Homeຂ່າວທ້ອງຖິ່ນບໍລິສັດ ເບຍລາວ ມອບ 2 ຕື້ກີບ ແກ່ລັດຖະບານເພື່ອຕໍ່ສູ້ກັບໂຄວິດ-19

ບໍລິສັດ ເບຍລາວ ມອບ 2 ຕື້ກີບ ແກ່ລັດຖະບານເພື່ອຕໍ່ສູ້ກັບໂຄວິດ-19

Published on

ໃນວັນທີ 26 ມີນາ 2020 ທີ່ ນະຄອນຫຼວງວຽງຈັນ, ບໍລິສັດ ເບຍລາວ ຈໍາກັດ (ບໍລິສັດ ເບຍລາວ) ໄດ້ມອບເງິນ 2 ​ຕື້ກີບ ເພື່ອປະກອບສ່ວນສະໜັບສະໜູນລັດຖະບານລາວ ກໍຄື ກະຊວງສາທາລະນະສຸກ ແລະ ເຈົ້າໜ້າທີ່ແພດໝໍ ທີ່ກໍາລັງຮັບມື ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ໃນລາວ.

ທ່ານ ເຮັນລິກ ເອັນເດີເຊັນ ຜູ້ອໍານວຍການໃຫຍ່ ບໍລິສັດ ເບຍລາວ ໄດ້ກ່າວວ່າ, “ພວກເຮົາຮັບຮູ້ເຖິງການແຜ່ລະບາດຢ່າງຮ້າຍແຮງຂອງເຊື້ອພະຍາດນີ້ທີ່ເກີດຂຶ້ນທົ່ວໂລກ, ດັ່ງນັ້ນ, ພວກເຮົາຈິ່ງຕ້ອງການເປັນສ່ວນໜຶ່ງໃນການສະໜັບສະໜູນລັດຖະບານລາວ ທີ່ກໍາລັງຮັບມືກັບການແຜ່ລະບາດຂອງເຊື້ອພະຍາດພາຍໃນປະເທດ. ປະຊາຊົນລາວໄດ້ໃຫ້ການສະໜັບສະໜູນບໍລິສັດເບຍລາວດ້ວຍດີຕະຫຼອດມາ, ເຊິ່ງເວລານີ້ ພວກຮົາກໍຍິນດີປະກອບສ່ວນໃຫ້ແກ່ລັດຖະບານລາວ ແລະ ປະຊາຊົນລາວໃນການຜ່ານຜ່າສິ່ງທ້າທາຍ ໂດຍຜ່ານການມອບປັດໃຈດັ່ງກ່າວນີ້.”

ໃນມື້ນີ້, ເປັນການກ່າວມອບຮັບລະຫວ່າງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດຈາກເຊື້ອຈຸລະໂລກ COVID -19 ພ້ອມດ້ວຍການຈັດຕັ້ງສໍາຄັນ ແລະ ທ່ານ ສູນທອນ ພົມມະຈັກ ປະທານບໍລິສັດເບຍລາວ, ທ່ານ ເຮັນລິກ ເອັນເດີເຊັນ ຜູ້ອໍານວຍໃຫຍ່  ພ້ອມດ້ວຍຄະນະ ແລະ ກໍເປັນໄລຍະພາຍຫຼັງທີ່ ສປປ ລາວ ໄດ້ອອກມາຢືນຢັນວ່າ ລາວເຮົາພົບ 3 ກໍລະນີຕິດເຊື້ອພະຍາດໂຄວິດ-19 ເຊິ່ງຄົນເຈັບທັງສາມຄົນປະຈຸບັນໄດ້ຖືກນໍາສົ່ງເຂົ້າໄປແຍກປ່ຽວເພື່ອຮັບການປິ່ນປົວ.

ບໍລິສັດ ເບຍລາວ ຈໍາກັດ ສະໜັບສະໜູນ ແລະ ເອົາໃຈໃສ່ປະຕິບັດຕາມມາດຕະການທີ່ລັດຖະບານວາງອອກເພື່ອຮັບມືກັບການແຜ່ລະບາດຂອງເຊື້ອໄວຮັສຮ້າຍແຮງທີ່ເປັນສາເຫດຂອງ ໂຄວິດ-19 ລວມເຖິງ ບັນດາຄໍາສັ່ງທີ່ມີການໃຫ້ລະງັບການໂຮມຊຸມນຸມ, ການຈັດງານສະເຫຼີມສະຫຼອງວັນສໍາຄັນຂອງຊາດ, ງານກິລາແຫ່ງຊາດຄັ້ງທີ 11, ງານດອງ ແລະ ງານສັງສັນອື່ນໆ, ລວມທັງ ການໂຈະ ການຮຽນ-ການສອນໃນສະຖານການສຶກສາທົ່ວປະເທດ.

ສໍາລັບພາຍໃນ, ບໍລິສັດ ເບຍລາວ ໄດ້ມີມາດຕະການຢ່າງຊັດເຈນເພື່ອໃຫ້ແນ່ໃຈວ່າພະນັກງານ 2,500 ຄົນ ທີ່ຢູ່ວຽງຈັນ ແລະ ປາກເຊ ກໍຄືທົ່ວປະເທດຂອງພວກເຮົາໄດ້ຮັບຂ່າວສານ ແລະ ຮັບການຝຶກອົບຮົມເບື້ອງຕົ້ນໃນການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວນີ້. ເຊິ່ງມາດຕະການທີ່ມີຄວາມປອດໄພແມ່ນໄດ້ຖືກນໍາມາປະຕິບັດໃນໂຮງງານ ໂດຍຄະນະຜູ້ບໍລິຫານບໍລິສັດໄດ້ມີການສົ່ງຂ່າວໃຫ້ພະນັກງານຂອງຕົນຮັບຮູ້ຢ່າງທັນການ ກ່ຽວກັບຄໍາແນະນໍາຂອງອົງການອະນາໄມໂລກເພື່ອຮັກສາຕົນເອງ ແລະ ຄອບຄົວໃຫ້ມີຄວາມປອດໄພ.

ທ່ານ ເອັນເດີເຊັນ ຍັງໄດ້ກ່າວຕື່ມວ່າ: “ໃນຖານະທີ່ເປັນໜຶ່ງໃນຫົວໜ່ວຍທຸລະກິດໃຫຍ່ໃນລາວ, ບໍລິສັດ ເບຍລາວ ໄດ້ເອົາໃຈໃສ່ຮັບຜິດຊອບຢ່າງຈິງຈັງໃນການໃຫ້ຄວາມຊ່ວຍເຫຼືອແກ່ພະນັກງານ, ຊຸມຊົນ ພ້ອມທັງ ພາກລັດຂອງພວກເຮົາ ໃນເວລາຈໍາເປັນ- ເພື່ອຜົນປະໂຫຍດຂອງທຸກໆຄົນພາຍໃນຊາດ. ຈົ່ງຮ່ວມມືກັນຕໍ່ສູ້ ແລະ ເພື່ອເອົາຊະນະເຊື້ອພະຍາດນີ້ ຮ່ວມກັນ,”.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...