spot_img
Homeຂ່າວທ້ອງຖິ່ນປະຊາຊົນບ້ານຊອກລົມ ເມືອງຈຳພອນດີໃຈ ເມື່ອໄດ້ຊົມໃຊ້ໄຟຟ້າ

ປະຊາຊົນບ້ານຊອກລົມ ເມືອງຈຳພອນດີໃຈ ເມື່ອໄດ້ຊົມໃຊ້ໄຟຟ້າ

Published on

 

ປະຊາຊົນບ້ານຊອກລົມ ເມືອງຈຳພອນດີໃຈ ເມື່ອໄດ້ຊົມໃຊ້ໄຟຟ້າ

ໃນວັນທີ 16 ພຶດສະພາ 2014 ຢູ່ທີ່ໂຮງຮຽນປະຖົມ ບ້ານຊອກລົມ ເມືອງຈຳພອນ ແຂວງສະຫວັນນະເຂດ.
ໄດ້ຈັດໃຫ້ມີພິທີມອບຮັບ ຜົນສຳເລັດຂອງການຕິດຕັ້ງຕາຂ່າຍໄຟຟ້າລະຫ່ວາງລັດ ວິສາຫະກິດກໍ່ສ້າງ – ຕິດຕັ້ງໄຟຟ້າ
ກອງສະຫວັນນະເຂດ ກັບສາຂາລັດວິສາຫະກິດໄຟຟ້າລາວ ແຂວງສະຫວັນນະເຂດ ແລະອຳນາດການປົກຄອງ
ບ້ານຊອກລົມ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຕາ ກິມມາລາ ຮອງຫົວໜ້າພະແນກ ພະລັງງານ ບໍ່ແຮ່ແຂວງ
ທ່ານ ແສງຈັນ ແກ້ວສີບຸນເຮືອງ ຮອງຫົວໜ້າຫ້ອງວ່າການປົກຄອງເມືອງ ທັງເປັນຜູ້ຕາງໜ້າໃຫ້ທ່ານ
ເຈົ້າເມືອງຈຳພອນ ທ່ານ ລັດຕະນະໄຊ ອຸ່ນສິລິ ຮອງຫົວໜ້າສາຂາລັດວິສາຫະກິດໄຟຟ້າລາວ ແຂວງສະຫວັນນະເຂດ
ມີບັນດ່າ ທ່ານແຂກຖືກເຊີນຈາກຫຼາຍພາກສ່ວນ ແລະພໍ່ແມ່ປະຊາຊົນຊາວບ້ານດັ່ງກ່າວເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີຄັ້ງນີ້ ກ່ອນອື່ນ ທ່ານ ພູຂົງຈັນທະວົງ ຮອງຫົວໜ້າລັດວິສາຫະກິດກໍ່ສ້າງ- ຕິດຕັ້ງໄຟຟ້າກອງສະຫວັນນະເຂດ
ກໍໄດ້ຂຶ້ນຜ່ານລາຍງານຜົນສຳເລັດ ການກໍ່ສ້າງແລະຕິດຕັ້ງໄຟຟ້າພາຍໃນບ້ານດັ່ງກ່າວຄື ໄດ້ເລີ່ມລົງມືກໍ່ສ້າງມາແຕ່
ວັນທີ 13/5/2013 ເຖິງປະຈຸບັນຈຶ່ງສຳເລັດ ເຊິ່ງໄດ້ກໍ່ສ້າງຕາຂ່າຍໄຟຟ້າແຮງກາງ 22 ກິໂລໂວນຍາວ 2.029 ແມັດ
ກໍ່ສ້າງຕາຂ່າຍ ໄຟຟ້າແຮງຕ່ຳ 0,4 ກິໂລໂວນ ຍາວ 1.992 ແມັດ ຕິດຕັ້ງໝໍ້ແປງໄຟ ຂະໜາດ 50 KVA 1 ໜ່ວຍ
ລວມມູນຄ່າການກໍ່ສ້າງທັງໝົດ 297,558,580 ກີບ ຄຽງຄ່ກັນນີ້ ກໍມີແຮງງານແລະທຶນຮອນການ
ປະກອບສ່ວນຂອງຊາວບ້ານຊອກລົມມູນຄ່າ 5 ແສນກີບ.

ໃນປະຈຸບັນພາຍໃນບ້ານດັ່ງກ່າວ ໄດ້ມີປະຊາຊົນຕິດຕັ້ງໄຟຟ້າ ເຂົ້າເຮືອນຂອງຕົນແລ້ວ 48 ຫຼັງຄາ ກວມ 72%
ຂອງຈຳນວນຫຼັງ ທັງໝົດ 67 ຫຼັງຄາ.

ໃນຕອນທ້າຍຂອງພິທີຄັ້ງນີ້ ທາງສາຂາລັດວິສາຫະກິດໄຟຟ້າລາວ ແລະອຳນາດການປົກຄອງບ້ານຍັງໄດ້ມີພິທີ
ເຊັນບົດບັນທຶກ – ສັນຍາວ່າດ້ວຍການນຳໃຊ້ແລະການປົກປັກຮັກສາ ໃຫ້ມີຄວາມປອດໄພ ແລະເກີດປະໂຫຍດສູງສຸດ
ໃຫ້ແກ່ປະຊາຊົນທຸກຄົນ.ທ່ານ ບຸນຕາ ກິມມາລາ ໄດ້ກ່າວຕື່ມອີກ ວ່າ ການກໍ່ສ້າງໄຟຟ້າໃຫ້ບ້ານດັ່ງກ່າວ
ແມ່ນນອນຢູ່ໃນໂຄງການຂະຫຍາຍໄຟຟ້ງ ລົງສູ່ຊົນນະບົດໄລຍະ 2 ( Rep 2 ) ເປັນໂຄງການຂອງລັດຖະບານລາວ ທີ່ມີນະໂຍບາຍນອນຢູ່ໃນແຜນຍຸດທະສາດຫາປີ 2020 ທີ່ອະນຸມັດໃຫ້ລັດວິສາຫະກິດໄຟຟ້າລາວ
ກູ້ຢືມທຶນຈາກທະນາຄານໂລກ

ທີ່ມາ www.facebook.com/savanhphathana

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...