spot_img
Homeຂ່າວທ້ອງຖິ່ນບັນຫາທີ່ປະຊາຊົນຕ້ອງປະເຊີນໜ້າລາຍຮັບບໍ່ເພີ່ມແຕ່ຄ່າຄອງຊີບແພງຂຶ້ນ

ບັນຫາທີ່ປະຊາຊົນຕ້ອງປະເຊີນໜ້າລາຍຮັບບໍ່ເພີ່ມແຕ່ຄ່າຄອງຊີບແພງຂຶ້ນ

Published on

ອີງຕາມການລາຍງານຈາກໜັງສືພິມວຽງຈັນທາມ ລາຍງານໃຫ້ຮູ້ວ່າ ເຖິງແມ່ນວ່າອັດຕາເງິນເຟີ້ຫຼຸດລົງແຕ່ຄວາມຫຍຸ້ງຍາກທາງດ້ານການເງິນຍັງຄົງມີຢູ່, ປະຊາຊົນຊາວນະຄອນຫຼວງວຽງຈັນຫຼາຍຄົນກ່າວວ່າລາຍໄດ້ຂອງເຂົາເຈົ້າບໍ່ໄດ້ເພີ່ມຂຶ້ນ ແຕ່ວ່າລາຄາສິນຄ້າເກືອບວ່າທຸກປະເພດພັດເພີ່ມຂຶ້ນ ໂດຍໄດ້ເຮັດໃຫ້ເຂົາເຈົ້າມີຄວາມກັງວົນກຽ່ວກັບຄ່າຄອງຊີບໃນປັດຈຸບັນຍົກຕົວຢ່າງ: ຊີ້ນໝູທີ່ເປັນອາຫານ ຫຼັກ ສຳລັບຄົວເຮືອນ ລາຄາໄດ້ເພີ່ມຂຶ້ນກາຍ 50.000 ກີບຕໍ່ກິໂລແລ້ວ, ເຖິງແມ່ນວ່າລັດຖະບານ, ໂດຍ ກະຊວງອຸດສາຫະກໍາ ແລະ ການຄ້າຈະ ພະຍາຍາມຕັ້ງລາຄາຊີ້ນໝູປະເພດ 1 ຢູ່ຕະຫຼາດໄວ້ໂດຍບໍ່ໃຫ້ຂາຍເກີນ 45.000 ກີບກໍ່ຕາມ ແຕ່ກໍຍັງບໍ່ສາມາດຄວບຄຸມໄດ້, ນອກນັ້ນຍັງມີປາ, ຊິ້ນງົວ, ຊິ້ນຄວາຍ ແລະ ສິນຄ້າປະເພດອື່ນໆ…ລາຄາກໍຍັງສືບຕໍ່ເພີ່ມຂຶ້ນ.

ອີງຕາມຫ້ອງການສະຖິຕິແຫ່ງຊາດລາວແຈ້ງໃຫ້ຮູ້ວ່າ: ດັດຊະນີລາຄາຜູ້ບໍລິໂພກ (CPI) ຢືນຢູ່ທີ່ 113.95 ຈຸດໃນເດືອນມັງກອນ 2021 ເຊິ່ງສະແດງໃຫ້ເຫັນເຖິງອັດຕາເງິນເຟີ້ 2,01 ເປີເຊັນຕໍ່ປີ, ເຊິ່ງຫຼຸດລົງຈາກ 3,19 ເປີເຊັນໃນເດືອນທັນວາ 2020.

ການຂຶ້ນລາຄາອາຫານ ແລະ ການອ່ອນຄ່າຂອງເງິນກີບທຽບໃສ່ເງິນບາດໄທ ແລະ ເງິນໂດລາສະຫະລັດແມ່ນປັດໄຈໜຶ່ງໃນບັນດາຕົວຂັບເຄື່ອນຫຼັກທີ່ເຮັດໃຫ້ໄພເງິນເຟີ້.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...