spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 18 ຕຸລາ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 18 ຕຸລາ

Published on

ວັນທີ 18 ຕຸລາ ປີ 2005 ຫຼືມື້ນີ້ເມື່ອ 11 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Shadow of the Colossus ເທິງເຄື່ອງ PS2 ທີ່ປະເທດສະຫະລັດອາເມຣິກາແລະແຄນາດາ. ໂດຍເກມນີ້ຖືເປັນອີກຜົນງານໜຶ່ງຂອງ Team ICO (ສັງກັດ SCE Japan Studio) ເຊິ່ງເຄີຍເຮັດເກມ ICO ຈົນໂດ່ງດັງມາແລ້ວ ແລະກຳລັງຈະມີຜົນງານເກມ The Last Guardian ທີ່ກຽມວາງຈຳໜ່າຍໃນວັນທີ 6 ຕຸລາທີ່ຈະມາຮອດນີ້. 

ທາງດ້ານເນື້ອເລື່ອງຂອງ Shadow of the Colossus ຈະເລົ່າເຖິງຊາຍໜຸ່ມ Wander (ມາຈາກຄຳ Wanderer ທີ່ແປວ່າຄົນພະເນຈອນ) ທີ່ນຳຮ່າງໄຮ້ວິນຍານຂອງ Mono ສາວຄົນຮັກຂອງຕົນເອງມາທີ່ດິນແດນຕ້ອງຫ້າມກາງຫຸບເຂົາເພຶ່ອໝາຍທີ່ຈະຊຸບຊີວິດນາງຂຶ້ນມາ ເພາະໄດ້ຍິນຄຳລຳລືວ່າ Dormin ຜີສາດຮ້າຍທີ່ຖືກຈອງຈຳຢູ່ໃນດິນແດນຕ້ອງຫ້າມນັ້ນມີອິດທິລິດໃນການປຸກຊີບຄົນຕາຍໃຫ້ຟື້ນຂຶ້ນມາໄດ້, ໂດຍໜຸ່ມ Wander ກໍຕ້ອງເຮັດພາລະກິດສຸດໂຫດເປັນການແລກປ່ຽນ ດ້ວຍການອອກລ້າສັງຫານຍັກ Colossi ທີ່ຢູ່ຕາມສະຖານທີ່ຕ່າງໆ ພາຍໃນດິນແດນຕ້ອງຫ້າມໃຫ້ຄົບທັງ 16 ໂຕກ່ອນ. 

ຈຸດເດັ່ນຂອງເກມນີ້ຢູ່ທີ່ Gameplay ທີ່ມີເອກະລັກໂດດເດັ່ນ ໂດຍເກມນີ້ໝົດເກມຈະບໍ່ມີສັດຕູປະເພດທຳມະດາເລີຍ ເປົ້າໝາຍຂອງເກມນີ້ຈຶ່ງມີພຽງອອກຊອກຫາຍັກ Colossi ໃຫ້ພົບແລ້ວກຳຈັດມັນໃຫ້ໄດ້ໝົດເປັນພໍ, ແຕ່ການທີ່ຈະຊອກຫາ Colossi ແຕ່ລະໂຕໃຫ້ພົບນັ້ນ ຜູ້ຫຼິ້ນຈະມີໂຕຊ່ອຍພຽງ 3 ຢ່າງຄື: ຄຳໃບ້ຂອງ Dormin ທີ່ຈະບອກລັກສະນະຂອງຍັກທີ່ເຮົາຕ້ອງໄປຫາ, ດາບຂອງພະເອກທີ່ຕ້ອງຊີ້ຂຶ້ນຟ້າເພື່ອໃຫ້ແສງຕາເວັນສະທ້ອນເປັນລຳແສງບອກທິດທາງທີ່ຍັກໂຕນັ້ນຢູ່ ແລະ Agro ມ້າສີດຳທີ່ເປັນພາຫະນະຄູ່ໃຈຂອງພະເອກຕັ້ງແຕ່ຕົ້ນເກມ.

ຫຼັງຈາກທີ່ພົບຍັກທີ່ຕ້ອງກຳຈັດແລ້ວ ການຈະກຳຈັດມັນກໍເປັນອີກສິ່ງໜຶ່ງທີ່ທ້າທາຍຜູ້ຫຼິ້ນພໍສົມຄວນ, ເລີ່ມຕົ້ນນັ້ນ ຜູ້ຫຼິ້ນຕ້ອງຫາທາງປີນຂຶ້ນໄປເທິງໂຕຂອງຍັກໃຫ້ໄດ້ກ່ອນ ເຊິ່ງການຈະຂຶ້ນໄປເທິງໂຕມັນໄດ້ ກໍຕ້ອງອາໄສການສັງເກດພຶດຕິກຳຂອງຍັກແຕ່ລະໂຕ ວ່າມັນມີທ່ວງທ່າການເຄື່ອນໄຫວແນວໃດ ມີສະເຕັບການໂຈມຕີແນວໃດ (ຈຸດນີ້ຖ້າຜູ້ຫຼິ້ນຕິດເປັນຊ່ວງໜຶ່ງ Dormin ຈະຊ່ອຍໃບ້ວິທີການໄຕ່ໂຕມັນໃຫ້ໂດຍທີ່ຜູ້ຫຼິ້ນຕ້ອງອາໄສເຊັ້ນໃນການຕີຄຳເວົ້າຂອງ Dormin ໜ້ອຍໜຶ່ງ)

ເມື່ອຂຶ້ນມາເທິງໂຕຍັກໄດ້ແລ້ວ ໜ້າທີ່ໃໝ່ຂອງຜູ້ຫຼິ້ນກໍຄື: ຄົ້ນຫາກາສັນຍະລັກເຮືອງແສງທີ່ເປັນຈຸດອ່ອນເທິງໂຕຍັກໃຫ້ພົບແລ້ວເອົາດາບແທງຈຸດນັ້ນຈົນມັນຕາຍໃຫ້ໄດ້ ໂດຍທີ່ຍັກແຕ່ລະໂຕຈະມີຕຳແໜ່ງຂອງຈຸດອ່ອນທີ່ບໍ່ຄືກັນ ບາງໂຕມີຈຸດອ່ອນເທິງຫົວ, ບາງໂຕມີຈຸດອ່ອນຢູ່ກາງຫຼັງ ແລະຖ້າເຮົາແທງຈຸດອ່ອນຂອງມັນຈົນເລືອດຫຼຸດໄປຮອດລະດັບໜຶ່ງມັນກໍຈະມີການຍ້າຍຈຸດໄປຕຳແໜ່ງອື່ນນຳ. 

Fact ເລັກນ້ອຍກ່ຽວກັບເກມ Shadow of the Colossus

  • Shadow of the Colossus ປະສົບຄວາມສຳເລັດໃນແງ່ຄຳວິຈານຢ່າງຫຼວງຫຼາຍ, ນອກຈາກນີ້ຍັງສາມາດເຮັດຍອດຂາຍໄດ້ເຖິງ 140,000 ຊຸດພາຍໃນອາທິດທຳອິດທີ່ວາງຈຳໜ່າຍໃນຍີ່ປຸ່ນນຳ ໂດຍຄວາມສຳເລັດຂອງເກມນີ້ຖືກນຳໄປປຽບທຽບກັບ ICO ແບບຫຼີກລ່ຽງບໍ່ໄດ້, ເຊິ່ງ ICO ນັ້ນເຖິງວ່າຈະໄດ້ຮັບສຽງວິຈານໄປໃນທາງບວກ ແຕ່ດ້ານຍອດຂາຍນັ້ນພັດໄປບໍ່ໄດ້ດີເທົ່າທີ່ຄວນ. 

  • ໃນຂັ້ນຕອນການພັດທະນາເກມຊ່ວງທຳອິດ ທັງ Wander ແລະ Mono ນັ້ນຖືກອອກແບບມາໃຫ້ເປັນໂຕລະຄອນທີ່ມີຜົມຍາວຄືກັນທັງຄູ່ ໂດຍທາງດ້ານ Mono ນັ້ນທາງທີມງານຕັ້ງໃຈຈະໃຫ້ມີຄວາມກົງກັນຂ້າມກັບ Yorda (ໂຕລະຄອນຈາກເກມ ICO) ທີ່ມີຜົມສັ້ນ ແຕ່ສຸດທ້າຍກໍປັບແກ້ໃຫ້ພະເອກມີຜົມສັ້ນແທນດ້ວຍເຫດຜົນບາງປະການ. 

  • ຄວາມລັບອີກຢ່າງຂອງເກມນີ້ຄື: ຜູ້ຫຼິ້ນສາມາດປີນຂຶ້ນໄປເທິງຍອດຂອງວິຫານຕອນຕົ້ນເກມໄດ້ ໂດຍຖານຈອງວິຫານຈະມີຊອກໃຫ້ປີນໄຕ່ຂຶ້ນໄປເລື້ອຍ. (ແນະນຳວ່າຄວນກິນຈິໂກະ ຫຼື Skink ຫາງສີຟ້າ ຈົນມີເກດ Stamina ໃຫຍ່ຈົນລະດັບໜຶ່ງກ່ອນ). ສ່ວນວິທີປີນຂຶ້ນໄປເທິງຍອດໄດ້ນັ້ນຂ້ອນຂ້າງຈະຕ້ອງໃຊ້ທຣິກເລັກນ້ອຍ ຄືການໂດດປີນແບບຊິກແຊັກ ຕາມວີດີໂອດ້ານລຸ່ມນີ້: http://youtu.be/QWfg9wppu7I ເຊິ່ງການໃຊ້ທຣິກດັ່ງກ່າວຈະຊ່ອຍປະຢັດເກດ Stamina ໄດ້ຫຼາຍ ເມື່ອຂຶ້ນໄປຮອດຍອດແລ້ວຈະເປັນສວນທີ່ເອີ້ນວ່າ: Secret Garden ແລະມີໝາກໄມ້ໃຫ້ເກັບກິນເທິງນີ້ນຳ (ແຕ່ກິນແລ້ວພະລັງຊີວິດຈະຫຼຸດລົງແທນ), ໂດຍລວມໆແລ້ວສະຖານທີ່ແຫ່ງນີ້ເປັນສະຖານທີ່ໃຫ້ຜູ້ຫຼິ້ນໄດ້ທ້າທາຍປີນຂຶ້ນມານັ້ນເອງ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...