Homeຂ່າວເຫດການບັນຫາການຈອດລົດຊະຊາຍ ແລະ ບ່ອນຈອດລົດບໍ່ພຽງພໍ ທີ່ຄວນຄຳນືງເຖີງ

ບັນຫາການຈອດລົດຊະຊາຍ ແລະ ບ່ອນຈອດລົດບໍ່ພຽງພໍ ທີ່ຄວນຄຳນືງເຖີງ

Published on

         ບັນຫາລົດຕິດ-ແອອັດ, ທາງລົດແລ່ນກາຍເປັນບ່ອນຈອດລົດ ທາງຍ່າງກໍກາຍເປັນບ່ອນຈອດລົດ  ໂດຍສະເພາະເສັ້ນທາງໃນຕົວເມືອງ ນະຄອນຫຼວງວຽງຈັນ ບໍລິເວນທີ່ມີສໍານັກງານ, ຫ້ອງການຂອງພາກລັດ-ເອກະຊົນ ສັງເກດເຫັນວ່າມີຄົນຈຳນວນຫຼວງຫຼາຍຍັງສືບຕໍ່ຈອດລົດຊະຊາຍຢູ່ຕາມເສັ້ນທາງ. ບັນຫາດັ່ງກ່າວ, ລະບາດຂຶ້ນຢ່າງລຽນຕິດ ແລະ ຍັງບໍ່ມີວ່າຈະຫຼຸດລົງ ເຖິງວ່າພາກສ່ວນທີ່ກ່ຽວຂ້ອງໄດ້ອອກຂໍ້ກຳນົດ-ກົດລະບຽບ ແລະ ມີການຈັດສັນພື້ນທີ່ຈອດລົດສະເພາະແລ້ວກໍຕາມ ແຕ່ປະຊາຊົນຍັງຖືເບົາມັກງ່າຍ ບໍ່ນຳໃຊ້ພື້ນທີ່ຈອດລົດທີ່ກຳນົດໄວ້.

        ຕາມການສັງເກດຈາກສະພາບຄວາມເປັນຈິງ ມັກຈະພົບເຫັນຢູ່ທີ: ເສັ້ນທາງແຖວແຄມຂອງ, ເສັ້ນທາງແຕ່ປະຕູໄຊ-ກະຊວງການປະເທດ, 4 ແຍກໄຟແດງໜອງບອນ – ທາດຫຼວງ ແລະ ບ່ອນອື່ນໆ ທີ່ເປັນຊຸມຊົນແອອັດ ລວມເຖິງສໍານັກງານ-ຫ້ອງການພາກລັດ – ເອກະຊົນ, ຕະຫຼາດ, ໂຮງຮຽນ – ໂຮງໝໍ ເຊິ່ງເຮັດໃຫ້ການສັນຈອນແອອັດ-ລົດຕິດເປັນເວລາດົນນານ ແມ່ນແຕ່ຈະລ້ຽວຫຼີກທາງໃຫ້ກັນຍັງບໍ່ໄດ້. ທາງລົດແລ່ນຍັງກາຍເປັນບ່ອນຈອດລົດ ແລະ ທາງຢ່າງກໍກາຍເປັນບ່ອນຈອດລົດ ເຮັດໃຫ້ປະຊາຊົນ, ແຂກຕ່າງດ້າວທ້າວຕ່າງແດນທີ່ມາທ່ອງທ່ຽວຈົນບໍ່ມີທາງຍ່າງ. ນອກຈາກຈະບໍ່ມີທາງຍ່າງແລ້ວ ຍັງເຮັດໃຫ້ເສັ້ນທາງບໍ່ມີຄວາມເປັນລະບຽບຮຽບຮ້ອຍ ນັ້ນກໍຍ້ອນຄວາມຖືເບົາມັກງ່າຍ ຄິດວ່າຈອດຢູ່ກັບທີ່ເລີຍ ຈິ່ງບໍ່ໄດ້ຢ່າງໄປໄກ, ຈອດພຽງແຕ່ 20-30 ນາທີບໍ່ເປັນຫຍັງ ຫຼື ເປັນບ່ອນທີ່ບໍ່ມີເຈົ້າໜ້າທີ່ຍິ່ງໄດ້ໃຈຈອດໂດຍບໍ່ລັງເລ.

        ຈາກບັນຫາດັ່ງກ່າວ, ເຮັດໃຫ້ມີການຕັ້ງຄຳຖາມຂຶ້ນມາວ່າ: “ຄວນຈະມີການສ້າງສະຖານທີ່ຈອດລົດໄວ້ເປັນແຕ່ລະໄລຍະທາງໃນຂອບເຂດຊຸມຊົນແອອັດ ລວມເຖິງສໍານັກງານ-ຫ້ອງການພາກລັດ-ເອກະຊົນ, ຕະຫຼາດ, ໂຮງຮຽນ-ໂຮງໝໍ ຈະເປັນການດີບໍ? ເພື່ອຮອງຮັບຍານພາຫະນະດັ່ງກ່າວ ພ້ອມທັງເປັນການແກ້ໄຂບັນຫາລົດແອອັດ ແລະ ການຈອດລົດຊະຊາຍ”.

        ລາວໂພສຕ໌ ຈິ່ງໄດ້ສຳພາດ ທ່ານ ແກ້ວປະເສີດ ໄຊປັນຍາ ຫົວໜ້າຫ້ອງວ່າການປົກຄອງເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ກ່າວຄວາມຄິດເຫັນຕໍ່ກັບບັນຫາດັ່ງກ່າວວ່າ: “ຍ້ອນເຂົາເຈົ້າມັກງ່າຍ ແລະ ລື້ງເຄີຍຈອດລົດຢູ່ໜ້າບ້ານ ຫຼື ແຄມເສັ້ນທາງ ແລະ ບໍ່ເອົາໃຈໃສ່ປະຕິດບັດກົດລະບຽບທີ່ເຈົ້າໜ້າທີ່ ຫຼື ພາກສ່ວນທີ່ກ່ຽວຂ້ອງວາງອອກ ເປັນຕົ້ນແມ່ນຢູ່ແຖວແຄມຂອງກໍມີສະຖານທີ່ຝາກລົດໄວ້ເຊັ່ນກັນ ແຕ່ປະຊາຊົນບໍ່ເຂົ້າໄປໃຊ້ບໍລິການ. ສາເຫດທີ່ຄົນບໍ່ເຂົ້າໄປໃຊ້ບໍລິການສະຖານທີ່ຈອດລົດເພາະມີຄະນະຮັບຜິດຊອບກຳນົດການເກັບຄ່າຈອດ ລາຄາຄ່າບໍລິການກຳນົດໄວ້ຄື ລົດໃຫຍ່1 ຄັນພຽງແຕ່ 5-10 ພັນກີບຕໍ່ມື້ ເຊິ່ງສາມາດຝາກໄວ້ໝົດມື້. ຜ່ານການສ້າງສະຖານທີ່ດັ່ງກ່າວນັ້ນ, ປະຊາຊົນສ່ວນຫຼາຍບໍ່ຍອມເຂົ້າໄປໃຊ້ບໍລິການ ເຖິງວ່າເຈົ້າໜ້າທີ່ໄດ້ມີການຈັດສັນພື້ນທີ່ໃຫ້ແລ້ວ. ນັ້ນຍ້ອນເຂົາເຈົ້າມັກງ່າຍ ແລະ ລື້ງເຄີຍຈອດລົດຢູ່ແຄມເສັ້ນທາງ. ສຳລັບສະຖານທີ່ຈອດລົດທີ່ກະກຽມໄວ້ມີຢູ່ 4 ຈຸດ ເປັນແຕ່ລະໄລຍະ ນັບແຕ່ປາກປ່າສັກຈົນຮອດຂົວຫຼວງ ແລະ ຈະໄດ້ສືບຕໍ່ປຸກລະດົມໃຊ້ລະບຽບການກົດໝາຍ ເພື່ອໃຫ້ພວກເຂົາເອົາລົດມາຈອດໄວ້ຕາມທີ່ເພີ່ນໄດ້ຈັດສັນໄວ້ ເພື່ອໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ເຊິ່ງຈະໄດ້ມອບໃຫ້ຜູ້ທີ່ຮັບຜິດຊອບປະຕິບັດໃຫ້ເຂັ້ມງວດຂຶ້ນກວ່າເກົ່າ”.

        ເຖິງວ່າບາງບ່ອນມີສະຖານທີ່ຈອດລົດແລ້ວກໍຕາມ ແຕ່ຍັງບໍ່ສາມາດຮອງຮັບກັບຈຳນວນຂອງລົດໄດ້ ເນື່ອງຈາກສັງຄົມນິມຍົມຊົມໃຊ້ລົດໃຫຍ່ມີຈຳນວນເພີ່ມຂຶ້ນ ຈະເຫັນໄດ້ວ່າສະຖານທີ່ຈອດລົດຍັງແຄບ ແລະ ບາງບ່ອນກໍ່ໃຊ້ເສັ້ນທາງເປັນບ່ອນຈອດລົດ. ດັ່ງນັ້ນ, ຄວນມີການສ້າງສະຖານທີ່ຈອດລົດໄວ້ເປັນແຕ່ລະຈຸດຈະເປັນການດີກວ່າບໍ ຫຼື ອາດຈະວາງມາດຕະການກົດລະບຽບໃຫ້ເຈົ້າຂອງຫ້າງຮ້ານທຸລະກິດ ທີ່ຈະດຳເນີນທຸກລະກິດ ສ້າງພື້ນທີ່ເຮັດບ່ອນຈອດລົດລູກຄ້າ.

ຕົວຢ່າງ: ທີ່ກອງກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຫ້ອງການຕຳຫຼວດ ໄດ້ຈັດຕັ້ງປະຕິບັດກົດລະບຽບການຈາລະຈອນ ແລະ ມີການຈັດສັນພື້ນທີ່ຈອດລົດ ດ້ວຍການໃຫ້ພະນັກງານຫ້ອງການເອົາລົດຈອດໄວ້ຕາມສະຖານທີ່ທີ່ກຳນົດໄວ້ ປັດຈຸບັນເຂດດັ່ງກ່າວ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສາມາດແກ້ໄຂບັນຫາລົດຕິດໃນເຂດນີ້ໄດ້ເປັນຢ່າງດີ. ໃນເມື່ອກ່ອນສະຖານທີ່ດັ່ງກ່າວ, ຖືວ່າເປັນອີກສະຖານທີ່ໜິ່ງທີ່ມີການຈອດລົດຊະຊາຍ ເຮັດໃຫ້ການສັນຈອນແອອັດ-ລົດຕິດເປັນເວລາດົນນານ ຈົນບໍ່ຮູ້ວ່າທາງໃດເປັນທາງລົດທາງໃດເປັນທາງຍ່າງ.

ຂຽນໂດຍ: ໃບບົວ ຈັນທະລັງສີ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...