spot_img
Homeຂ່າວເຫດການບໍລິສັດຊີມອນ ສ ເກົາຫລີ ຮ່ວມລົງນາມໃນສັນຍາ ການພັດທະນາໂຄງການເຂື່ອນໄຟຟ້ານ້ຳຊຳ 4

ບໍລິສັດຊີມອນ ສ ເກົາຫລີ ຮ່ວມລົງນາມໃນສັນຍາ ການພັດທະນາໂຄງການເຂື່ອນໄຟຟ້ານ້ຳຊຳ 4

Published on

ໃນທ້າຍອາທິດຜ່ານມາ ທີ່ ນະຄອນຫລວງວຽງຈັນ, ທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີກະ ຊວງແຜນການ ແລະ ການລົງທຶນ ແລະ ທ່ານ ຄິມ ວອນພຽວປະທານ ບໍລິສັດ ຊີມອນ ທີ່ປຶກສາດ້ານການລົງທຶນ ພາຍໃນ-ຕ່າງປະເທດ ຈຳກັດ (Simon Consulting) ໄດ້ຮ່ວມລົງນາມ ໃນສັນຍາ ການພັດທະນາໂຄງການ (PDA) ເຂື່ອນໄຟຟ້ານ້ຳຊຳ 4 ທີ່ ເມືອງຊຳເໜືອ ແຂວງຫົວພັນ ໂດຍການເປັນພິຍານຂອງທ່ານ ໄຊປະເສີດ ພົມສຸພາ ຫົວໜ້າກົມທຸລະກິດ ພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ອິມ ໂຮ ທີ່ປຶກສາທາງດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຄີພິຍານ.
ໂຄງການເຂື່ອນໄຟຟ້ານ້ຳຊຳ 4 ມີກຳລັງຕິດຕັ້ງ 100 MW, ມູນຄ່າການກໍ່ສ້າງ 186 ລ້ານໂດລາສະຫະລັດ, ລັດຖະບານຖືຮຸ້ນ 20%, ຂາຍໄຟຟ້າໃນການຊົມໃຊ້ ພາຍໃນປະເທດ (ລັດວິສະຫະກິດໄຟຟ້າລາວ) ໂຄງການໄດ້ຮັບຮອງ ບົດການສຶກສາຄວາມເປັນໄປໄດ້ຂັ້ນກາງ, ສະບັບເລກທີ 0428/MEM/ DEPP ລົງວັນທີ 15/6/2015 ແລະ ໄດ້ຮັບຮອງບົດສຶກສາ ການປະເມີນຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມສະບັບເລກທີ 1557/ກຊສ.ກປສສ, ລົງວັນທີ 07/08/2015, ສຳເລັດການເຈລະຈາສັນຍາ PDAຄັ້ງວັນທີ 18/7/2016.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...