ບາດກ້າວໃໝ່! ສະຫະພັນດອກປີກໄກ່ ແຫ່ງຊາດລາວ ເປັນເຈົ້າພາບຈັດຝຶກອົບຮົມ ດອກປີກໄກ່ຂັ້ນພື້ນຖານ ຂົງເຂດອາຊີ

ໃນຕອນເຊົ້າວັນອາທິດ ວັນທີ 13 ພະຈິກ 2016 ທີ່ຜ່ານມາ ທາງສະຫະພັນດອກປີກໄກ່ ແຫ່ງຊາດລາວ ຮ່ວມກັບ ສະຫະພັນດອກປີກໄກ່ໂລກ BWF ແລະ ສະຫະພັນດອກປີກໄກ່ອາຊີ BAC ໄດ້ຈັດພິທີຝຶກອົບຮົມ ຄູຝຶກກິລາດອກປີກໄກ່ ຂັ້ນພື້ນຖານ ລະດັບ 2 ໃນລະດັບຂົງເຂດRegional Shuttle Time Tutor Course 2016 ຂຶ້ນ ເຊິ່ງຄັ້ງນີ້ເປັນຄັ້ງທຳອິດທີ່ ສະຫະພັນດອກປີກໄກ່ ແຫ່ງຊາດລາວ ໄດ້ເປັນເຈົ້າພາບ.

ຈຸດປະສົງ ຂອງການຈັດຝຶກອົບຮົມຄັ້ງນີ້ ແມ່ນເພື່ອເປັນການ ພັດທະນາຄວາມສາມາດ ຂອງຄູຝຶກ ກິລາດອກປີກໄກ່ ໃນຂົງເຂດອາຊີ ໃຫ້ມີປະສິດທິພາບ ມີປະສົບການ ແລະ ສາມາດກາຍເປັນຄູຝຶກ ລະດັບມືອາຊີບໄດ້.

ການຝຶກອົບຮົມຄັ້ງນີ້ ມີບັນດາຄູຝຶກຈາກປະເທດຕ່າງໆ ໃນຂົງເຂດອາຊີເຂົ້າຮ່ວມ 4 ປະເທດຄື: ຫວຽດນາມ, ກຳປູເຈຍ, ມົງໂກລີ ແລະ ສປປ ລາວ ເຈົ້າພາບເຂົ້າຮ່ວມ ລວມທັງຫມົດ 24 ທ່ານ ເຊິ່ງການຝຶກອົບຮົມໃນຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 8 ວັນ ແຕ່ວັນທີ 12-19 ພະຈິກ 2016 ທີ່ຫ້ອງປະຊຸມໃຫຍ່ ຄະນະກຳມະການໂອແລກປິກ ແຫ່ງຊາດລາວ.

ຂອບໃຈຂໍ້ມູນຈາກ ສະຫະພັນດອກປີກໄກ່ ແຫ່ງຊາດລາວ

ທີ່ມາຂ່າວຈາກ: 
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!