spot_img
Homeຂ່າວນໍ້າຖ້ວມນໍ້າຖ້ວມອຸດົມໄຊ ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ

ນໍ້າຖ້ວມອຸດົມໄຊ ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ

Published on

ເມືອງ​ແບງ ແລະ​ເມືອງ​ຮຸນ ແຂວງ​ອຸ­ດົມ​ໄຊ ພວມ​ຢູ່​ໃນ​ສະ­ຖາ­ນະ​ການ​ເຫດ­ການ​ນ້ຳ​ຖ້ວມ​ໃນ​ຄືນ​ວັນ​ທີ 11 ສິງ­ຫາ​ຜ່ານ​ມາອັນ​ໄດ້​ສົ່ງ​ຜົນ​ໃຫ້ເສັ້ນ­ທາງ, ໄຟ­ຟ້າ ແລະ​ເນື້ອ­ທີ່​ກະ­ສິ­ກຳ ຫຼາຍ​ຮ້ອຍ​ເຮັກ­ຕາ​ໄດ້​ຮັບ​ຜົນ​ເສຍ​ຫາຍ, ຂະ­ນະ​ນີ້ ອຳ­ນາດ​ການ​ປົກ­ຄອງ​ແຂວງ ກຳ­ລັງ​ເລັ່ງ​ແກ້​ໄຂ​ສຸກ​ເສີນ ເຊິ່ງ​ຍັງ​ບໍ່​ສາມາດ​ປະ​ເມີນ​ມູນ​ຄ່າ​ໄດ້ແລະທັງ​ສອງ​ເມືອງ​ຍັງ​ລໍ­ຖ້າ​ການ​ຊ່ວຍ­ເຫຼືອ​ຈາກ​ທຸກ​ພາກ­ສ່ວນ.

ໃນວັນທີ 12.8.2016 ທ່ານເຈົ້າແຂວງ, ບັນດາຮອງເຈົ້າແຂວງພ້ອມ​ດ້ວຍ​ຄະ­ນະ​ໄດ້​ລົງ​ຢ້ຽມຢາມ ແລະ​ກວດ­ກາ​ຜົນ​ເສຍ​ຫາຍ​ຢູ່​ເຂດ ເມືອງ​ແບງ ແລະ​ເມືອງ​ຮຸນ ເພື່ອ​ເປັນ​ຂວັນ​ກຳ­ລັງ​ໃຈ​ໃຫ້​ແກ່​ປະຊາ​ຊົນ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກອຸທົກກະ​ໄພ​ຄັ້ງ​ນີ້ ຊຶ່ງ​ຂໍ້​ມູນ​ໃຫ້​ຮູ້​ວ່າ: ຝົນ​ໄດ້​ເລີ່ມ​ຕົກ​ມາ​ແຕ່​ຄືນ ວັນ​ທີ 11 ແລະ​ນ້ຳ​ໄດ້​ໄຫຼ​ເຂົ້າ​ຖ້ວມ​ນາ, ສວນສາ­ລີ, ສວນ​ກ້ວຍ ແລະ​ບ້ານ​ເຮືອນ​ຂອງປະ­ຊາ­ຊົນ​ໃນ​ເຂດ​ຕ່ຳ ໂດຍ​ສະ­ເພາະ​ແມ່ນ ເຂດ​ລ້ອງ​ແມ່­ນ້ຳ​ແບງ ແລະ​ນ້ຳ​ອື່ນໆ​ທີ່ໄຫຼ​ໃສ່​ນ້ຳ​ແບງ.

ໄພ­ພິ­ບັດ​ຄັ້ງ​ນີ້​ໄດ້​ສ້າງ​ຄວາມ​ເສຍ​ຫາຍໜັກ­ໜ່ວງ​ໃນ​ເຂດ​ບ້ານ​ໂພດ​ສະ­ຫວາດ ນ້ຳ​ໄດ້​ພັດ​ທັ່ງ​ໃສ່​ຂອບ​ທາງ​ເຮັດ​ໃຫ້​ທາງ​ເຈື່ອນ​ເກືອບ​ເຄິ່ງ, ເສົາ​ໄຟ­ຟ້າ​ໃນ​ບໍ­ລິ­ເວນນັ້ນ​ລົ້ມ 4 ຕົ້ນ ເປັນ​ເສົາ​ຄູ່​ໄລ­ຍະ​ທາງ 1 ກິ­ໂລ­ແມັດ, ແຕ່​ປະ­ຈຸ​ບັນ​ລັດ​ວິ​ສາ​ຫະ​ກິດໄຟ­ຟ້າ​ລາວ ​ສາ­ຂາ​ອຸ­ດົມ​ໄຊ​ພວມ​ເລັ່ງສ້ອມ­ແປງ​ຄືນ ​ເພື່ອ​ໃຫ້​ປະ­ຊາ­ຊົນ​ໄດ້​ໃຊ້​ໄຟເປັນ​ປົກ­ກະ­ຕິ.

ຈາກ​ນັ້ນ ຄະ­ນະ​ການ​ນຳ​ແຂວງ ກໍໄດ້​ເຂົ້າ​ປຶກ­ສາ​ຫາ­ລື​ກັບ​ອຳ­ນາດ​ການ​ປົກຄອງ​ເມືອງ​ທຸກ​ຝ່າຍ ເພື່ອ​ຫາ​ວິທີ​ແກ້​ໄຂສະ­ເພາະ​ໜ້າ​ ໃນ​ໂອ­ກາດ​ນີ້​ທ່ານ​ໄດ້​ຮັບຟັງ​ການ​ລາຍ​ງານ​ຜົນ​ເສຍ​ຫາຍ​ໃນ​ເບື້ອງຕົ້ນ ໂດຍ​ສະ­ເພາະ​ແມ່ນ​ວຽກ​ງານ​ກະ​ສິກຳ ແລະ​ປ່າ­ໄມ້​ທີ່​ສາ­ມາດ​ຄາດ​ຄະ­ເນ​ຜົນເສຍ​ຫາຍ​ ໃນ​ເບື້ອງ​ຕົ້ນ​ດັ່ງ­ນີ້: ສວນ​ສາລີ​ນ້ຳ​ຖ້ວມ​ທັງ​ໝົດ 300 ກວ່າ​ເຮັກ­ຕາ, ໃນ​ນີ້​ເຈື່ອນ 10 ເຮັກ­ຕາ, ເຂົ້າ­ນາ​ນ້ຳຖ້ວມ 276 ເຮັກ­ຕາ, ເຈື່ອນ 7 ເຮັກຕາ,  ໜອງ​ປາ 70 ໜອງ, ເຈື່ອນ 10 ໜອງ, ສວນ​ກ້ວຍ​ຫອມ​ຖ້ວມ 100 ກວ່າເຮັກ­ຕາ​ເຈື່ອນ 20 ເຮັກ­ຕາ, ຄອງ ­ເໝືອງ ນ້ຳ​ລໍ 2 ຈຸດ, ຈຸດ​ໜຶ່ງ​ເຈື່ອນ 50 ແມັດ,ຈຸດ​ສອງ​ເຈື່ອນ 15 ແມັດ, ຄອງ­ເໝືອງ ນ້ຳ​ແບງ​ມີ 4 ຈຸດ​ທີ່​ດິນ​ເຈື່ອນ​ໃສ່​ໃຊ້​ການບໍ່​ໄດ້, ສັດ­ລ້ຽງ​ງົວ​ເສຍ​ຫາຍ 4 ໂຕ, ສວນ​ໄມ້​ໃຫ້​ໝາກ​ນ້ຳ​ຖ້ວມ 8 ເຮັກ­ຕາ, ວຽກ​ງານ​ຄົມມະ­ນາ­ຄົມ ແລະ​ຂົນ­ສົ່ງ​ຕາມເສັ້ນ­ທາງ ​ແມ່ນ​ມີ​ດິນ​ເຈື່ອນ​ລົງ​ມາ​ທັບ​ຫົນ­ທາງ, ບ່ອນ​ທີ່​ໜັກ​ກວ່າ​ໜູ່​ແມ່ນ​ເສັ້ນທາງ​ໄປ​ບ້ານ​ຂອນ ແລະ​ເສັ້ນ­ທາງ​ໄປ ບ້ານ​ນາ​ງົວ​ ລົດ​ບໍ່​ສາ­ມາດ​ໄປ​ໄດ້, ສ່ວນວຽກ​ງານ​ຊັບ­ພະ­ຍາ­ກອນ​ນ້ຳ ແລະ​ສິ່ງ ແວດ​ລ້ອມ​ພວມ​ເກັບ​ກຳ​ຜົນ​ເສຍ​ຫາຍ ​ແຕ່ສິ່ງ​ທີ່ໜ້າ​ເປັນ​ຫ່ວງ​ແມ່ນ​ສະ­ພາບ​ແວດລ້ອມ ​ທີ່​ຈະ​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ຢາ​ຂ້າສັດ­ຕູ​ພືດ​, ຢາ​ຂ້າ​ຫຍ້າ​ທີ່​ເຈົ້າ​ຂອງ​ສວນກ້ວຍ​ຫອມ​ຊື້​ມາ​ກຽມ​ໄວ້​ໃຊ້, ເຊິ່ງ​ມີ​ຈຳນວນ​ຫຼວງ­ຫຼາຍ​ລວມ​ມູນ​ຄ່າ​ແລ້ວ 600 ລ້ານ​ກີບ, ສະ­ເພາະ​ຢາ​ຂ້າ​ສັດ­ຕູ​ພືດ, ສ່ວນ​ສວນ​ກ້ວຍ​ດັ່ງ­ກ່າວ​ແມ່ນ​ໄດ້​ຮັບ​ຜົນ​ເສຍຫຼາຍ​ຢ່າງ​ໜັກໜ່ວງ ແຕ່​ຍັງ​ບໍ່​ສາ­ມາດ​ປະ​ເມີນ​ລາ­ຄາ​ໄດ້​ເທື່ອ.

ພ້ອມ​ນີ້​ບັນ­ດາ​ຫົວ­ໜ້າ​ພະ­ແນກ­ການ ທີ່​ກ່ຽວ​ຂອງ​ກໍ​ໄດ້​ແນະ­ນຳ​ວິ​ທີ່ແກ້​ໄຂ​ໃນ​ເບື້ອງ​ຕົ້ນ​ໃຫ້​ກັບ​ວິ­ຊາ​ການເມືອງ​ເພື່ອ​ໄປ​ຊ່ວຍ​ບັນ­ເທົາ ​ໃຫ້​ແກ່​ປະ­ຊາ­ຊົນ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ເປັນ­ຕົ້ນ ​ແມ່ນ​ວຽກ​ງານ​ກະສິ​ກຳ​ແມ່ນ​ໃຫ້​ວີິຊາ​ການ​ລົງ­ພື້ນ​ທີ່​ຊ່ວຍ​ແນະ­ນຳ​ປະ­ຊາ­ຊົນ​ພື້ນ​ພູນາ​ເຂົ້າ​ທີ່​ນ້ຳ​ຖ້ວມ, ວຽກ​ງານ​ໂຍ­ທາ​ທິ​ການ​ແມ່ນ​ໃຫ້ ເລັ່ງ​ປະສານ​ງານ​ກັບ​ບໍ­ລິ­ສັດ ແລະ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ມາ​ແກ້​ໄຂ​ສະ­ເພາະ​ໜ້າ​ວຽກ​ງານ​ຊັບ­ພະ­ຍາ­ກອນ​ນ້ຳ ແລະ​ສິ່ງ­ແວ­ດລ້ອມ​ແມ່ນ​ໃຫ້​ເລັ່ງ​ຊອກ​ຫາ​ສານ­ພິດ​ທີ່​ຕົກ​ຄ້າງ​ເພື່ອ​ບໍ່​ໃຫ້​ປະ­ຊາ­ຊົນ​ໄດ້​ຮັບ​ຜົນ​ກະ­ທົບ.

ແນວ­ໃດ​ກໍ​ດີ​ທ່ານ​ເຈົ້າ­ແຂວງ ແນະ­ນຳ​ວ່າ: ກ່ອນ​ອື່ນ​ໝົດ​ຕ້ອງ​ເອົາ­ໃຈ­ໃສ່​ເບິ່ງແຍງ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ສາກ່ອນ, ຈັດ​ຕັ້ງ​ເຝົ້າ​ລະ­ວັງ​ບໍ່​ໃຫ້​ເກີດ​ຜົນເສຍ​ຫາຍ​ຕື່ມ​ອີກ, ຈຸດ​ເລັ່ງ​ດ່ວນ​ທີ່​ຈະ​ຕ້ອງໄດ້​ແກ້​ໄຂ ​ແມ່ນ​ຈຸດ​ຫົນ­ທາງ​ເພື່ອ​ໃຫ້​ປະຊາ​ຊົນ​ສາ­ມາດ​ທຽວ​ໄປມາ​ໄດ້, ເກັບ​ກຳຜົນ​ເສຍ​ຫາຍ​ຈາກ​ຢາ​ປາບ​ສັດ­ຕູ​ພືດ​ວ່າ ມີ​ຢາ​ຫຍັງ​ແດ່ ເພື່ອ​ບໍ່​ໃຫ້​ເກີດ​ຜົນ​ກະ­ທົບຕໍ່​ຄົນ​ສັດ ແລະ​ສິ່ງ­ແວ­ດລ້ອມ ພ້ອມ​ນີ້​ກໍ​ຕ້ອງ​ຮີບ​ຮ້ອນເກັບ​ກຳ​​ຂໍ້​ມູນ​ພາຍ­ຫຼັງ​ນ້ຳ​ລົງ​ແລ້ວ​ລາຍ​ງານ​ໃຫ້​ແຂວງ​ຮັບ​ຮູ້ເພື່ອ​ຫາ​ທາງ​ຊ່ວຍ­ເຫຼືອ​ຕໍ່​ໄປ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...