spot_img
Homeຂ່າວຕ່າງປະເທດນາຍົກລັດຖະມົນຕີຝຣັ່ງຕິດເຊື້ອໂຄວິດ-19

ນາຍົກລັດຖະມົນຕີຝຣັ່ງຕິດເຊື້ອໂຄວິດ-19

Published on

ໃນວັນທີ 23 ພະຈິກ 2021 ສໍານັກຂ່າວຕ່າງປະເທດ ໄດ້ລາຍງານວ່າ ສໍານັກງານນາຍົກລັດຖະມົນຕີໄດ້ມີການເຜີຍແຜ່ການຖະແຫຼງການໃນກໍລະນີທ່ານJean Castex ນາຍົກລັດຖະມົນຕີຂອງປະເທດຝຣັ່ງ ຕິດເຊື້ອໂຄວິດ-19 ເຊິ່ງໄດ້ຮັບການສັກວັກຊີນຄົບສອງເຂັມແລ້ວ ແລະ ຕອນນີ້ກໍາລັງກັກໂຕເພື່ອປິ່ນປົວຕາມອາການ ເຖິງຢ່າງໃດກໍຕາມທ່ານ Jean Castex ມີອາຍຸໄດ້ 56 ປີ ແລະ ກໍຍັງຄົງປະຕິບັດວຽກງານທີ່ຈໍາເປັນໄດ້ໃນຊ່ວງໄລຍະເວລາກັກໂຕ 10 ມື້.

ແລະ ຂະນະນີ້ທາງກະຊວງສາທາລະນະສຸກຂອງປະເທດຝຣັ່ງມີຄໍາແນະນໍາໃຫ້ຜູ້ທີ່ມີອາຍຸ 40 ປີ ເຂົ້າຮັບການສັກວັກຊີນເຂັມກະຕຸ້ນ ຫຼື ເຂັມ 3 ເພາະກ່ອນໜ້ານັ້ນອະນຸຍາດໃຫ້ສະເພາະຄົນທີ່ມີອາຍຸ 65 ປີຂຶ້ນໄປ.

ບົດຄວາມຫຼ້າສຸດ

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...