spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 3 ພະຈິກ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 3 ພະຈິກ

Published on

ວັນທີ 3 ພະຈິກ ປີ 2004 ຫຼືມື້ນີ້ເມື່ອ 12 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Neo Contra ເທິງເຄື່ອງ PS2 ທີ່ປະເທດຍີ່ປຸ່ນ. ໂດຍ Neo Contra ນີ້ຖືເປັນໂຕເກມລຳດັບທີ 10 ຂອງຊີຣີ Contra ທີ່ພັດທະນາໂດຍ Konami ເຊິ່ງພາກນີ້ມີເນື້ອເລື່ອງຕໍ່ເນື່ອງຈາກພາກ Shattered Soldier ທີ່ວາງຈຳໜ່າຍຕັ້ງແຕ່ ປີ 2002 ນັ້ນເອງ.  

ລັກສະນະ Gameplay ຂອງ Neo Contra ຈະເປັນສະຕາຍຍ່າງລຸຍແບບ 3 ມິຕິ ຄ້າຍກັບພາກທີ່ເຄີຍລົງໃຫ້ກັບເຄື່ອງ PS1 ແລະຜູ້ຫຼິ້ນຈະບໍ່ສາມາດໝຸນມຸມກ້ອງລະຫວ່າງຫຼິ້ນໄດ້, ສ່ວນທາງດ້ານລະບົບຕໍ່ສູ້ຂອງພາກນີ້ ຜູ້ຫຼິ້ນຈະມີອາວຸດ 2 ຊະນິດທີ່ສາມາດສະຫຼັບປ່ຽນເພື່ອໃຊ້ສູ້ກັບສັດຕູພາກພື້ນດິນ, ເຊິ່ງແບບທຳອິດຈະເປັນລູກປືນທຳມະດາ ແລະແບບທີສອງຈະເປັນປືນໄຟ. ນອກຈາກນີ້ກໍຍັງມີອາວຸດເສີມອີກຊະນິດທີ່ໃຊ້ລ໋ອກເປົ້າພວກສັດຕູທີ່ໂດດຈ້ອງລົງມາໃນສາກ ໃນຂະນະດຽວກັນ ຜູ້ຫຼິ້ນຍັງສາມາດເລືອກເຊັດອາວຸດທີ່ຕ້ອງການໃຊ້ຕັ້ງແຕ່ເລີ່ມເກມຕາມແຕ່ຄວາມຖະໜັດຂອງແຕ່ລະຄົນເຊັ່ນກັນ. ໂຕເກມຈະມີທັງໝົດ 7 ດ່ານ ໂດຍ 4 ດ່ານທຳອິດຜູ້ຫຼິ້ນສາມາດເຂົ້າໄປຫຼິ້ນຊ້ຳໄດ້ທຸກຍາມ ເພື່ອເກັບ Rank ໃຫ້ດີຂຶ້ນ, ສ່ວນດ່ານ 5 ກໍຈະຫຼິ້ນໄດ້ເມື່ອເຄລຍ 4 ດ່ານທຳອິດຈົນຄົບ ແລະດ່ານທີ 6-7 ຈະສາມາດປົດລ໋ອກມາຫຼິ້ນໄດ້ຖ້າເຮັດ Rank ໃນດ່ານທຳອິດໆກາຍເປົ້າໝາຍທີ່ເກມກຳນົດ.

ເນື້ອເລື່ອງຂອງ Neo Contra ຈະກ່າວເຖິງປີ ຄ.ສ 4444 ເມື່ອໂລກຖືກກາຍສະພາບເປັນດາວເຄາະທີ່ອຸດົມໄປດ້ວຍອາຊະຍາກອນ, ກຸ່ມຕໍ່ຕ້ານລັດຖະບານ ແລະນັກໂທດ. ມື້ໜຶ່ງໂລກກໍໄດ້ມີການກໍ່ຕັ້ງກຸ່ມກອງກຳລັງທີ່ມີຊື່ວ່າ: Neo Contra ເຊິ່ງມີຈຸດປະສົງຊົ່ວຮ້າຍແຝງຢູ່ພາຍໃຕ້ສາກໜ້າທີ່ໂປຣໂໝດວ່າຈະຄືນຄວາມສຸກແກ່ມວນມະນຸດ, ດ້ວຍເຫດນີ້ ບິລ ໄຣເຊີ້ (Bill Rizer) ນັກຮົບໃນຕຳນານຈາກ Contra ພາກທຳອິດແລະ Super Contra ກັບຈາກົວ (Jaguar) ຄູ່ຫູຄົນໃໝ່ຂອງບິລ ຈຶ່ງຖືກສົ່ງລົງມາທີ່ໂລກເພື່ອຕໍ່ກອນກັບກຸ່ມ Neo Contra ແຕ່ທ້າຍທີ່ສຸດແລ້ວທັງຄູ່ກໍພົບວ່າ Neo Contra ເປັນພຽງອົງກອນສາກໜ້າທີ່ປິດບັງໂຕຕົນຂອງໂຄງການທີ່ມີຊື່ວ່າ: Project C ທີ່ມີເປົ້າໝາຍໃນການສ້າງເຄິ່ງມະນຸດເຄິ່ງ AI ຈາກ DNA ຂອງບິລ ໄຣເຊີ້ ແລະຄົນຜູ້ນັ້ນກໍຄືຜູ້ນຳຂອງກຸ່ມ Neo Contra ທີ່ມີຊື່ວ່າ: Master Contra. ແຖມໂຕບິລ ໄຣເຊີ້ທີ່ເປັນພະເອກຂອງເກມນີ້ກໍຮູ້ຄວາມຈິງເພີ່ມຕື່ມວ່າຕົນເອງເປັນພຽງຮ່າງໂຄລນຂອງບິລ ໄຣເຊີ້ໃນອະດີດ, ໃນທີ່ສຸດ ທັງບິລແລະຈາກົວກໍສັງຫານ Master Contra ລົງໄດ້ແລະຢຸດຢັ້ງໂຄງການ Project C ໄດ້ສຳເລັດ.

Fact ເລັກນ້ອຍກ່ຽວກັບເກມ Neo Contra

  • ທີ່ສາກໄຕເຕິ້ນຂອງເກມ ຫາກຜູ້ຫຼິ້ນກົດປຸ່ມ ເທິງ, ເທິງ, ລຸ່ມ, ລຸ່ມ, L1, R1, L2, R2, L3 ແລະ R3 ຕາມລຳດັບກໍຈະມີຈຳນວນຊີວິດ 19 ໂຕຕັ້ງແຕ່ເລີ່ມເກມທັນທີ. 

  • ໂຕລະຄອນຈາກົວ ທີ່ເປັນຊາມູໄຣຄູ່ຫູຂອງບິລ ໄຣເຊີ້ໃນພາກນີ້ມີຊື່ແທ້ວ່າ: ເກນເບ ຢາງິວ ໂດຍທາງ Konami ໄດ້ເຜີຍໃນພາຍຫຼັງວ່າການອອກແບບໂຕລະຄອນຈາກົວໄດ້ຮັບແຮງບັນດານໃຈມາຈາກ ຈູເບ ຢາງິວ ອະດີດຊາມູໄຣໃນຕຳນານປະຫສັດສາດຂອງຍີ່ປຸ່ນທັງການຕັ້ງຊື່ແລະຮູບລັກໂຕລະຄອນ. 

  • ເພງປະກອບທີ່ບັນເລງໃນຊ່ວງເຄິ່ງຫຼັງຂອງ Mission 4 ຈາກເກມ Neo Contra ນັ້ນເປັນເວີຊັ່ນຣີມິກຂອງເພງ Jungle Juncture ທີ່ເປັນເພງບັນເລງໃນດ່ານ 3 ຂອງເກມ Super Contra ສະໄໝເຄື່ອງ Famicom

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...