spot_img
Homeມູມໄອທີລາວບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 22 ສິງຫາ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 22 ສິງຫາ

Published on

ວັນທີ 22 ສິງຫາ ປີ 2001 ຫຼືມື້ນີ້ເມື່ອ 15 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Resident Evil: Code Veronica X ເທິງເຄື່ອງ PS2 ທີ່ປະເທດສະຫະລັດອາເມຣິກາ. ໂດຍເວີຊັ່ນ X ນີ້ຖືເປັນເວີຊັ່ນທີ່ເພີ່ມຕື່ມລາຍລະອຽດປີກຍ່ອຍເຂົ້າໄປຈົນກາຍເປັນເວີຊັ່ນທີ່ສົມບູນ ເຊິ່ງສິ່ງທີ່ເພີ່ມມາຫຼັກໆ ກໍຈະມີແຕ່ສາກຄັດຊີນທີ່ເຮັດໃຫ້ຮູ້ລາຍລະອຽດຂອງເນື້ອເລື່ອງທີ່ຫຼາຍຂຶ້ນ ໃນຂະນະທີ່ລະບົບເກມຈະບໍ່ມີການປ່ຽນແປງຫຍັງ ລວມເຖິງຄວາມລັບຕ່າງໆ ຂອງເກມທີ່ຍັງຄົງຄືເວີຊັ່ນດັ້ງເດີມທຸກຢ່າງ. 

ສຳລັບ Resident Evil: Code Veronica ຈະເປັນເຫດການໃນຊ່ວງທ້າຍປີ 1998 ຫຼັງຈາກທີ່ແຄລ ເຣດຟິວ ນາງເອກຈາກພາກ 2 ໄດ້ໜີເອົາຊີວິດລອດຈາກເມືອງ Raccoon ໄດ້ສຳເລັດ, ນາງກໍໄດ້ຮັບຂໍ້ມູນທີ່ຢູ່ຂອງ ຄຣິສ ອ້າຍຂອງລາວເອງວ່າໄດ້ເດີນທາງໄປທີ່ຢຸໂຣບແລ້ວ ຈຶ່ງເດີນໜ້າໄປຫາສຳນັກງານໃຫຍ່ຂອງ Umbrella ທີ່ຢຸໂຣບທັນທີ ແຕ່ໂຊກຮ້າຍພັດເສຍທ່າຖືກຈັບມາຂັງໄວ້ທີ່ເກາະ Rockfort ທີ່ເປັນສະຖານທີ່ກັກຂັງນັກໂທດຂອງ Umbrella ໂດຍສະເພາະ. ເຊິ່ງໃນຈຸດນີ້ ແຄລກໍໄດ້ພົບກັບ ສະຕີບ ເບິຣ໌ນໄຊ ເດັກໜຸ່ມທີ່ເປັນນັກໂທດຄືກັນ ທັງສອງຈຶ່ງຕ້ອງຮ່ວມມືກັນຫາທາງໜີອອກຈາກເກາະແຫ່ງນີ້ ທ່າມກາງຄວາມວຸ້ນວາຍທີ່ຜູ້ຄົນເທິງເກາະຕ່າງກໍຕິດເຊື້ອກາຍເປັນຊອມບີ້ກັນໄປໝົດແລ້ວ. 

Fact ເລັກນ້ອຍກ່ຽວກັບເກມ Resident Evil: Code Veronica

  • Resident Evil: Code Veronica X ສາມາດເຮັດຍອດຂາຍລວມທົ່ວໂລກໄປໄດ້ 1.4 ລ້ານຊຸດ, ສ່ວນເວີຊັ່ນດັ້ງເດີມຂອງພາກນີ້ກໍເຮັດຍອດຂາຍໄດ້ທີ່ 1.14 ລ້ານຊຸດ ແລະເມື່ອລວມກັນທັງສອງເວີຊັ່ນ ຍອດຂາຍຈຶ່ງເປັນ 2.54 ລ້ານຊຸດ ແລະຍັງສາມາດແຊງ Resident Evil ພາກ Operation Raccoon City ທີ່ວາງຈຳໜ່າຍເທິງເຄື່ອງ PS3 ແລະ Xbox 360 ໄປໄດ້ພຽງ 140,000 ຊຸດເທົ່ານັ້ນ (ຍອດຂາຍທົ່ວໂລກຂອງພາກ Operation Raccoon City ແມ່ນ 2.4 ລ້ານຊຸດ)

  • ສຳລັບພາກ Code Veronica ເວີຊັ່ນນີ້ຈະມີການເພີ່ມສາກຄັດຊີນຫຼາຍຊ່ວງເຂົ້າມາ ເຊັ່ນ: ສາກທີ່ເວສເກີ້ປະກົດໂຕຕໍ່ໜ້າແຄລທີ່ເກາະ Rockfort ລວມໄປເຖິງສາກທີ່ເວສເກີ້ສູ້ກັບຄຣິສໃນຕອນທ້າຍເກມນຳ. ນອກຈາກນີ້ທາງ Capcom ກໍໄດ້ພອຣ໌ດເວີຊັ່ນນີ້ໄປລົງເຄື່ອງອື່ນໆອີກຫຼາກຫຼາຍເຊັ່ນ: Dreamcast ແລະ GameCube. 

  • ໃນຕອນທຳອິດນັ້ນ ທາງທີມພັດທະນາຕັ້ງໃຈຈະໃຫ້ລີອອນປະກົດໂຕເປັນພະເອກແລະຈົບຊີວິດລົງໃນພາກນີ້ ແຕ່ສຸດທ້າຍກໍປ່ຽນໃຈມາສ້າງໂຕລະຄອນສະຕີບ ເບິຣ໌ນໄຊ (Steve Burnside) ຂຶ້ນມາໃໝ່ ແລ້ວມາຮັບບົດຕາຍແທນລີອອນ, ດ້ວຍຄວາມທີ່ຢ້ານຈະເກີດກະແສຕໍ່ຕ້ານຈາກແຟນໆ ຫາກວ່າພະເອກສຸດຫຼ່ໍຂອງຊີຣີນີ້ຕ້ອງຕາຍ ທັງໆທີ່ກ່ອນໜ້ານີ້ຫາກ່ອນປະກົດໂຕໃນພາກ 2 ພຽງພາກດຽວເທົ່ານັ້ນ ແລະເບິ່ງຄືວ່າສະຕີບກໍກາຍເປັນໂຕລະຄອນທີ່ຖືກລືມຈາກທາງ Capcom ໄປເລີຍ ເຖິງວ່າຕອນທ້າຍຂອງພາກນີ້ ເວສເກີ້ຈະມີເຜີຍວ່າໄດ້ນຳເອົາຮ່າງຂອງສະຕີບໄປວິໄຈຕໍ່ກໍຕາມ ແຕ່ວ່າຈົນເຖິງຕອນນີ້ ສະຕີບກໍບໍ່ເຄີຍປະກົດໂຕໃຫ້ເຫັນອີກເລີຍ ຖ້າຈະມີກໍມີພຽງການອ້າງເຖິງແບບອ້ອມໆໃນພາກ Darkside Chronicles (ເນື້ອເລື່ອງ Operation Javier) ວ່າເຊື້ອ T-Veronica ທີ່ເວສເກີ້ຂາຍໃຫ້ຮາເວຍນັ້ນແມ່ນສະກັດອອກມາຈາກຮ່າງຂອງສະຕີບນັ້ນເອງ. 

  • ໃນເກມພາກນີ້ຈະມີ Easter Egg ຢູ່ຢ່າງໜຶ່ງຄືໄຟລ໌ທີ່ມີຊື່ວ່າ D.I.J.’s Diary ທີ່ຫາເກັບໄດ້ຈາກຕູ້ສະລ໋ອດແມດຊີນລະຫວ່າງທີ່ຫຼິ້ນໃນ Battle Mode. ໂດຍ D.I.J.’s Diary ນັ້ນເປັນໄຟລ໌ທີ່ຂຽນຂຶ້ນໂດຍອີກໜຶ່ງຜູ້ລອດຊີວິດນອກເໜືອຈາກຄຣິສແລະແຄລ ໂດຍຜູ້ລອດຊີວິດລາຍນີ້ໄດ້ເຫັນເຫດການທັງໝົດເທິງເກາະ Rockfort ນັບຕັ້ງແຕ່ແຄລຖືກຈັບມາຂັງ ຈົນສາມາດໂຕນຄຸກໜີໄປຂົ້ວໂລກໃຕ້ພ້ອມສະຕີບ ແຖມຍັງໄດ້ເບິ່ງສາກບູ້ລະຫວ່າງຄຣິສກັບເວສເກີ້ຕອນທ້າຍເກມນຳ ກ່ອນທີ່ຈະລັກເຂົ້າເຮືອດຳນ້ຳຂອງເວສເກີ້ໜີອອກມາໄດ້ສຳເລັດ ເຊິ່ງ D.I.J. ກໍຄືໜູນັ້ນເອງ ເຊິ່ງຕະຫຼອດເກມເຮົາຈະມີໂອກາດເຫັນໂຕໜູ D.I.J. ປະກົດຕາມຈຸດຕ່າງໆ 6 ຊ່ວງດັ່ງນີ້:
  1. ບໍລິເວນໜ້າຫ້ອງເຊບ ກ່ອນທີ່ແຄລຈະໄດ້ສູ້ກັບ Bandersnatch ໂຕທຳອິດ ອັລເຟຣດຈະເຮັດການປິດຊັດເຕີ້ລົງເພື່ອບໍ່ໃຫ້ແຄລໜີ ຫາກສັງເກດດີໆ ຈະເຫັນ D.I.J. ໝຸດລອດລຸ່ມຊັດເຕີ້ໜີອອກໄປໄດ້ທັນເວລາພໍດີ.
  2. ຕອນທີ່ແຄລໄດ້ພົບກັບເວສເກີ້ທີ່ໜ້າຄະລືຫາດ ລະຫວ່າງທີ່ແຄລຖືກເວສເກີ້ທຳຮ້າຍຈົນລົງໄປນອນກັບພື້ນ ມຸມກ້ອງຈະຕັດໃຫ້ເຫັນ D.I.J. ລີ້ຢູ່ໂຖໃບໃຫຍ່ໆທີ່ຢູ່ໃກ້ກັນ.
  3. ໃນຂະນະທີ່ແຄລກຳລັງສູ້ກັບ Tyrant ໃນຫ້ອງເກັບເຄື່ອງເທິງເຄື່ອງບິນ ໜູນ້ອຍ D.I.J. ຈະຄອຍຢືນເຊຍຢູ່ເທິງຊັ້ນວາງເຄື່ອງທີ່ຢູ່ຂ້າງໆປະຕູທີ່ເຮົາເຂົ້າມາ.
  4. ໃນຫ້ອງເຊບທີ່ເປັນຫ້ອງເຮັດວຽກໃນຂົ້ວໂລກໃຕ້ ດ້ານຫຼັງຫ້ອງຈະມີຕູ້ລ໋ອກເກີ້ຂວາງທາງຢູ່ພ້ອມມີສຽງບາງຢ່າງຕຳເຂົ້າມາຈາກດ້ານໃນ ເມື່ອເປີດປະຕູລ໋ອກເກີ້ອອກ ໜູນ້ອຍ D.I.J. ກໍຈະໂດດອອກມາແລ້ວແລ່ນໜີຫາຍໄປ.
  5. ຫຼັງຈາກຄຣິສກຳຈັດອະເລັກເຊຍໄດ້ແລ້ວ ພໍລົງມາຈະເຫັນເວສເກີ້ຈັບແຄລເປັນໂຕປະກັນຢູ່ ບ່ອນນີ້ຖ້າເຮົາແນມໄປບ່ອນຄຸກທີ່ຢູ່ຂ້າງທາງ ຈະເຫັນ D.I.J. ຢືນລຸ້ນຢູ່ບ່ອນເສົາ.
  6. ບົດສົນທະນາລະຫວ່າງຄຣິສກັບເວສເກີ້ບ່ອນເຮືອດຳນ້ຳ ຈະມີຢູ່ຕອນໜຶ່ງທີ່ເວສເກີ້ເວົ້າວ່າຕົນເອງໄດ້ນຳເອົາຮ່າງສະຕີບກັບໄປທົດລອງຕໍ່ນຳ ຊ່ວງນີ້ມຸມກ້ອງຈະຕັດໃຫ້ເຫັນ D.I.J. ກຳລັງແລ່ນຢູ່ເທິງຂົວເທິງເຮືອດຳນ້ຳແປັບໜຶ່ງ ກ່ອນທີ່ພາບຈະຕັດມາທາງເວສເກີ້.

  • ສຳລັບພາກ Code Veronica X ເທິງເຄື່ອງ PS2 ຈະມີບັ໊ກໄອເທັມຟື້ນພະລັງອີ່ຫຍັງກະໄດ້ໃນເກມໃຫ້ໃຊ້ໄດ້ບໍ່ຈຳກັດຢູ່, ສາມາດເຮັດໄດ້ ໂດຍເລີ່ມເກມມາປຸບ ຫ້າມກົດອ່ານໄຟລ໌ Instruction Book ທີ່ຢູ່ໃນຊ່ອງເມນູໄອເທັມຂອງເຮົາເດັດຂາດ ຈາກນັ້ນໃຫ້ໄປເກັບປືນມາບອກໜຶ່ງ (ເຊັ່ນ ປືນພົກຕອນທີ່ພົບສະຕີບເທື່ອທຳອິດ) ຕໍ່ຈາກນີ້ກໍໃຫ້ໄປເກັບໄອເທັມຟື້ນພະລັງອີ່ຫຍັງກະໄດ້ມາອັນໜຶ່ງ (ສະໝຸນໄພຫຼືສະເປກະໄດ້) ແລ້ວໆໃຫ້ກວດສອບຊ່ອງໄອເທັມຂອງເຮົາອີກເທື່ອໜຶ່ງ ໂດຍຊ່ອງທຳອິດສຸດຈະຕ້ອງເປັນໄຟລ໌ Instruction Book, ສ່ວນຊ່ອງດ້ານຂວາຂອງໄຟລ໌ຈະຕ້ອງເປັນປືນທີ່ເຮົາເກັບມາ ແລະຊ່ອງທີ່ຢູ່ດ້ານລຸ່ມຂອງໄຟລ໌ຈະຕ້ອງເປັນໄອເທັມຟື້ນພະລັງ. ເມື່ອກວດສອບແລ້ວ ໃຫ້ກົດຄຳສັ່ງໃສ່ປືນ ຈາກນັ້ນກໍກົດອ່ານໄຟລ໌ຫົວຂໍ້ File ທີ່ຢູ່ດ້ານເທິງຂອງເມນູໄອເທັມ (ຫ້າມກົດຄຳສັ່ງ Check ທີ່ໂຕໄຟລ໌ເພື່ອອ່ານໄຟລ໌ເດັດຂາດ) ພໍອ່ານໄຟລ໌ແລ້ວເຮົາຈະພົບໄອເທັມໃນຊ່ອງສວມໃສ່ຈະປ່ຽນຈາກປືນເປັນໄອເທັມຟື້ນພະລັງແທນ ຮອດບ່ອນນີ້ໃຫ້ອອກຈາກເມນູໄອເທັມແລ້ວລອງຍິງປືນເບິ່ງ 1 ລູກ ແລ້ວເຂົ້າເມນູໄອເທັມເພື່ອໄປກົດໃຊ້ໄອເທັມຟື້ນພະລັງ ຈະເຫັນໄດ້ວ່າໄອເທັມຟື້ນພະລັງຂອງເຮົາຈະບໍ່ຫາຍໄປ ເຊິ່ງສາມາດໃຊ້ໄອເທັມຟື້ນພະລັງຈາກໜ້າເມນູໄອເທັມໄດ້ເລື້ອຍໆ ບໍ່ຈຳກັດເທື່ອ ຂໍພຽງແຕ່ເຮົາບໍ່ເອົາໄອເທັມຟື້ນພະລັງອັນນັ້ນໄປປະສົມກ່ອນ (ກໍລະນີທີ່ໄອເທັມນັ້ນເປັນ Green Herb)

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ ແລະ ເກມ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ:onlinestation

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...