spot_img
Homeຂ່າວທ້ອງຖິ່ນບຸນອອກພັນສາປະວໍຣະນາ

ບຸນອອກພັນສາປະວໍຣະນາ

Published on

ເພື່ອປະຕິບັດຕາມຮີດຄອງປະເພນີອັນດີງາມຂອງຊາວຫຼວງພະບາງ ເມືອງມໍລະດົກໂລກ ແລະແຈ້ງການຂອງຫ້ອງວ່າການແຂວງຫຼວງພະບາງ ກ່ຽວກັບການສະເຫຼີມສະຫຼອງ ງານບຸນປະເພນີອອກພັນສາປະວໍລະນາ ທີ່ຫຼວງພະບາງ ປະຈໍາປີ ພສ 2565 ຄສ 2022. ອົງການປົກຄອງນະຄອນ ຫຼວງພະບາງ ຈະໄດ້ຈັດງານບຸນໃນລັກສະນະເຕັມຮູບແບບ ຖືກຕ້ອງຕາມຮີດຄອງປະເພນີທຸກປະການ. ເຊິ່ງໃນໄລຍະສອງປີທີ່ຜ່ານມາຍ້ອນສະພາບຄວມຫຍຸ້ງຍາກ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຈິ່ງບໍ່ສາມາດຈັດງານເຕັມຮູບແບບໄດ້, ເຮັດພຽງແຕ່ພິທີຂອບໄຂ່ວຕາມສະຖານທີ່ສັກສິດເທົ່ານັ້ນ.

ໃນປີນີ້ລັດຖະບານໄດ້ອະນຸຍາດໃຫ້ເປີດຕ້ອນຮັບນັກທ່ອງທ່ຽວເຕັມຮູບແບບ, ການນຳຂອງແຂວງ ຈິ່ງໄດ້ຕົກລົງໃຫ້ນະຄອນ ຫຼວງພະບາງຈັດງານບຸນອອກພັນສາປະວໍລະນາ ບຸນໄຫຼເຮືອໄຟ ແລະບຸນນະມັດສະການ ພະທາດຈອມສີ. ໂອກາດຖະແຫຼງຂ່າວກ່ຽວກັບການກະກຽມຈັດງານບຸນ ໃນວັນທີ່ 26 ກັນຍາ 2022 ນີ້ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງໄດ້ໃຫ້ຮູ້ວ່າ: ປັດຈຸບັນໄດ້ສຳເລັດການແຕ່ງຕັ້ງຄະນະຮັບຜິດຊອບ ແຕ່ລະໜ້າວຽກ ທັງໄດ້ມີການຊຸກຍູ້ ໃຫ້ທຸກອານຸກຳມະການ ເຄື່ອນໄຫວກະກຽມວຽກງານຂອງຕົນຢ່າງຕັ້ງໜ້າ ສະເພາະການປະກວດເຮືອໄຟງາມປະຈຳປີ ພສ 2565, ຄສ 2022 ນີ້, ຄາດຄະເນວ່າຈະມີເຮືອໄຟເຂົ້າຮ່ວມປະກວດປະມານ 35 ລຳ, ທີ່ມາຈາກບັນດາກຸ່ມບ້ານ, ສະຖາບັນສຶກສາ ແລະພາກສ່ວນທຸລະກິດ ພາຍໃນນະຄອນ ຫຼວງພະບາງ.

ເຈົ້ານະຄອນ ຫຼວງພະບາງໃຫ້ຮູ້ຕື່ມວ່າ: ສຳລັບລາຍການເຄື່ອນໄຫວບຸນ ຈະມີກິດຈະກຳເລີ້ມແຕ່ ວັນທີ 6-11 ຕຸລາ 2022 ເຊິ່ງຕິດພັນກັບກິດຈະກໍາ ຂອງສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫຼວງພະບາງ ໃນນັ້ນ ວັນທີ 6 ຕຸລາ 2022, ເວລາ 16:00 ໂມງ ຫາ 21:00 ໂມງ ມີການປະກວດໂຄມໄຟຢູ່ທີ່ວັດໃໝ່, ວັນທີ 7 ຕຸລາ 2022, ເວລາ 8:00 ໂມງເຊົ້າ ເປີດງານຢູ່ເຮືອນຈັນຢ່າງເປັນທາງການ, ຕອນແລງເວລາ 18:00 ໂມງ ແຫ່ງຂະບວນໂຄມ ໄຟແຕ່ວັດໃໝ່ຫາເຮືອນຈັນ ແລະງານວາງສະແດງ, ຈຳໜ່າຍສີນຄ້າຫັດຖະກຳພື້ນເມືອງລາວ ຢູ່ເຮືອນຈັນລະຫວ່າງວັນທີ 7-11 ຕຸລາ 2022, ວັນທີ 8-10 ຕຸລາ 2022 ທ່ຽວຊົມກິດຈະກຳ ຊື່ມກາເຟບ້ານເຮົາຢູ່ທີ່ສູນພາສາຟຣັ່ງ (ບ້ານວັດໜອງ ນະຄອນ ຫຼວງພະບາງ).

ວັນທີ 9 ຕຸລາ 2022 ເວລາ 6:00 ໂມງ ຕອນເຊົ້າມີກິດຈະກຳແລນມາລະທອນເພື່ອໂຮງໝໍເພືອນລາວ, ເວລາ 8:00 ຫ້າງຫາກະກຽມປະດັບປະດາຕົບແຕ່ງສະຖານທີ່ ພະທາດຈອມສີ ເວລາ 13:00 ເຕົ້າໂຮມ ພຣະສົງ-ສາມະເນນ ແລະປະຊາຊົນບັນດາເຜົ່າ ທຳພິທີທາງສາສະໜາ, ຕອນແລງເວລາ 18:00 ໂມງ ປະກວດເຂົ້າໜົມພື້ນເມືອງລາວ ແລະປະກວດຊຸດລາວຍ້ອນຍຸກ ຢູ່ທີ່ເຮືອນຈັນ ເວລາ 19:00 ທ່ຽວຊົມຄວາມງົດງາມໄຟແສງສີຂອງການໄຕ້ປະທີບ(ໂຄມໄຟ) ຕາມວັດວາອາຣາມພາຍໃນນະຄອນ ຫຼວງພະບາງ, ວັນຈັນ 10 ຕຸລາ 2022 ເວລາ 6:00 ປະຊາຊົນບັນດາເຜົ່າ ໃສ່ບາດ ຕາມວັດແຫ່ງຕ່າງໆ ທີ່ມີເງື່ອນໄຂ, ເວລາ 9:00 ທໍາພິທີທາງສາສະໜາທີ່ພະທາດຈອມສີ, ເວລາ 19:00 ທ່ຽວຊົມຄວາມງົດງາມໄຟແສງສີຂອງການໄດ້ປະທີບ(ໂຄມໄຟ) ຕາມວັດວາອາຮາມ ພາຍໃນນະຄອນ ຫຼວງພະບາງ, ວັນທີ 11 ຕຸລາ 2022 ຕອນເຊົ້າ: ແຕ່ລະບ້ານ, ສະຖາບັນໂຮງຮຽນ-ການສຶກສາ ແລະພາກສ່ວນຕ່າງໆ ຕົບແຕ່ງເຮືອໄຟ ໃຫ້ຮຽບຮ້ອຍ ແລະມີຄວາມສວຍງາມ, ເວລາ 18:00 ເຕົ້າໂຮມເຮືອໄຟຂອງແຕ່ລະພາກສ່ວນທີ່ເຂົ້າຮ່ວມປະກວດ ຢູ່ໜ້າຫໍພິພິທະພັນ ແຫ່ງຊາດຫຫລວງພະບາງ, ເວລາ 18:30 ເລີ່ມພິທີທາງສາສະໜາ ເທດສະຫຼອງເຮືອໄຟຢູ່ ວັດປ່າຮວກ ຈໍານວນ 1 ກັນ, ເວລາ 19:00 ເປີດພິທີບຸນໄຫຼເຮືອໄຟຢ່າງເປັນທາງການ ຕາມຮີດຄອງປະເພນີ, ຫຼັງຈາກນັ້ນຊົມຄວາມສວຍງາມຂອງຂະບວນເຮືອໄຟແຕ່ລະພາກສ່ວນ ແຫ່ໄປຕາມເສັ້ນທາງສີສະຫວ່າງວົງຈົນເຖິງທ່ານໍ້າຂອງວັດຊຽງທອງ ແລະ ເຄື່ອນເຮືອໄຟລົງນໍ້າຕາມລໍາດັບ.

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...