Homeຂ່າວເຫດການປະທານປະເທດ ເຄື່ອນໄຫວຢ້ຽມຢາມ ການພັດທະນາເສດຖະກິດ ເມືອງນາຊາຍທອງ

ປະທານປະເທດ ເຄື່ອນໄຫວຢ້ຽມຢາມ ການພັດທະນາເສດຖະກິດ ເມືອງນາຊາຍທອງ

Published on

ຂປລ. ວັນ​ທີ 17 ພຶດ​ສະພາ 2016 ທ່ານ ບຸນ​ຍັງ ວໍລະ​ຈິດ ປະທານ​ປະ​ເທດ ​ ແຫ່ງ ສປປ ລາວ ​ໄດ້​ລົງ​ເຄື່ອນ​ໄຫວ​ຢ້ຽມຢາມ ​ການ​ພັດທະນາເສດຖະກິດ-ສັງຄົມ ຢູ່​ເມືອງ​ນາ​ຊາຍ​ທອງ ນະຄອນຫລວງ​ວຽງ​ຈັນ, ​ໂດຍ​ມີ ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ​ເຈົ້າ​ຄອງ​ນະຄອນຫລວງ​ວຽງ​ຈັນ ພ້ອມ​ຄະນະເຂົ້າ​ຮ່ວມ.

ໃນ​ການ​ລົງ​ເຄື່ອນ​ໄຫວ​ຄັ້ງ​ນີ້, ທ່ານ ປະທານ​ປະ​ເທດ ພ້ອມ​ດ້ວຍ​ຄະນະ ​ໄດ້​ລົງ​ຢ້ຽມຢາມ​ ສະຖານ​ທີ່​ທ່ອງ​ທ່ຽວ​ທຳ​ມະ​ຊາດ, ນ້ຳຕົກຕາດ​ຊອນ, ສວນ​ອຸທິຍານ​ແຫ່ງ​ຊາດ, ຊຸມ​ຊົນ​ປະຊາ​ຄົມ​ອາ​ຊຽນ ​ເຊິ່ງ​ເປັນ​ສະຖານ​ທີ່​ສຳຄັນ ​ແລະ ສວຍ​ງາມ​ທາງ​ດ້ານ​ທຳ​ມະ​ຊາດ ​ໂດຍ​ການ​ລົງທຶນເພື່ອ​ພັດທະ​ນາ​ທຳ​ມະ​ຊາດ ​ແລະ ປ່າ​ໄມ້ ​ໃຫ້​ກາຍ​ເປັນ​ແຫ່ງ​ທ່ອງ​ທ່ຽວ​ ທຳ​ມະ​ຊາດຄົບ​ວົງ​ຈອນ ​ເພື່ອ​ຕ້ອນຮັບ​ແຂກ​ພາຍ​ໃນ ​ແລະ ຕ່າ​ງປະ​ເທດ. ນອກຈາກ​ລົງ​ເຄື່ອນ​ໄຫວ​ ຢ້ຽມຢາມ​ສະຖານ​ທີ່​ ທ່ອງ​ທ່ຽວ​ດັ່ງກ່າວ​ແລ້ວ ທ່ານ ບຸນ​ຍັງ ວໍລະ​ຈິດ ຍັງ​ໄດ້​ລົງ​ເຄື່ອນ​ໄຫວຢ້ຽມຢາມ ການ​ດຳ​ເນີນ​ກິດຈະການ​ຂອງ​ບໍລິສັດ ​ເອັກສພີ ການ​ຄ້າ​ລາວ-ຈີນ ຈຳກັດ ທີ່​ບ້ານ​ໜອງ​ສະ ​ເຊິ່ງບໍລິ​ສັດ​ດັ່ງກ່າວ, ດຳ​ເນີນ​ທຸລະ​ກິດ​ກ່ຽວ​ກັບ​ ການ​ລ້ຽງສັດ​ ຄົບ​ວົງ​ຈອນ ​ໂດຍ​ສະ​ເພາະ​ແມ່ນ ໝູ, ງົວ ປາ ​ແລະ ອື່ນໆ. ນອກ​ນັ້ນ, ຍັງ ໄດ້​ລົງ​ເຄື່ອນ​ໄຫວຢ້ຽມຢາມ​ ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ບໍລິສັດ ລາວ​ຊູນ​ທ່ຽນ ສົ່ງ​ເສີມ​ກະສິກຳ ຈຳກັດ​ຜູ້​ດຽວ ​ເຊິ່ງ​​ແມ່ນ​ບໍລິສັດ​ລົງທຶນ​ຂອງ​ນັກທຸລະກິດ ສປ ຈີນ.

​ໂອກາດ​ດັ່ງກ່າວ, ທ່ານ ບຸນ​ຍັງ ວໍລະ​ຈິດ ​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ ຕໍ່ບັນດາ​ຫົວ​ໜ່ວຍທຸລະ​ກິດ, ຜູ້​ປະກອບ​ການ​ຕ່າງໆ ທີ່​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ຕັ້ງໜ້າ​ ເຂົ້າ​ໃນ​ການ​ດຳ​ເນີນ​ທຸລະ​ກິດ​ທີ່​ຖືກຕ້ອງ ​ແລະ ສອດຄ່ອງ​ກັບ​ລະບຽບ​ກົດໝາຍ ​ເຊິ່ງ​ເປັນ​ການ​ປະກອບສ່ວນ ​ເຂົ້າ​ໃນ​ການ​ພັດທະນາເສດຖະກິດ-ສັງຄົມຂອງ​ຊາດ ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ຮອບ​ດ້ານ. ພ້ອມ​ທັງ​ຮຽກຮ້ອງ ​ໃຫ້​ຜູ້​ປະກອບ​ການ​ເອົາ​ໃຈ​ໃສ່​ ໃນ​ການ​ປະສານ​ສົມທົບ ​ກັບ​ພາກສ່ວນ​ກ່ຽວຂ້ອງ ທັງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ ​ເປັນ​ເຈົ້າ​ການ​ຮ່ວມປຶກສາ​ຫາລື ​ເພື່ອ​ແກ້​ໄຂ​ປັບປຸງວຽກ​ງານ​ກັບ​ພາກ​ລັດ​ ຢ່າງເປັນ​ຮູບ​ປະ​ທຳ, ​ເອົາ​ໃຈ​ໃສ່​ຊອກ​ຫາທ່າ​ແຮງ​ບົມຊ້ອນ ​ແລະ ນຳ​ມາ​ໃຊ້​ໃຫ້​ເກີດ ​ຜົນ​ປະ​ໂຫຍ​ດສູງ​ສຸດ ​ໂດຍ​ສະ​ເພາະ​ແມ່ນ ​ວຽກ​ງານ​ການ​ມີ​ສ່ວນ​ຮ່ວມ ​ຂອງ​ປະຊາຊົນ​ທ້ອງ​ຖິ່ນ ​ເພື່ອ​ສ້າງ​ໃຫ້​ເຂົາ​ເຈົ້າ​ ໄດ້​ມີ​ລາຍ​ຮັບ​ທີ່​ດີ​ຂຶ້ນ ​ແນ​ໃສ່​ຍົກ​ລະດັບ ​ຊີວິດ​ການ​ເປັນ​ຢູ່​ ຂອງ​ປະຊາຊົນ ໃຫ້​ນັບ​ມື້​ດີ​ຂຶ້ນ ຕາມ​ແນວທາງ​ນະ​ໂຍບາຍ ​ຂອງ​ພັກ-ລັດ ວາງ​ອອກ​ໃຫ້​ປະກົດ ​ຜົນ​ເປັນ​ຈິງ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...