Homeຂ່າວທ້ອງຖິ່ນບຸນຊ້າງແຂວງໄຊຍະບູລີປີນີ້ຍັງຄຶກຄັກ ຄາດວ່າມີນັກທ່ອງທ່ຽວເຂົ້າຊົມເປັນແສນຄົນ

ບຸນຊ້າງແຂວງໄຊຍະບູລີປີນີ້ຍັງຄຶກຄັກ ຄາດວ່າມີນັກທ່ອງທ່ຽວເຂົ້າຊົມເປັນແສນຄົນ

Published on

ບຸນຊ້າງແຂວງໄຊຍະບູລີປີນີ້ຍັງຄຶກຄັກ ນັກທ່ອງທ່ຽວຍັງຫຼັ່ງໄຫຼໄປທ່ຽວຊົມຢ່າງໜາແໜ້ນຄືປີຜ່ານມາ ເຮັດໃຫ້ໂຮງແຮມ ແລະ ບ້ານພັກ ຢູ່ເມືອງ ໄຊຍະບູລີ, ແຂວງ ໄຊຍະບູລີ ເຊິ່ງເປັນສະຖານທີ່ຈັດງານ ຖືກຈອງເຕັມໝົດທຸກແຫ່ງແລ້ວ ເຊິ່ງຄາດວ່າມະຫະກຳບຸນຊ້າງ ປະຈຳປີ 2020 ສາມາດດຶງດູດນັກທ່ອງທ່ຽວຢ່າງໜ້ອຍ 1 ແສນຄົນ ລາຍງານຈາກໜັງສືພິມເສດຖະກິດ-ການຄ້າ.

ບຸນຊ້າງ ແມ່ນຈັດຂຶ້ນທຸກໆປີ ຢູ່ ເມືອງ ໄຊຍະບູລີ. ປີນີ້ ບຸນດັ່ງກ່າວ ໄດ້ເລີ່ມແຕ່ວັນທີ 18-28 ກຸມພາ ແລະ ມີຊ້າງເຂົ້າຮ່ວມທັງໝົດ 70 ໂຕ. ນອກຈາກນັກທ່ອງທ່ຽວຈະໄດ້ຊົມການສະແດງຊ້າງຄຳຮູ້ 36 ລາຍການ ແລະ ສິລະປະຕ່າງໆໃນງານແລ້ວ ຍັງຈະໄດ້ຮ່ວມຫຼາກຫຼາຍກິດຈະກຳເຊັ່ນ: ທ່ຽວຊົມຕະຫຼາດນັດຂອງບັນດາເຜົ່າ, ປະກວດອາຫານ, ບໍລິການຂີ່ຊ້າງ, ຊົມພິພິຕະພັນຊ້າງ, ຮຽນຮູ້ວິທີການອະນຸຮັກຊ້າງ ແລະ ອີກຫຼາກຫຼາຍກິດຈະກຳອ້ອມຂ້າງ. ນອກນັ້ນ, ຍັງຈະໄດ້ໄປທ່ຽວຊົມແຫຼ່ງທ່ອງທ່ຽວຕ່າງໆທີ່ໃກ້ຄຽງເມືອງ ໄຊຍະບູລີ ໂດຍສະເພາະແມ່ນ ເຂື່ອນນໍ້າຂອງ, ຖໍ້າລອດ ແລະ ອ່າງນໍ້າຕຽນ ເປັນຕົ້ນ.

ທ່ານ ນາງ ແສງຈັນ ວັນນະຈິດ ຫົວໜ້າຂະແໜງການໂຮງແຮມ ແລະ ຮ້ານອາຫານ ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ໄຊຍະບູລີ ໃຫ້ສຳພາດວ່າ: ຂະແໜງການໂຮງແຮມ ແລະ ຮ້ານອາຫານ ໄດ້ກຽມຄວາມພ້ອມເພື່ອຮອງຮັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດທີ່ຈະເດີນທາງມາທ່ຽວແຂວງ ກໍຄືໃນເທສະການບຸນຊ້າງ ປະຈຳປີ 2020 ໂດຍໄດ້ປັບປຸງບັນດາໂຮງແຮມໃຫ້ມີຄວາມສະອາດ.

ປັດຈຸບັນທົ່ວເມືອງໄຊຍະບູລີ ມີໂຮງແຮມທັງໝົດ 4 ແຫ່ງ ລາຄາ 1–6 ແສນກີບ, ມີເຮືອນພັກ 51 ແຫ່ງ ໃນລາຄາ 70 ພັນ ຫາ 2 ແສນກີບ ແລະ ມີຮ້ານອາຫານໄວ້ຄອຍບໍລິການນັກທ່ອງທ່ຽວ ຈຳນວນ 20 ແຫ່ງ. ນອກນັ້ນ, ຍັງມີບັນດາຫໍພັກ ແລະ ຮ້ານອາຫານຍ່ອຍຕ່າງໆ ເພື່ອບໍລິການຜູ້ມາທ່ຽວບຸນຊ້າງອີກດ້ວຍ.

ທ່ານ ຄຳເພັດ ພົມມະລາດ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ແຂວງ ໄຊຍະບູລີ ໃຫ້ສໍາພາດວ່າ: ສໍາລັບນັກທ່ອງທ່ຽວທີ່ຈະເດີນທາງມາສຳຜັດເທສະການບຸນຊ້າງ ປະຈໍາປີ 2020 ບໍ່ຕ້ອງກັງວົນເລື່ອງການເດີນທາງ ເພາະສາມາດເຂົ້າເຖິງໄດ້ 2 ທາງ ເຊັ່ນ: ເສັ້ນທາງກາສີ – ເມືອງນານ ແລ້ວລ້ຽວຊ້າຍເຂົ້າຫາເມືອງໄຊຍະບູລີ ຖືວ່າເປັນເສັ້ນທາງໃໝ່ທີ່ຫາກໍສໍາເລັດການກໍ່ສ້າງ ແລະ ເປີດນໍາໃຊ້ໃນປີ 2019 ຜ່ານມາ; ສ່ວນອີກເສັ້ນທາງໜຶ່ງກໍແມ່ນເສັ້ນທາງຈາກເມືອງ ຊະນະຄາມ ແຂວງ ວຽງຈັນ ຫາ ເມືອງ ປາກລາຍ ແຂວງ ໄຊຍະບູລີ ນັບແຕ່ຂົວນໍ້າສັງ ຫາ ສົ້ນຂົວຂ້າມເມືອງປາກລາຍ ແມ່ນໄດ້ມີການປັບປຸງເປັນໄລຍະ ແລະ ມີທາງເວັ້ນໃຫ້ລົດສາມາດທຽວໄດ້ ລວມໄລຍະທາງ 60 ກິໂລແມັດ ເຊິ່ງເປັນຄວາມຮັບຜິດຊອບຂອງ ກະຊວງ ຍທຂ ແລະ ມີບັນດາບໍລິສັດຮັບເໝົາກໍ່ສ້າງຄອຍອໍານວຍຄວາມສະດວກຢູ່ແລ້ວ.

 

ຮຽບຮຽງຈາກ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ກວາດລ້າງແກ້ງສະແກມເມີ ພ້ອມກັນ 6 ຈຸດ ໃນ ນວ

ເຈົ້າໜ້າທີ່ຄະນະສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ເປີດປະຕິບັດການຄັ້ງໃຫຍ່ເຂົ້າກວດຄົ້ນ ແລະ ກວາດລ້າງກຸ່ມແກ້ງເປົ້າໝາຍສໍ້ໂກງທາງໂທລະຄົມ ຫຼື ສະແກມເມີ ພ້ອມກັນເຖິງ 6 ຈຸດ ໃນເຂດນະຄອນຫຼວງວຽງຈັນ. ໃນວັນທີ 1 ສິງຫາ...

ຊົມເຊີຍ ທັບນັກກິລາກະຕໍ້ແຂວງຈຳປາສັກ ມາແຮງຄອງແຊ້ມ 2 ລາຍການ.

ການແຂ່ງຂັນໃນຄັ້ງນີ້ ມີນັກກິລາເຂົ້າຮ່ວມທັງໝົດ 185 ຄົນ ຈາກ 22 ພາກສ່ວນ ທົ່ວປະເທດ, ໂດຍແບ່ງການແຂ່ງຂັນອອກເປັນ 4 ລາຍການ ຄື: ທີມດ່ຽວຊາຍ ຮຸ່ນທົ່ວໄປ,...

ໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕ້ານການຄ້າມະນຸດແບບຈິງຈັງ.

ເນື່ອງໃນໂອກາດວັນສາກົນເພື່ອຕ້ານການຄ້າມະນຸດ ປະຈຳປີ 2026 ພາຍໃຕ້ຫົວຂໍ້ສາກົນ "Trapped Behind the Scam" ຫຼື ຕິດກັບດັກຢູ່ເບື້ອງຫຼັງການຫຼອກລວງ, ທ່ານ ປອ ຄຳພັນ ພົມມະທັດ...

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ.

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ ຂອງພະນັກງານຢູ່ ແຂວງອັດຕະປື ໂດຍໄດ້ຕັດສິນລົງໂທດຈໍາເລີຍທີ່ກະທໍາຜິດ ທັງໝົດ 15 ຄົນ, ຍິງ 4 ຄົນ, ໃນນັ້ນ ໂທດຈໍາຄຸກຕະຫຼອດຊີວິດ...