ່ທີ່ກຳນົດເປັນບ້ານເຂດແດງໃນວັນທີ 15 ມີຖຸນາ 2021 ມີ 1 ບ້ານຄື: ບ້ານໜອງແຕ່ງເໜືອ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...