spot_img
Homeຂ່າວການພັດທະນາບຸນມະໂຫລານສົ່ງເສີມການອ່ານນະຄອນຫລວງວຽງຈັນຄັ້ງທີ1

ບຸນມະໂຫລານສົ່ງເສີມການອ່ານນະຄອນຫລວງວຽງຈັນຄັ້ງທີ1

Published on

ງ​ານ​ບຸນ​ມະ​ໂຫລ​ານ​ສົ່ງ​ເສີມ​ການ​ອ່ານ​ນະ​ຄອນ​ຫລວງວຽງ​ຈັນ​ຈ​ະ​ຈັດ​ຂຶ້ນ​ໃນ​ວັນທີ​ 7-17 ມີ​ນາ​ນີ້ ທີ່ສູນການຄ້າສາກົນ World Trade Center ຖະໜົນຄູວຽງ, ບ້ານໜອງຈັນ ເມືອງສີສັດຕະນາກ ເຊີ່ງພິ​ທີ​ຖະ​ແຫລງ​ຂ່າວ​ຈັດ​ຂຶ້ນ​ໃນ​ວັນ​ທີ 1 ມີ​ນານີ້ ທີ່​​ຫ້ອງວ່າປົກ​ຄອງ​ນະ​ຄອນ​ຫລວງວຽງ​ຈັນ ໂດຍ​ມີ​ທ່ານ ວຽງ​ສະ​ໄໝ ພາ​ສະ​ເຫລີມ​ສຸກ ຮອງ​ຫົວ​ໜ້າ​ຫ້ອງ​ວ່າ​ການ​ປົກ​ຄອງ​ນະ​ຄອນ​ຫລວງວຽງ​ຈັນ, ທ່ານ ສົມ​ພອນ ສອນ​ດາ​ລາ ຮອງ​ຫົວ​ໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກິ​ລາ​ນະ​ຄອນ​ຫລວງວຽງ​ຈັນ ພ້ອມ​ດ້ວຍ​ພາ​ກ​ສ່ວນ​ທີ່​ກ່ຽວ​ຂ້ອງ ແລະ ສື່ມວນ​ຊົນ​ເຂົ້າ​ຮ່ວມ.

ທ່ານ ພອນ​ຈັນ ແພ​ງ​ພູ​ວັນ ຮອງ​ຫົວ​ໜ້າ​ພະ​ແນກ​ຖະ​ແຫລງ​ຂ່າວ​, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ​ນະ​ຄອນ​ຫລວງວຽ​ງ​ຈັນ​ໄດ້​ກ່າວ​ວ່າ: ງານ​ບຸນ​ມະ​ໂຫລານ​ສົ່ງ​ເສີມ​ການ​ອ່ານ​ຄັ້ງ​ນີ້ຈະ​ດຳ​ເນີນ​ເປັນ​ເວ​ລາ 10ວັນ​ຄື: ວັນທີ 7-17 ມີນາ 2019 ໂດຍ​ແຕ່​ລະ​ມື້​ຈະເລີ່ມແຕ່ເວລາ 9: 00 ໂມງເຊົ້າ ຫາ 21 :30 ໂມງແລງ ແຕ່ສະເພາະວັນສຸກ-ວັນທິດ ປິດ 22:30 ໂມງແລງ ທັງ​ນີ້, ເພື່ອເປັນການລະດົມໃຫ້ຄົນລາວ ເຫັນເຖິງຄວາມສຳຄັນຂອງການອ່ານ ແລະ ສົ່ງເສີມໃຫ້ອ່ານໜັງສືຢ່າງຕໍ່ເນື່ອງ ລວມເຖິງການຊ່ວຍເຫລືອພໍ່ແມ່ ຜູ້ປົກຄອງ, ຄູ ແລະ ບັນນາລັກ ຮັບຮູ້ ແລະ ເຂົ້າໃຈເຕັກນິກວິທີການສົ່ງເສີມການອ່ານ ແກ່ເດັກ ແລະ ເຍົາວະຊົນ ຢ່າງເໝາະສົມ ແລະ ໄດ້ຜົນ ນອກຈາກນີ້ ຍັງໄດ້ເປີດ ໂອກາດໃຫ້ຄົນລາວໄດ້ສຳພັດກັບປື້ມ ຈາກນາໆຊາດເພື່ອເປີດໂລກະທັດ ແລະ ເບີ່ງເຫັນການພັດທະນາອຸດສາຫະກຳປື້ມ ໃນຕ່າງປະເທດ ແລະ ຂະນະດຽວກັນກໍ່ເປີດໂອກາດໃຫ້ຄົນຕ່າງປະ​ເທດ​ໄດ້ສຳຜັດກັບປື້ມອ່ານຂອງລາວ ພ້ອມ​ທັງ​ເປັນສື່ກາງໃນການສ້າງໂອກາດໃຫ້​ແກ່ນັກຂຽນ ແລະ ສຳນັກພິມຂອງລາວ ໃນການຈຳໜ່າຍລິຂະສິດໃຫ້ກັບຕ່າງປະເທດ ນອກຈາກນີ້ຍັງເຮັດໃຫ້ສຳນັກພິມມີຄວາມຕື່ນຕົວປັບປຸງ ແລະ ພັດທະນາການຜະລິດປື້ມອ່ານໃຫ້ມີຄຸນນະພາບ ທີ່ສີສັນຫລ​າກ​ຫລາຍ ແລະ ເປັນປະໂຫຍດຕໍ່ຜູ້ອ່ານ ເພື່ອພັດທະນາເສດຖະກິດ-ສັງຄົມຂອງ ປະເທດຊາດໃຫ້ເຂັ້ມແຂງຂື້ນເປັນກ້າວໆ.

ພາຍ​ໃນ​ງານ​ມີ​ຫລາຍກວ່າ 200 ບູດ​ທີ່​ວາງ​ສະ​ແດງ​ປື້ມ ນອກ​ຈາກນັ້​ນ, ຍັງ​ມີ​ກິດ​ຈະ​ກຳ​ຖາມ​ຕອບຄວາມຮູ້ຮອບຕົວຂອງ​ບັນ​ດາ​ນ້ອງນັກຮຽນ ນອກນັ້ນ ຍັງຈະໄດ້ມີການແຈກຍາຍປື້ມໃຫ້ແກ່ການນຳພັກ-ລັດ ແລະ ໂຮງຮຽນທົ່ວນະຄອນຫລວງວຽງຈັນ.

 

 

 

 

 

ຂຽນໂດຍ: ແຟນຊິສ ສະຫວັນຄຳ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...