ອີງຕາມການລາຍງານຂອງສຳນັກຂ່າວໄທ ໃນວັນທີ 14-15/8/2016 ແຈ້ງເຖິງສະພາບນໍ້າຖ້ວມທີ່ ຈັງຫວັດນ່ານ ແລະຈັງຫວັດແພຣ່ ວ່າມີນໍ້າຖ້ວມເປັນບໍລິເວນກວ້າງ, ນໍ້າປ່າໄຫຼເຂົ້າມາຢ່າງແຮງ, ເຮັດໃຫ້ເຄື່ອງຂອງ ລົດລາງພາຫະນະຖືກກະແສນໍ້າພັດໄຫຼໄປ, ງົວຄວາຍຕາຍຈຳນວນຫຼາຍ ຄິດໄລ່ຄວາມເສຍຫາຍໃນຄັ້ງນີ້ ຫຼາຍກວ່າ 10 ລ້ານບາດ.