spot_img
Homeຂ່າວຕ່າງປະເທດບໍລິສັດສຳຫຼວດ ອອສເຕຣເລຍ ວ່າ ​ເຮືອບິນ ທີ່ຫາຍ​ສາບ​ສູນ​ ​ອາດຈະຕົກ ທີ່ອ່າວ​ Bangal

ບໍລິສັດສຳຫຼວດ ອອສເຕຣເລຍ ວ່າ ​ເຮືອບິນ ທີ່ຫາຍ​ສາບ​ສູນ​ ​ອາດຈະຕົກ ທີ່ອ່າວ​ Bangal

Published on

0

ບໍລິສັດ​ສຳ​ຫຼວດທາງພາກພື້ນ​ດິນ​ແລະ​ທະ​ເລຂອງເອກກະຊົນ ບໍລິສັດນຶ່ງ ກ່າວ​ວ່າ ຕົນ​ໄດ້ພົບ​ເຫັນວັດຖຸ ທີ່ອາດເປັນໄປໄດ້
ມາຈາກເຮືອບິນ​ໂດຍສານມາ​ເລ​ເຊຍທີ່​ໄດ້​ຫາຍ​ສາບ​ສູນ​ ​ໃນບໍລິເວນອ່າວ​ Bangal.

​ສະຖານ​ທີ່​ ທີ່ໄດ້ລະບຸໂດຍບໍລິສັດ​ GeoResonance ແມ່ນຫຼາຍ​ພັນກິ​ໂລ​ແມັດຫ່າງໄປຈາກສະຖານ​ທີ່ ທີ່ພວມຊອກຄົ້ນ
​ຫາໃນ​ປະຈຸ​ບັນ​ນີ້ ຊຶ່ງ​ຢູ່​ນອກແຄມ​ຝັ່ງ​ທະ​ເລ ທາງກໍ້າ​າຕາ​ເວັນ​ຕົກ​ສຽງ​ໃຕ້ຂອງ​ອອສ​ເຕ​ຣເລຍ.

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ມາ​ເລ​ເຊຍ ທ່ານ Hishammuddin Hussein ກ່າວວ່າ ​ທາງ​ເຈົ້າ​ໜ້າ​ທີ່​ແມ່ນ​ກຳລັງ​ກວດ​ພິສູດ ​ການ​ກ່າວ​ອ້າງ​ຂອງທາງ​ບໍລິສັດອອສ​ເຕຣເລຍ ດັ່ງກ່າວນີ້.

​ແຕ່​ວ່າພະແນກການຂອງອອສ​ເຕ​ຣເລຍ ​ທີ່ເປັນຜູ້​ປະສານງານກັບ​ຫຼາຍ​ໜ່ວຍ​ງານ ຕ່າງໆ ໃນ​ການຊອກຄົ້ນ​ຫາ ຂອງຫຼາຍໆ​ປະ​ເທດນັ້ນ ​ບໍ່ໄດ້ໃຫ້ຄວາມສຳຄັນຕໍ່ລາຍ​ງານ​ດັ່ງກ່າວ ​ໂດຍ​ເວົ້າ​ວ່າ ຕົນ “ພໍ​ໃຈ” ກັບ​ການ​ຄົ້ນ​ຫາໃນ​ສະຖານ​ທີ່​ຊອກຄົ້ນ​ຫາ ​ຢູ່​ໃນ​ຂະນະ​ນີ້.

ບັນດາ​ນັກ​ສືບສວນ​ສອບ​ສວນ ໄດ້ກຳນົດສະຖານ​ທີ່​ຊອກຄົ້ນ​ຫາ​ຢູ່​ໃນ​ຂະນະ​ນີ້ ​ໂດຍອິງຕາມຂໍ້​ມູນຈາກ​ດາວ​ທຽມ ​ແລະອັນ​ທີ່​ພວກເຂົາ​ເຈົ້າ​ເຊື່ອ​ວ່າ ​ເປັນ​ສັນຍານຈາກເຄື່ອງ​ບັນທຶກ​ຂໍ້​ມູນ​ ຂອງເຮືອບິນລຳ​ດັ່ງກ່າວ.

ບໍລິສັດ​ GeoResonance ​ໄດ້​ນຳ​ໃຊ້​ລະບົບ​ເທັກໂນໂລຈີການເກັບ​ກຳພາບ​ແລະກຳ
ມັນຕະພາບລັງສີເພື່ອ​ຄົ້ນ​ຫາວັດຖຸຕ່າງໆໃຕ້ພື້ນ​ທະ​ເລ ​ເຊັ່ນ ທາດອາ​ລູມີ​ນຽມ​, ໄທເທ
ນຽມ ​ແລະ​ນ້ຳມັນເຮືອບິນອາຍພົ່ນ ທີ່​ເປັນ​ຂອງ​ເຮືອບິນ Boeing 777 ນັ້ນ.

ທາງບໍລິສັດ​ ກ່າວ​ວ່າ ຕົນ​ຍັງ​ບໍ່​ພ້ອມ​ທີ່​ຈະ​ເປີດ​ເຜີຍວ່າ​ວັດຖຸທີ່ຕົນໄດ້​ຄົ້ນ​ພົບນັ້ນເປັນ​ຂອງ​ເຮືອບິນມາເລເຊຍ​ທີ່​ຫາຍ​ໄປຫຼື​ບໍ່ ​ແຕ່​ກໍກ່າວ​ວ່າ ຕົນ​ຢາກ​ໃຫ້​ເຈົ້າໜ້າສືບສວນກວດກາເບິ່ງ ການພົບເຫັນດັ່ງກ່າວນັ້ນ.

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...