spot_img
Homeຂ່າວພາຍ​ໃນນໍາຕົວຜູ້ແລກປ່ຽນເງິນຕາບໍ່ຖືກຕ້ອງ ມາສຶກສາອົບຮົມ

ນໍາຕົວຜູ້ແລກປ່ຽນເງິນຕາບໍ່ຖືກຕ້ອງ ມາສຶກສາອົບຮົມ

Published on

ເຈົ້າໜ້າທີ່ກົມຕໍາຫຼວດເສດຖະກິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ນໍາຕົວ ນາງ ສຸລິນ ລຽນສະຫວັດ ອາຍຸ 26 ປີ ບ້ານນໍ້າໂອ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ເຄື່ອນໄຫວໂຄສະນາຜ່ານສື່ສັງຄົມອອນລາຍ ເພື່ອດໍາເນີນທຸລະກິດແລກປ່ຽນເງິນຕາຕ່າງປະເທດໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ.

ເຈົ້າໜ້າທີ່ ໄດ້ເປີດເຜີຍວ່າ: ໃນວັນທີ 14 ມິຖຸນາ 2022 ໄດ້ນໍາຕົວ ນາງ ສຸລິນ ລຽນສະຫວັດ ມາເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນ ແລະ ຜ່ານການດຳເນີນການສືບສວນ-ສອບສວນ ແລະ ເກັບກຳຂໍ້ມູນຫຼັກຖານຢ່າງລະອຽດແລ້ວ ເຫັນວ່າ ນາງ ສຸລິນ ລຽນສະຫວັດ ໄດ້ມີການເຄື່ອນໄຫວກະທຳຜິດ ໃນສະຖານການດຳເນີນທຸລະກິດບໍ່ຖືກຕ້ອງຕາມກົດໝາຍ ແລະ ການແລກປ່ຽນເງິນຕາຕ່າງປະເທດບໍ່ຖືກຕ້ອງຕາມກົດໝາຍ ຂອງປະມວນກົດໝາຍອາຍາປີ 2017, ແຕ່ການກະທໍາຂອງຜູ້ກ່ຽວນັ້ນເປັນການກະທໍາຜິດຄັ້ງດຽວ ແລະ ໃນເວລາສືບສວນ-ສອບສວນຂອງເຈົ້າໜ້າທີ່ນາງ ສຸລິນ ລຽນສະຫວັດ ແມ່ນໄດ້ໃຫ້ຄວາມຮວມມື ແລະ ໃຫ້ການດ້ວຍຄວາມຈິງຕໍ່ເຈົ້າໜ້າທີ່ດັ່ງນັ້ນ ຄະນະຮັບຜິດຊອບສືບສວນ-ສອບສວນ ແກ້ໄຂການແລກປ່ຽນເງິນຕາຕ່າງ ປະເທດບໍ່ຖືກຕ້ອງຕາມກົດໝາຍ ກົມຕຳຫຼວດເສດຖະກິດ ຈຶ່ງໄດ້ສຶກສາອົບຮົມກ່າວເຕືອນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 49 ຂອງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ພ້ອມທັງຮຽກຮ້ອງໃຫ້ ນາງ ສຸລິນ ລຽນສະຫວັດ ຕ້ອງປະຕິບັດຕາມຂໍ້ຫ້າມ ດັ່ງນີ້:

1. ຫ້າມບໍ່ໃຫ້ນາງສຸລິນລຽນສະຫວັດມີການເຄື່ອນໄຫວ ແລະ ຍຸດຕິການດໍາເນີນທຸລະກິດທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ການແລກປ່ຽນເງິນຕາຕ່າງປະເທດບໍ່ຖືກຕ້ອງຕາມກົດໝາຍອີກ, ຖ້າຫາກເຈົ້າໜ້າທີ່ຫາກສືບຮູ້ ຫຼື ກວດກາພົບເຫັນ ເຈົ້າໜ້າທີ່ພວກເຮົາຈະນໍາຕົວພວກກ່ຽວມາດຳເນີນຄະດີ ຕາມລະບຽບກົດໝາຍຢ່າງເຂັ້ມງວດ.

2. ຫ້າມບໍ່ໃຫ້ເອົາຄວາມລັບໃນການດຳເນີນຄະດີ ແລະ ເອກະສານທາງລັດຖະການຂອງເຈົ້າໜ້າທີ່ໄປໂຄສະນາເຜີຍແຜ່ຕໍານິວິຈານ, ໃສ່ຮ້າຍປ້າຍສີ ເຈົ້າໜ້າທີ່ຕຳຫຼວດ ແລະ ການຈັດຕັ້ງ, ຕໍ່ບຸກຄົນ ແລະ ສັງຄົມ ຫຼື ໄປໂພດລົງ ສື່ສັງຄົມອອນລາຍ ຢ່າງເດັດຂາດ ຖ້າຫາກເຈົ້າໜ້າທີ່ຫາກພົບເຫັນ ຮູບການທີ່ກ່າວມານັ້ນ ແມ່ນຈະໄດ້ດໍາເນີນຄະດີ ໃນຂໍ້ຫາ ການສ້າງຄວາມເສຍຫາຍຜ່ານຊື່ສັງຄົມອອນລາຍ ຕາມມາດຕາ 186, 205 ເເລະ ມາດຕາອື່ນໆທີ່ກ່ຽວຂ້ອງຂອງປະມວນກົດໝາຍອາຍາຢ່າງເຂັ້ມງວດ.

3. ໃຫ້ຜູ້ທີ່ຖືກສຶກສາອົບຮົມກ່າວເຕືອນ ຕ້ອງລົບລ້າງເຟສບຸກຂອງຕົນເອງ ທີ່ໄດ້ໂພດໂຄສະນາ ດຳເນີນເຄື່ອນໄຫວໃນການໂຄສະນາແລກປ່ຽນເງິນຕາຕ່າງປະເທດ ຫຼື ທຸລະກິດອື່ນໆ ທີ່ບໍ່ໄດ້ຮັບອະນຸຍາດຖືກຕ້ອງຕາມລະບຽບກົດໝາຍ ນັ້ນອອກທັນທີ.

4. ຜູ້ທີ່ໄດ້ຮັບການສຶກສາອົບຮົມກ່າວເຕືອນຈະປະຕິບັດ ແລະ ຍົກສູງນໍ້າໃຈ ສະຕິຕໍ່ຊາດ ຄວາມຮັບຜິດຊອບ ຕໍ່ໜ້າທີ່ຂອງພົນລະເມືອງລາວ ຕາມລັດຖະທຳມະນູນ ແມ່ນຍິນດີໃຫ້ຄວາມຮ່ວມມືລາຍງານຕໍ່ເຈົ້າໜ້າທີ່ຕຳຫຼວດຊາບ ຖ້າຫາກພົບເຫັນບຸກຄົນ ແລະ ນິຕິບຸກຄົນ ຫາກມີການເຄື່ອນໄຫວລະເມີດລະບຽບກົດໝາຍ ເພື່ອໃຫ້ເຈົ້າທີ່ແກ້ໄຂ ບັນດາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ທ່ວງທັນຕໍ່ເຫດການ ແລະ ສະຖານະການດັ່ງກ່າວ.

ນອກນັ້ນ, ຜ່ານການສຶກສາອົບຮົມເຫັນວ່າ ນາງ ສຸລິນ ລຽນສະຫວັດ ແມ່ນໄດ້ຮັບຮູ້ຕໍ່ການສຶກສາອົບຮົມກ່າວເຕືອນຂອງເຈົ້າໜ້າທີ່ກົມຕຳຫຼວດເສດຖະກິດແລະ ເຫັນດີຈະປະຕິບັດຕາມບົດບັນທຶກສະບັບນີ້ຢ່າງເຂັ້ມງວດ.

ແຫຼ່ງຂ່າວຈາກ ຄວາມສະຫງົບ Lao Security News

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...