Homeທົ່ວໄປບັນຍາກາດການຂາຍດອກໄມ້ໃນຊ່ວງເທສະການວາເລນທາຍ

ບັນຍາກາດການຂາຍດອກໄມ້ໃນຊ່ວງເທສະການວາເລນທາຍ

Published on

ວັນທີ 14 ກຸມພາ ວັນແຫ່ງຄວາມຮັກ (Valentine’s Day) ຫຼືເອີ້ນອີກຊື່ໜຶ່ງແມ່ນ ວັນນັກບຸນວາເລນທາຍ (Saint Valentine’s Day) ເຊິ່ງກົງກັບວັນທີ 14 ກຸມພາຂອງທຸກປີ ທີ່ເກືອບທຸກປະເທດຕ່າງພາກັນສະຫຼອງ ໂດຍສະເພາະໃນເຂດຕາເວັນຕົກຈະມີການສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ ແລະ ແນ່ນອນຢູ່ແລ້ວວ່າວັນວາເລນທາຍ ແມ່ນຂອງຄູ່ກັນກັບດອກໄມ້.

ທ່ານນາງ ແກ້ວ ວົງສົມບັດ ອາຍຸ 44 ປີ ເຈົ້າຂອງຮ້ານແກ້ວດອກໄມ້ສົດ ສະຖານທີ່ຕັ້ງຢູ່ທີ່ບ້ານໂພນສະຫວັນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດກ່ຽວກັບບັນຍາກາດການຂາຍດອກໄມ້ໃນຊ່ວງເທສະການວາເລນທາຍ ຕໍ່ທີມງານລາວໂພສນີ້ວ່າ: ຮ້ານແກ້ວດອກໄມ້ສົດນີ້ເປີດມາໄດ້ກວ່າ 12 ປີ ແລ້ວ ເຊິ່ງທາງຮ້ານຈະຂາຍດອກໄມ້ແຫ້ງ, ດອກໄມ້ສົດ, ດອກໄມ້ຢາງ, ເບັນຈະມາດ, ຈະເປັນພວກດອກໄມ້ບູຊາ ເປັນຕົ້ນ.

ບັນຍາກາດໃນການຂາຍດອກໄມ້ໃນໄລຍະນີ້ຖືວ່າ: ມີຄວາມຄຶກຄື້ນຫຼາຍ, ມ່ວນ ແລະ ໃຄກວ່າຫຼາຍໆປີທີ່ຜ່ານມາເນື່ອງຈາກວ່າຊ່ວງນີ້ໃເປັນຊ່ວງເທສະການວັນວາເລນທາຍ ກໍຈະມີຄົນເຂົ້າມາສັ່ງຊື້ຢ່າງຫຼວງຫຼາຍ.

ສຳລັບໃນປີທີ່ຜ່ານມາໂດຍສະເພາະແມ່ນຊ່ວງໄລຍະການລະບາດຂອງພະຍາດໂຄວິດ 19 ຖືກໄດ້ວ່າປະສົບປັນຫາຫຼາຍບໍ່ວ່າແຕ່ຮ້ານຂອງເຮົາ, ເນື່ອງຈາກວ່າມີການລະບາດໃຜກໍບໍ່ສາມາດອອກບ້ານໄດ້ ແລະ ທຸກຮ້ານກໍໄດ້ຮັບຜົນກະທົບເລື່ອງລາຍຮັບບໍ່ໄດ້ດີປານໃດ, ເຊິ່ງປີນີ້ຖືວ່າດີຂຶ້ນຫຼາຍ ເນື່ອງຈາກມີການຄວບຄຸມໂຄວິດ-19 ຈຶ່ງສາມາດເປີດຮ້ານໄດ້ເປັນປົກກະຕິ ແລະ ມີການຈັດງານເທສະການຕ່າງໆຫຼາຍຂຶ້ນ.

ສ່ວນດອກໄມ້ທີ່ທາງຮ້ານເຮົາຂາຍດີທີ່ສຸດ ແມ່ນດອກກຸຫຼາບ, ໄຮເລນເຍຍ, ດອກຕາເວັນ, ລິນລີ້ ເປັນຕົ້ນ, ແລະ ກຸ່ມຄົນທີ່ມາຊຶ້ສ່ວນໃຫຍ່ແລ້ວເປັນໄວລຸ້ນເປັນອັນດັບ 1 ຕໍ່ມາກໍແມ່ນພະນັກງານທີ່ວ່າມີການຊື້ໄປມອບ ຫຼື ເຊີໄພ້ໃຫ້ກັນ ແລະ ສຸດທ້າຍກໍແມ່ນຄອບຄົວ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...