spot_img
Homeຂ່າວທ້ອງຖິ່ນນາຍົກສັ່ງ ສວນກ້ວຍໃນລາວຕ້ອງປອດສານພິດ

ນາຍົກສັ່ງ ສວນກ້ວຍໃນລາວຕ້ອງປອດສານພິດ

Published on

ທ່ານນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມເປັນຫ່ວງກ່ຽວກັບກໍລະນີສານເຄມີຕົກຄ້າງຈາກການປູກພືດກະສິກຳບາງຊະນິດໃນລາວທີ່ຈະສົ່ງຜົນກະທົບຫຼາຍດ້ານ ໂດຍສະເພາະການປູກກ້ວຍ ຊຶ່ງຖ້າຫາກພົບເຫັນຜູ້ປະກອບການທີ່ນຳໃຊ້ສານເຄມີແມ່ນໃຫ້ຈັບ (ຈັບມາດຳເນີນຄະດີ) ໄດ້ທັນທີ.

ຕໍ່ກັບບັນຫາດັ່ງກ່າວທ່ານນາຍົກໄດ້ກ່າວວ່າ ສານເຄມີທີ່ສັ່ງຫ້າມຫາກມີການພົບເຫັນການນຳເຂົ້າແບບຜິດກົດໝາຍແມ່ນໃຫ້ດຳ ເນີນຄະດີໄດ້ທັນທີ ເພາະຈະສົ່ງຜົນກະທົບໂດຍກົງຕໍ່ສິ່ງແວດລ້ອມ ໂດຍກົດໝາຍໄດ້ກຳນົດໄວ້ຈະແຈ້ງເຖິງປະເພດສານເຄມີທີ່ສາມາດນຳເຂົ້າ ແລະ ຫ້າມນຳເຂົ້າ ພ້ອມນີ້ ກໍໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ອີງຕາມຂໍ້ມູນຈາກກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ ປັດຈຸບັນສວນກ້ວຍຫອມໃນລາວມີເນື້ອທີ່ທັງໝົດປະມານ 15.000 ເຮັກ ຕາ ໃນນັ້ນ ສ່ວນໃຫຍ່ເປັນຂອງນັກລົງທຶນຈາກ ສປ ຈີນ ຊຶ່ງໃນຊຸມປີຜ່ານມາລັດຖະບານກໍໄດ້ມີການກວດພົບບາງບໍລິສັດປູກກ້ວຍທີ່ໄດ້ນຳໃຊ້ຢາປາບສັດຕູພືດ (ຢາຕ້ອງຫ້າມ) ເຂົ້າໃນການຜະລິດ.

ຢ່າງໃດກໍດີ ລະຫວ່າງລາຍຮັບທີ່ໄດ້ຈາກການສົ່ງອອກຊຶ່ງເປັນເມັດເງິນຈຳນວນມະຫາສານ ແລະ ຜົນກະທົບຂອງເຄມີທີ່ຕົກຄ້າງຊຶ່ງອາດຈະກາຍເປັນໄພຄຸກຄາມຕໍ່ສຸຂະພາບ ແລະ ຊີວິດຂອງປະຊາຊົນລາວໃນໄລຍະຍາວ ນີ້ຖືເປັນບັ້ງໂຈດສຳຄັນທີ່ລັດຖະບານຕ້ອງເອົາໃຈໃສ່ ປັບປຸງ ແລະ ຫາວິທີແກ້ໄຂຮ່ວມກັນຢ່າງຮີບດ່ວນ.

 

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...