ບັນຍາກາດພິທີຕ້ອນຮັບສະຫາຍ ສີ ຈິ້ນຜິງ ທີ່ທຳນຽບປະທານປະເທດ

ສະຫາຍ ບຸນຍັງ ວໍລະຈິດ ​ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະ​ເທດແຫ່ງ ສປປ ລາວ 
ພ້ອມດ້ວຍຄະນະນຳຂັ້ນສູງ ຂອງພັກ-​ລັດຖະບານ ສປປ ລາວ ໄດ້ຈັດພິທີຕ້ອນຮັບ ສະຫາຍ ສີ ຈິ້ນ​ຜິ​ງ ພ້ອມ​ດ້ວຍ​ຄະນະຢ່າງສົມກຽດທີ່ທຳນຽບປະທານປະເທດ (ຫໍຄຳ) ແລະ ພາຍຫລັງສຳ​ເລັດ ​ພິທີ​ຕ້ອນຮັບ ​ຢ່າງ​ເປັນ​ທາງ​ການ​ແລ້ວ ​​ຈະ​ມີພິທີ​ພົບ​ປະ​ສອງ​ຝ່າຍ ເພື່ອ​ປຶກສາ​ຫາລື ​​ແລະ ​ເສີມ​ຂະຫຍາຍ ​ການ​ຮ່ວມ​ມື​ຮອບດ້ານ​ໃນຕໍ່ໜ້າ.