spot_img
Homeນານາສາລະບຸນປີໃໝ່ລາວເພິ່ນເຮັດຫຍັງໃຫ້ເປັນສິລິມຸງຄຸນ?

ບຸນປີໃໝ່ລາວເພິ່ນເຮັດຫຍັງໃຫ້ເປັນສິລິມຸງຄຸນ?

Published on

ຄົນລາວຫຼາຍຄົນຍັງບໍ່ຮູ້ຊໍ້າວ່າ ໃນປະເພນີບຸນປີໃໝ່ລາວນັ້ນ ເພິ່ນຈະມີກິດຈະກຳຫຍັງແດ່? ໂດຍສະເພາະແມ່ນຊາວໜຸ່ມ-ເຍົາວະຊົນ ຮູ້ພຽງແຕ່ວ່າເພິ່ນວ່າມື້ໃດເປັນມື້ບຸນ ກໍພາກັນຈັບກຸ່ມຫລິ້ນນໍ້າ, ໄປຫົດພະ ແລະທີ່ບໍ່ສົມຄວນເຮັດແມ່ນ ຕັ້ງກຸ່ມດື່ມສຸລາຈົນເມົາຕິດຕໍ່ກັນຫຼາຍວັນ ແຕ່ກິດຈະກຳທີ່ຄວນເຮັດແທ້ໆ ນັ້ນ ບໍ່ຮູ້ຊໍ້າກໍມີ. ດັ່ງນັ້ນ, ມື້ນີ້ ລາວໂພສຕ໌ ຈຶ່ງຢາກຂໍນຳສະເໜີບັນດາກິດຈະກຳທີ່ຄວນມີໃນບຸນປີໃໝ່ລາວສູ່ເພື່ອນຜູ້ອ່ານໄດ້ຮັບຮູ້ນຳກັນ ຜູ້ໃດໄດ້ປະຕິບັດກໍຈະເປັນສິລິມຸງຄຸນແກ່ຕົນເອງ ດັ່ງນີ້:

  1. ອະນາໄມເຮືອນ, ວັດ ແລະຮ້ານພະ
    ກ່ອນຈະຮອດມື້ບຸນປີໃໝ່ລາວ ປະຊາຊົນຈະອະນາໄມເຮືອນຊານບ້ານຊ່ອງ ທັງນອກເຮືອນ ແລະໃນເຮືອນ ໃຫ້ເປັນລະບຽບຮຽບຮ້ອຍ ສະອາດງາມຕາ, ເສື້ອຜ້າແລະເຄື່ອງໃຊ້ ອັນໃດທີ່ບໍ່ຈົບບໍ່ງາມ ເພິ່ນກໍຈະຊັກລ້າງໃຫ້ສະອາດ. ຢູ່ວັດເພິ່ນກໍມີການອະນາໄມຕາມກຸດຕິ, ຕ້າຍວັດ, ຫໍແຈກ ບ່ອນໃດເປ່ເພກໍສ້ອມແປງ ໃຫ້ຈົບງາມ, ເດິ່ນວັດ ແລະລວມທັງຫໍພະ ຮ້ານພະ ພັດທະສິມມາ ພະທາດເຈດີ ກໍອະນາໄມລ້າງສ່ວຍ.
  2. ພິທີຫົດພະ, ຫົດສົງ, ຫົດພະທາດເຈດີ, ຫົດຕົ້ນສີມະຫາໂພ
    ກິດຈະກຳຫຼັກແລະໂດດເດັ່ນທີ່ສຸດແມ່ນການຫົດສົງພະພຸດທະຮູບ, ຫົດສົງພະສົງ (ອາດຈະມີພິທີເຖລາພິເສກກໍໄດ້), ຫົດສົງພະທາດເຈດີ, ຕົ້ນສີມະໂພ ແລະບູຊະນິຍະວັດຖຸອື່ນໆ.
  3. ເຮັດບຸນ
    ຊາວພຸດລາວມັກຈະເຮັດບຸນຮັບພອນໃນໄລຍະປີໃໝ່ລາວ ເຊັ່ນ ໄປຮັກສາສິນ,ໃຫ້ທານແລະຟັງເທດຢູ່ວັດ, ນິມົນພະມາສັນເຂົ້າຢູ່ເຮືອນ, ເຮັດບຸນຂຶ້ນເຮືອນໃໝ່ ເພາະຖືເປັນເລີກດີຍາມດີ. ນອກຈາກນັ້ນເພິ່ນມັກຈະມີພິທີຕົບພະທາດຊາຍຢູ່ວັດ (ເປັນກົນລະຍຸດໃນການເອົາຊາຍເຂົ້າວັດເພື່ອເປັນວັດສະດຸກໍ່ສ້າງ ໄດ້ທັງບຸນໄດ້ທັງວຽກ), ໄປເກັບດອກໄມ້ຢູ່ແຄມນ້ຳເພື່ອເອົາມາບູຊາພະໃນຫໍສົງ ພ້ອມທັງເປັນໂອກາດໃຫ້ປະຊາຊົນໄດ້ຫລິ້ນນໍ້າຢ່າງມ່ວນຊື່ນປົດປ່ອຍຈາກໜ້າວຽກ.
  4. ສົມມາຜູ້ອາວຸໂສແລະບາສີສູ່ຂວັນ
    ລູກເຕົ້າຫຼືລູກຫຼານ ທີ່ຢູ່ຫ່າງໄກກໍຈະເດິນທາງກັບບ້ານ ເພື່ອຮ່ວມເຮັດພິທີສົມມາຜູ້ເຖົ້າຜູ້ແກ່ໃນຄອບຄົວ ດ້ວຍຂັນສົມມາ, ເສື້ອຜ້າໃໝ່ ແລະຫົດສົງເພິ່ນ ເປັນຕົ້ນແມ່ນ ພໍ່ແມ່, ປ້າລຸງ, ປູ່ຍ່າ, ພໍ່ເຖົ້າແມ່ເຖົ້າ… ເປັນຕົ້ນ. ນອກຈາກນັ້ນກໍຈະມີພິທີມັດແຂນສູ່ຂວັນໃຫ້ຜູ້ອາວຸໂສ ແລະມັດແຂນອວຍພອນເຊິ່ງກັນແລະກັນ.
  5. ຫົດນ້ຳອວຍພອນເຊິ່ງກັນແລະກັນ
    ການຫົດນໍ້າອວຍພອນເຊິ່ງກັນແລະກັນຖືເປັນເລື່ອງທີ່ປະຕິບັດຢ່າງທົ່ວເຖິງ ມື້ນີ້ໃຜກໍໃຈໃຫຍ່ ບາງເທື່ອເຖິງບໍ່ຢາກໃຫ້ຫົດແຕ່ກໍຕ້ອງເກັບໄວ້ໃນໃຈ ເອົາຮອຍຍິ້ມແລະຄຳອວຍພອນອອກມາໄວ້ນອກ. ຜູ້ຫົດນໍ້າທີ່ຖືກຕ້ອງກໍຂໍອະນຸຍາດ ແລະເບິ່ງກາລະເທສະທີ່ເໝາະສົມ ພໍຫົດຈັ່ງຂໍຫົດ.

ນັ້ນແມ່ນກິດຈະກຳທີ່ສຳຄັນ ທີ່ຄົນລາວຊາວພຸດເຮົາໄດ້ປະຕິບັດສືບຕໍ່ກັນມາ. ແຕ່ວ່າມາຮອດສະໄໝປັດຈຸບັນ ທາງຝ່າຍລັດຖະບານກໍໄດ້ມີກິດຈະກຳສົ່ງເສີມການທ່ອງທ່ຽວຂຶ້ນມາຕື່ມ ເຊິ່ງຈະມີພິທີປະກາດນາງສາວງາມ ມາເປັນນາງສັງຂານໃນແຕ່ລະແຂວງ ຫຼືເມືອງທີ່ມີເງື່ອນໄຂສະດວກ (ແຕ່ກ່ອນກິດຈະກຳນີ້ແມ່ນມີຢູ່ສະເພາະຫຼວງພະບາງ).

ຫວັງວ່າບົດຄວາມນີ້ຈະເປັນປະໂຫຍດແກ່ເພື່ອນຜູ້ອ່ານບໍ່ຫຼາຍກໍໜ້ອຍ ພ້ອມກັນນີ້ຍັງມີຄວາມເຊື່ອວ່າຖ້າໃຜປະພຶດແຕ່ເລື່ອງດີໆ ໃນໄລຍະປີໃໝ່ນີ້ ຈະເປັນສິລິມຸງຄຸນແກ່ຕົນເອງ ສົ່ງຜົນໃຫ້ສຸຂະພາບແຂງແຮງ, ຄອບຄົວອຸດົມສົມບູນ ແລະເສດຖະກິດຈະເລີນກ້າວໜ້າ.

 

ບົດຄວາມຫຼ້າສຸດ

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...