spot_img
Homeຂ່າວພາຍ​ໃນປະກາດໄຊສົມບູນ ເປັນແຂວງຕັ້ງໃໝ່ຂອງລາວ ຢ່າງເປັນທາງການ

ປະກາດໄຊສົມບູນ ເປັນແຂວງຕັ້ງໃໝ່ຂອງລາວ ຢ່າງເປັນທາງການ

Published on

20140102112604

ເພື່ອ​ເຮັດ​ໃຫ້​ເຂດ​ພິເສດ​ໄຊ​ສົມບູນ​ໃນ​ເມື່ອ​ກ່ອນ ກໍ່​ຄື​ເມືອງ​ຮົ່ມ ແລະ ເມືອງ​ໄຊ​ສົມບູນ​ໃນ​ປັດຈຸບັນ ໄດ້​ຮັບ​ການ​ພັດທະນາ​ຄື​ກັບ​ແຂວງ​ອື່ນໆ​ນັ້ນ ພັກ ແລະ ລັດຖະບານ​ເຮົາ ຈຶ່ງ​ໄດ້​ເຫັນ​ດີ​ຕົກລົງ​ໃຫ້​ສ້າງຕັ້ງ​ເປັນ​ແຂວງ​ໄຊ​ສົມບູນ ຊຶ່ງ​ເປັນ​ແຂວງ​ໃໝ່​ຂອງ ​ສປປ ລາວ ໂດຍ​ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ເອົາ ຢູ່​ໃນ​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ່ 6 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ 7 ທີ່​ໄດ້​ຈັດ​ຂຶ້ນ​ລະຫວ່າງ​ວັນ​ທີ 9-27 ທັນວາ 2013 ຜ່ານ​ມາ​ນີ້ ຖື​ວ່າ​ມາ​ຮອດ​ປັດຈຸບັນ​ນີ້ ທົ່ວ​ປະເທດ​ເຮົາ​ມີ 1 ນະຄອນຫຼວງ ແລະ ມີ 17 ແຂວງ ລວມ​ທັງ​ໝົດ​ແມ່ນ​ມີ 18 ເຂດ​ປົກຄອງ​ທ້ອງຖິ່ນ ແຂວງ​ໄຊ​ສົມບູນ ເຄີຍ​ເປັນ​ເຂດ​ພິເສດ​ໄຊ​ສົມບູນ ເມື່ອ​ປີ 2006 ຄືນ​ຫຼັງ ແລະ ພາຍຫຼັງ​ທີ່​ໄດ້​ລົບ​ລ້າງ​ເປັນ​ເຂດ​ພິເສດ​ແລ້ວ ນັບ​ແຕ່​ນັ້ນ ມາ​ບັນດາ​ເມືອງ​ກໍ່​ໄດ້​ມອບ​ໂອນ​ໃຫ້​ແຂວງ​ວຽງ​ຈັນ ແລະ ແຂວງ​ຊຽງ​ຂວາງ​ປົກຄອງ ສືບຕໍ່​ພັດທະນາ.

ພື້ນ​ທີ່​ການ​ປົກຄອງ​ແຂວງ​ທີ່​ສ້າງ​ຂຶ້ນ​ໃໝ່​ນີ້ ແມ່ນ​ປະກອບ​ດ້ວຍ​ພື້ນ​ທີ່​ຂອງ​ເມືອງ​ຮົ່ມ ແລະ ເມືອງ​ໄຊ​ສົມບູນ ແຂວງ​ວຽງ​ຈັນ ກັບ​ເມືອງ​ທ່າ​ໂທມ ແຂວງ​ວຽງ​ຈັນ ເຊິ່ງ​ເຄີຍ​ຂຶ້ນ​ກັບ​ເຂດ​ພິເສດ​ໄຊ​ສົມບູນ​ໃນ​ເມື່ອ​ກ່ອນ ແຕ່​ໃນ​ນີ້​ໄດ້​ແຍກ​ເມືອງ​ຮົ່ມ​ອອກ​ເປັນ​ສອງ​ເມືອງ​ຄື: ເມືອງ​ລ້ອງ​ຊານ ແລະ ເມືອງ​ຮົ່ມ ພ້ອມ​ນີ້​ຍັງ​ໄດ້​ແຍກ ແລະ ປ່ຽນ​ຊື່​ເມືອງ​ໄຊ​ສົມບູນ​ເປັນ 2 ເມືອງ​ຄື: ເມືອງ​ອະນຸວົງ ແລະ ເມືອງ​ລອງ​ແຈ້ງ ພ້ອມ​ທັງ​ມອບ​ໂອນ​ເມືອງ​ທ່າ​ໂທມ​ຈາກ​ແຂວງ​ຊຽງ​ຂວາງ ມອບ​ໂອນ​ກຸ່ມ​ບ້ານ​ໂພນ​ພະ ກຸ່ມ​ເມືອງ​ພູນ​ເກົ່າ​ຈາກ ເມືອງ​ວັງ​ວຽງ ແຂວງ​ວຽງ​ຈັນ ມາ​ຂຶ້ນ​ກັບ​ແຂວງ​ໃໝ່​ຕື່ມ​ອີກ ຖື​ວ່າ​ແຂວງ​ໄຊ​ສົມບູນ​ນີ້ ປະກອບ​ມີ 5 ເມືອງ ມີ​ພົນລະເມືອງ​ທັງ​ໝົດ 81.801 ຄົນ.

ພິທີ​ປະກາດ​ສ້າງຕັ້ງ​ແຂວງ​ໄຊ​ສົມບູນ​ໃໝ່​ຢ່າງ​ເປັນ​ທາງ​ການ ໄດ້​ຈັດ​ຂຶ້ນ​ວັນ​ທີ 31 ທັນວາ 2013 ຜ່ານ​ມາ​ນີ້ ພ້ອມ​ທັງ​ແຕ່ງຕັ້ງ​ຄະນະ​ບໍລິຫານ​ງານ​ແຂວງ ໂດຍ​ແຕ່ງຕັ້ງ​ທ່ານ ​ດຣ. ສົມບັດ ເຢຍ​ລີ​ເຮີ ອະດີດ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ຮອງ​ຫົວໜ້າ​ຫ້ອງ​ວ່າການ​ສູນ​ກາງ​ພັກ ເປັນ​ເລຂາ​ພັກ​ແຂວງ ທັງ​ເປັນ​ເຈົ້າແຂວງ​ໄຊ​ສົມບູນ ທ່ານ ພອຍ​ຄຳ ຮຸ່ງ​ບຸນ​ຍວງ ອະດີດ​ເຈົ້າເມືອງ​ຈັນທະ​ບູ​ລີ ນະຄອນຫຼວງ​ວຽງ​ຈັນ ແລະ ທ່ານ ລາວ​ປ່າວ​ຊົງ ນະ​ວົງ​ໄຊ ເປັນ​ຮອງ​ເຈົ້າແຂວງ​ໄຊ​ສົມບູນ ຊຶ່ງ​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ​ມີ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ພ້ອມ​ດ້ວຍ​ການ​ນຳ​ພັກ-ລັດ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ ແລະ ພະນັກງານ​ບຳນານ ພະນັກງານ-ລັດຖະກອນ ຕະຫຼອດ​ຮອດ​ພໍ່​ແມ່​ປະຊາຊົນ.

ໂອກາດ​ດັ່ງກ່າວ​ນີ້ ທ່ານ​ນາຍົກລັດຖະມົນຕີ​ຕາງໜ້າ​ໃຫ້​ພັກ-ລັດຖະບານ ກໍ່​ໄດ້​ໃຫ້​ທິດ​ຊີ້​ນຳ ໂດຍ​ໄດ້​ເນັ້ນ​ໃຫ້​ຄະນະ​ບໍລິຫານ​ງານ​ແຂວງ​ໄຊ​ສົມບູນ ທີ່​ເປັນ​ແຂວງ​ສ້າງຕັ້ງ​ໃໝ່ ຕ້ອງ​ເຊີດ​ຊູ​ຄວາມ​ຮັບຜິດຊອບ​ການເມືອງ​ຂອງ​ຕົນ​ໃຫ້​ສູງ ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ເຮັດ​ໃຫ້​ສຳເລັດ​ໜ້າທີ່​ວຽກ​ງານ​ຂອງ​ຕົນ ຕາມ​ການ​ມອບ​ໝາຍ​ຂອງ​ຂັ້ນ​ເທິງ ເປັນຕົ້ນ​ແມ່ນ​ນຳພາ​ພະນັກງານ ທະຫານ ຕຳຫຼວດ ພໍ່​ແມ່​ປະຊາຊົນ ແລະ ຊັ້ນ​ຄົນ​ຕ່າງໆ​ໃນ​ເຂດ​ປົກຄອງ​ຂອງ​ຕົນ ສ້າງສາ​ພັດທະນາ​ໃຫ້​ຈະເລີນ​ຮຸ່ງເຮືອງ​ສີວິໄລ ພື້ນຖານ​ໂຄງ​ລ່າງ​ໄດ້​ຮັບ​ການ​ປັບປຸງ ແລະ ກໍ່ສ້າງ ສັງຄົມ​ມີ​ຄວາມ​ສະຫງົບ ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ ການ​ໄປ​ມາ​ມີ​ຄວາມ​ສະດວກ​ສະບາຍ ອີກ​ອັນ​ໜຶ່ງ ໜ້າທີ່​ອັນ​ຮີບ​ດ່ວນ​ກໍ່​ແມ່ນ​ຄົ້ນ​ຄວ້າ ແລະ ວາງ​ລະບຽບ​ແບບແຜນ​ວິທີ​ເຮັດ​ວຽກ​ຂອງ​ຄະນະ​ບໍລິຫານ​ງານ ເຮັດ​ວຽກ​ຕ້ອງ​ມີ​ແບບແຜນ ມີ​ໂຄງການ ມີ​ການ​ມອບ​ຄວາມ​ຮັບຜິດຊອບ​ໃຫ້​ກັນ ແລະ ກັນ​ຢ່າງ​ລະອຽດ​ຈະແຈ້ງ ປັບປຸງ​ກົງຈັກ​ການຈັດຕັ້ງ​ແຕ່​ລະ​ຂັ້ນ​ອ້ອມ​ຂ້າງ​ແຂວງ​ໃຫ້​ຖືກຕ້ອງ ແລະ ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ ເພື່ອ​ເຮັດ​ວຽກ​ໃຫ້​ສະດວກ ມີ​ຜົນສຳເລັດ ແລະ ສືບຕໍ່​ປະຕິບັດ​ວຽກ​ງານ​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ ຕາມ​ທິດ 3 ສ້າງ​ໃຫ້​ບັນລຸ​ຜົນສຳເລັດ​ເປັນ​ກ້າວໆ

ທີ່ມາ http://www.vientianemai.net/teen/khao/1/10910

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...