spot_img
Homeຂ່າວທ້ອງຖິ່ນບໍລິສັດ ເບຍລາວ ມອບ 2 ຕື້ກີບ ແກ່ລັດຖະບານເພື່ອຕໍ່ສູ້ກັບໂຄວິດ-19

ບໍລິສັດ ເບຍລາວ ມອບ 2 ຕື້ກີບ ແກ່ລັດຖະບານເພື່ອຕໍ່ສູ້ກັບໂຄວິດ-19

Published on

ໃນວັນທີ 26 ມີນາ 2020 ທີ່ ນະຄອນຫຼວງວຽງຈັນ, ບໍລິສັດ ເບຍລາວ ຈໍາກັດ (ບໍລິສັດ ເບຍລາວ) ໄດ້ມອບເງິນ 2 ​ຕື້ກີບ ເພື່ອປະກອບສ່ວນສະໜັບສະໜູນລັດຖະບານລາວ ກໍຄື ກະຊວງສາທາລະນະສຸກ ແລະ ເຈົ້າໜ້າທີ່ແພດໝໍ ທີ່ກໍາລັງຮັບມື ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ໃນລາວ.

ທ່ານ ເຮັນລິກ ເອັນເດີເຊັນ ຜູ້ອໍານວຍການໃຫຍ່ ບໍລິສັດ ເບຍລາວ ໄດ້ກ່າວວ່າ, ພວກເຮົາຮັບຮູ້ເຖິງການແຜ່ລະບາດຢ່າງຮ້າຍແຮງຂອງເຊື້ອພະຍາດນີ້ທີ່ເກີດຂຶ້ນທົ່ວໂລກ, ດັ່ງນັ້ນ, ພວກເຮົາຈິ່ງຕ້ອງການເປັນສ່ວນໜຶ່ງໃນການສະໜັບສະໜູນລັດຖະບານລາວ ທີ່ກໍາລັງຮັບມືກັບການແຜ່ລະບາດຂອງເຊື້ອພະຍາດພາຍໃນປະເທດ. ປະຊາຊົນລາວໄດ້ໃຫ້ການສະໜັບສະໜູນບໍລິສັດເບຍລາວດ້ວຍດີຕະຫຼອດມາ, ເຊິ່ງເວລານີ້ ພວກຮົາກໍຍິນດີປະກອບສ່ວນໃຫ້ແກ່ລັດຖະບານລາວ ແລະ ປະຊາຊົນລາວໃນການຜ່ານຜ່າສິ່ງທ້າທາຍ ໂດຍຜ່ານການມອບປັດໃຈດັ່ງກ່າວນີ້.

ໃນມື້ນີ້, ເປັນການກ່າວມອບຮັບລະຫວ່າງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດຈາກເຊື້ອຈຸລະໂລກ COVID -19 ພ້ອມດ້ວຍການຈັດຕັ້ງສໍາຄັນ ແລະ ທ່ານ ສູນທອນ ພົມມະຈັກ ປະທານບໍລິສັດເບຍລາວ, ທ່ານ ເຮັນລິກ ເອັນເດີເຊັນ ຜູ້ອໍານວຍໃຫຍ່  ພ້ອມດ້ວຍຄະນະ ແລະ ກໍເປັນໄລຍະພາຍຫຼັງທີ່ ສປປ ລາວ ໄດ້ອອກມາຢືນຢັນວ່າ ລາວເຮົາພົບ 3 ກໍລະນີຕິດເຊື້ອພະຍາດໂຄວິດ-19 ເຊິ່ງຄົນເຈັບທັງສາມຄົນປະຈຸບັນໄດ້ຖືກນໍາສົ່ງເຂົ້າໄປແຍກປ່ຽວເພື່ອຮັບການປິ່ນປົວ.

ບໍລິສັດ ເບຍລາວ ຈໍາກັດ ສະໜັບສະໜູນ ແລະ ເອົາໃຈໃສ່ປະຕິບັດຕາມມາດຕະການທີ່ລັດຖະບານວາງອອກເພື່ອຮັບມືກັບການແຜ່ລະບາດຂອງເຊື້ອໄວຮັສຮ້າຍແຮງທີ່ເປັນສາເຫດຂອງ ໂຄວິດ-19 ລວມເຖິງ ບັນດາຄໍາສັ່ງທີ່ມີການໃຫ້ລະງັບການໂຮມຊຸມນຸມ, ການຈັດງານສະເຫຼີມສະຫຼອງວັນສໍາຄັນຂອງຊາດ, ງານກິລາແຫ່ງຊາດຄັ້ງທີ 11, ງານດອງ ແລະ ງານສັງສັນອື່ນໆ, ລວມທັງ ການໂຈະ ການຮຽນ-ການສອນໃນສະຖານການສຶກສາທົ່ວປະເທດ.

ສໍາລັບພາຍໃນ, ບໍລິສັດ ເບຍລາວ ໄດ້ມີມາດຕະການຢ່າງຊັດເຈນເພື່ອໃຫ້ແນ່ໃຈວ່າພະນັກງານ 2,500 ຄົນ ທີ່ຢູ່ວຽງຈັນ ແລະ ປາກເຊ ກໍຄືທົ່ວປະເທດຂອງພວກເຮົາໄດ້ຮັບຂ່າວສານ ແລະ ຮັບການຝຶກອົບຮົມເບື້ອງຕົ້ນໃນການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວນີ້. ເຊິ່ງມາດຕະການທີ່ມີຄວາມປອດໄພແມ່ນໄດ້ຖືກນໍາມາປະຕິບັດໃນໂຮງງານ ໂດຍຄະນະຜູ້ບໍລິຫານບໍລິສັດໄດ້ມີການສົ່ງຂ່າວໃຫ້ພະນັກງານຂອງຕົນຮັບຮູ້ຢ່າງທັນການ ກ່ຽວກັບຄໍາແນະນໍາຂອງອົງການອະນາໄມໂລກເພື່ອຮັກສາຕົນເອງ ແລະ ຄອບຄົວໃຫ້ມີຄວາມປອດໄພ.

ທ່ານ ເອັນເດີເຊັນ ຍັງໄດ້ກ່າວຕື່ມວ່າ: “ໃນຖານະທີ່ເປັນໜຶ່ງໃນຫົວໜ່ວຍທຸລະກິດໃຫຍ່ໃນລາວ, ບໍລິສັດ ເບຍລາວ ໄດ້ເອົາໃຈໃສ່ຮັບຜິດຊອບຢ່າງຈິງຈັງໃນການໃຫ້ຄວາມຊ່ວຍເຫຼືອແກ່ພະນັກງານ, ຊຸມຊົນ ພ້ອມທັງ ພາກລັດຂອງພວກເຮົາ ໃນເວລາຈໍາເປັນ- ເພື່ອຜົນປະໂຫຍດຂອງທຸກໆຄົນພາຍໃນຊາດ. ຈົ່ງຮ່ວມມືກັນຕໍ່ສູ້ ແລະ ເພື່ອເອົາຊະນະເຊື້ອພະຍາດນີ້ ຮ່ວມກັນ,”.

ບົດຄວາມຫຼ້າສຸດ

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...