ນາຍົກລັດຖະມົນຕີຝຣັ່ງ ປະກາດລາອອກ ຫຼັງຖືກລັດຖະມົນຕີເສດຖະກິດກ່າວໂຈມຕີ

 

ນາຍົກລັດຖະມົນຕີຝຣັ່ງ ປະກາດລາອອກ ຫຼັງຈາກຖືກກ່າວໂຈມຕີເຖິງການເຮັດວຽກ ຈາກລັດຖະມົນຕີເສດຖະກິດ.

 

ສະພາຂອງຝຣັ່ງ ກຳລັງຖືກສັ່ນຄອນ ຈາກການປະກາດລາອອກຂອງ ທ່ານ ມານູເອວ ວາສ໌ ນາຍົກລັດຖະມົນຕີຂອງ

ຝຣັ່ງ ຫຼັງຈາກທີ່ເຂົາໄດ້ຖືກກ່າວໂຈມຕີໂດຍ ທ່ານ ອາໂນ ມອນເຕເບີກ ລັດຖະມົນຕີດ້ານເສດຖະກິດຂອງຝຣັ່ງ ທີ່ໄດ້

ວິຈານການບໍລິຫານງານຂອງນາຍົກລັດຖະມົນຕີຄົນດັ່ງກ່າວ ເຮັດໃຫ້ເຂົາໄດ້ປະກາດລາອອກ ພາຍຫຼັງທີ່ສຳເລັດກອງ

ປະຊຸມ ແລະ ໄດ້ຖາມກັບໄປຍັງ ທ່ານ ມອນເຕເບີກ ເຖິງການຕັ້ງນາຍົກລັດຖະມົນຕີຄົນໃໝ່ວ່າ ແມ່ນໃຜຈະມີຄວາມ

ເໝາະສົມທີ່ຈະຂຶ້ນມາປະຕິບັດໜ້າທີ່ ເພື່ອໃຫ້ສອດຄ່ອງກັບລັດຖະບານຂອງ ປະທານາທິບໍດີ ຟຣອງຊົວ ອໍລິອົງ. ທັງ

ນີ້ ຍັງໄດ້ລະບຸອີກວ່າ ທ່ານ ມອນເຕເບີກ ໄດ້ລ້ຳເສັ້ນເຫຼືອງ ຫຼັງຈາກໄດ້ກ່າວໂຈມຕີມາດຕະການຄຸມເຂັ້ມເສດຖະກິດ

ວ່າເປັນການທຳລາຍການເຕີບໂຕຂອງປະເທດຝຣັ່ງ.

 

ຢ່າງໃດກໍຕາມ ການປະກາດລາອອກດັ່ງກ່າວ ແມ່ນຍັງບໍ່ໄດ້ຮັບການອະນຸມັດຈາກ ປະທານາທິບໍດີຂອງຝຣັ່ງເທື່ອ.