ປະຊາກອນເຄິ່ງໂລກມີລາຍຮັບຫຼຸດລົງຍ້ອນຜົນກະທົບຈາກການລະບາດໂຄວິດ-19

ໃນວັນທີ 3 ພຶດສະພາ ທີ່ຜ່ານມາ ສຳນັກຂ່າວຣອຍເຕີລາຍງານຜົນການສຳຫຼວດຈາກແກລລັບໂພລ ບໍລິສັດວິໄຈສັນຊາດອາເມລິກາ ວ່າ ປະຊາຊົນ 1 ໃນ 2 ຄົນທົ່ວໂລກມີລາຍຮັບຫຼຸດລົງ ເນື່ອງຈາກການລະບາດຂອງໂຄວິດ-19 .

ຈາກການສຳຫຼວດກຸ່ມຕົວຢ່າງ 300,000 ຄົນໃນ 117 ປະເທດພົບວ່າ ປະຊາຊົນ 50% ຫຼື ເທົ່າກັບຜູ້ໃຫຍ່ 1,600 ລ້ານຄົນທົ່ວໂລກ ມີລາຍຮັບຫຼດລົງ ປະເທດທີ່ມີປະຊາຊົນມີລາຍຮັບຫຼຸດລົງຫຼາຍວ່າ 65% ແລະ ມີ ຮອດ 57 ປະເທດ ເພາະຕ້ອງຢຸດການທຳງານ.

“ການຫຼຸດລົງແມ່ນຢູ່ໃນລະດັບສູງເຖິງ 76 ເປີເຊັນໃນປະເທດໄທແລະເປັນການຫຼຸດລົງ 10 ເປີເຊັນໃນປະເທດສະວິດເຊີແລນ.”

ປະຊາຊົນໃນບັນດາປະເທດທີ່ມີລາຍໄດ້ຕໍ່າ ແລະ ອັດຕາການລະບາດຂອງພວກເຂົາແມ່ນຢູ່ໃນລະດັບສູງ ແລະ ເປັນກຸ່ມທີ່ມີຄວາມຫຍຸ້ງຍາກ ຍ້ອນວ່າຫວ່າງງານ ຫຼື ຖືກຫຼຸດຊົ່ວໂມງເຮັດວຽກ.

ວິກິດການ COVID ຍັງມີຜົນກະທົບເປັນພິເສດຕໍ່ແມ່ຍິງທີ່ມີລາຍໄດ້ຕໍ່າຢູ່ໃນເສດຖະກິດຫຼາຍຂະແໜງ ການ ລວມທັງການຂາຍຍ່ອຍ, ທ່ອງ​ທ່ຽວ ແລະ ບໍລິການອາຫານ.

ຜົນການສຶກສາຂອງ Oxfam ອົງການການກຸສົນສາກົນກ່າວວ່າ COVID-19 ເຮັດໃຫ້ແມ່ຍິງໃນທົ່ວໂລກສູນເສຍລາຍຮັບລວມມູນຄ່າທັງໝົດ 800 ຕື້ໂດລ້າ.

ຮຽບຮຽງຂ່າວ: ພຸດສະດີ