spot_img
Homeຂ່າວພາຍ​ໃນນາຍົກຊີ້ ຈະເດັດຂາດຕໍ່ຜູ້ລະເມີດວິໄນການເງິນ ພ້ອມຈະໃຊ້ສື່ມວນຊົນ ຊ່ວຍຕິດຕາມຄວາມບໍ່ໂປ່ງໃສ!

ນາຍົກຊີ້ ຈະເດັດຂາດຕໍ່ຜູ້ລະເມີດວິໄນການເງິນ ພ້ອມຈະໃຊ້ສື່ມວນຊົນ ຊ່ວຍຕິດຕາມຄວາມບໍ່ໂປ່ງໃສ!

Published on

ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ໄດ້ຢືນຢັນຕໍ່ສະພາແຫ່ງຊາດ ເມື່ອບໍ່ດົນມານີ້ວ່າ: ລັດຖະບານຈະສືບຕໍ່ຈັດຕັ້ງປະຕິບັດ ມາດຕະການຕ່າງໆ ຕໍ່ຜູ້ລະເມີດວິໄນແຜນການ-ການເງິນຢ່າງເດັດຂາດ, ພ້ອມຈະນໍາໃຊ້ສື່ມວນຊົນຊ່ວຍອີກແຮງໜຶ່ງ ເພື່ອຕິດຕາມກວດກາ ການເຄື່ອນໄຫວວຽກງານ ຂອງບັນດາຂະແໜງການຕ່າງໆ ແລະ ຄວາມບໍ່ໂປ່ງໃສຂອງສະມາຊິກພັກ-ພະນັກງານ.

ທ່ານນາຍົກລັດຖະມົນຕີ ກ່າວວ່າ: ການລະເມີດວິໄນແຜນການ-ການເງິນ ແມ່ນບັນຫາເຄັ່ງຮ້ອນໃນປັດຈຸບັນ ອັນໄດ້ສົ່ງຜົນກະທົບບໍ່ດີຫລາຍດ້ານຕໍ່ເສດຖະກິດ ແລະ ການພັດທະນາປະເທດ, ຖ້າບໍ່ຮີບຮ້ອນແກ້ໄຂໂດຍໄວ ແມ່ນຈະເປັນໄພອັນຕະລາຍຮ້າຍແຮງຄື: ໃນໄລຍະ 6 ເດືອນຜ່ານມາ, ລັດຖະບານກໍໄດ້ເອົາໃຈໃສ່ຕໍ່ບັນຫາດັ່ງກ່າວ ແລະ ໄດ້ອອກຄຳສັ່ງວ່າດ້ວຍການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມເປີດກວ້າງ ວຽກງານກວດສອບປະຈຳປີ 2015 ເພື່ອເນັ້ນໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນຈັດຕັ້ງປະຕິບັດ, ພ້ອມທັງໄດ້ມອບໃຫ້ອົງການກວດກາລັດຖະບານ ສົມທົບກັບອົງການທີ່ຄຸ້ມຄອງເປົ້າໝາຍຖືກກວດສອບ ແກ້ໄຂຂໍ້ຄົງຄ້າງບົນພື້ນຖານລະບຽບກົດໝາຍໃຫ້ເຂັ້ມງວດ ແລະ ຈະສືບຕໍ່ເພີ່ມທະວີ ຄວາມເດັດຂາດໃນການຈັດຕັ້ງປະຕິບັດ ລະບຽບກົດໝາຍ ແລະ ວິໄນແຜນການ-ການເງິນ ໂດຍຈະເລັ່ງໃສ່ບາງມາດຕະການຄື: ພາຍຫລັງກອງປະຊຸມສະພາແຫ່ງຊາດເທື່ອນີ້ ໄດ້ມີມະຕິຮັບຮອງເອົາຜົນການກວດສອບ ຂອງອົງການກວດສອບແຫ່ງລັດແລ້ວ, ລັດຖະບານຈະຮີບຮ້ອນຊີ້ນຳໃຫ້ຂະແໜງການ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດຜົນການກວດສອບຢ່າງເຂັ້ມງວດ ແລະ ສ້າງກົນໄກເພື່ອຕິດຕາມ-ກວດກາ ການຈັດຕັ້ງປະຕິບັດໃຫ້ລະອຽດ, ແທດເຖິງຕົວຈິງ ແລະ ສາມາດປະຕິບັດໄດ້, ໂດຍຈະມອບໃຫ້ຂະແໜງການກ່ຽວຂ້ອງ ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກຳຈຳນວນໜຶ່ງທີ່ເຫັນວ່າບໍ່ສອດຄ່ອງກັບສະພາບການໃໝ່ ເປັນຕົ້ນ: ນິຕິກຳກ່ຽວກັບການຄຸ້ມຄອງລາຍຮັບວິຊາການ, ການນຳໃຊ້ເງິນເກີນແຜນ, ການກຳນົດລະດັບເງິນແຮ ແລະ ເງິນສົດຄ້າງຄັງ ເພື່ອໃຫ້ຫົວໜ່ວຍງົບປະມານ ສາມາດນຳໃຊ້ເຂົ້າໃນວຽກງານທີ່ຈຳເປັນ ແລະ ຮີບດ່ວນໃຫ້ຄ່ອງຕົວ, ຈະສຸມໃສ່ການຈັດຕັ້ງປະຕິບັດ ການກວດກາໂຄງການລົງທຶນຂອງລັດແຕ່ຫົວທີ ແລະ ເປັນລະບົບປົກກະຕິ ຕາມດຳລັດທີ່ໄດ້ປະກາດໃຊ້ແລ້ວ, ນຳໃຊ້ລະບົບເຕັກໂນໂລຊີ ເພື່ອເກັບກຳຂໍ້ມູນຂ່າວສານທັນສະໄໝ (ໄອທີ) ເຂົ້າໃນການຈັດເກັບລາຍຮັບ ແລະ ການຊຳລະສະສາງ ຜ່ານລະບົບທະນາຄານໃຫ້ຫລາຍຂຶ້ນ ເພື່ອຈຳກັດຊ່ອງຫວ່າງ, ສ້າງຄວາມໂປ່ງໃສ ແລະ ສາມາດກວດສອບໄດ້ໃນຂະບວນການຄຸ້ມຄອງການເກັບລາຍຮັບ ແລະ ການຊຳລະສະສາງງົບປະມານ, ຈະຊຸກຍູ້ໃຫ້ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງທາງສັງຄົມ, ສື່ມວນຊົນ ແລະ ທຸກຊັ້ນຄົນໃນສັງຄົມ ມີສ່ວນຮ່ວມໃນການຕິດຕາມ-ກວດກາປາກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນຖັນແຖວພະນັກງານລັດຖະກອນ ເພື່ອຫລຸດຜ່ອນ ແລະ ກ້າວໄປເຖິງການແກ້ໄຂປາກົດການຫຍໍ້ທໍ້ຕ່າງໆຢ່າງຂາດຕົວ, ຈະສຳຫລວດກວດກາ ຄວາມຮັບຜິດຊອບທາງດ້ານການເມືອງ ຂອງຜູ້ສັ່ງການຂອງຫົວໜ່ວຍງົບປະມານ ທີ່ລະເມີດລະບຽບການເງິນ-ງົບປະມານແຫ່ງລັດ, ຊຸກຍູ້ໃຫ້ການຈັດຕັ້ງພັກຮາກຖານ, ສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນແຂວງຍົກສູງຄວາມຮັບຜິດຊອບໃນການຕິດຕາມ-ກວດກາໃຫ້ຂໍ້ມູນ ແລະ ສະຫລຸບລາຍງານການກະທຳຜິດຕໍ່ວິໄນແຜນການ-ການເງິນ ເພື່ອໃຫ້ການຕັກເຕືອນ, ຕຳນິສົ່ງຂ່າວຢ່າງສ້າງສັນ, ຈະປະຕິບັດລະບຽບວິໄນຢ່າງເຂັ້ມງວດ, ລົງໂທດຕໍ່ຜູ້ລະເມີດລະບຽບກົດໝາຍ ແລະ ເອົາໃຈໃສ່ຕໍ່ວຽກງານນະໂຍບາຍ, ຊຸກຍູ້ສົ່ງເສີມ, ຍ້ອງຍໍ ແລະ ສັນລະເສີນຕໍ່ບຸກຄົນ ແລະ ການຈັດຕັ້ງທີ່ມີຜົນງານໃນການປະຕິບັດລະບຽບການເງິນ-ງົບປະ ມານຢ່າງເຂັ້ມງວດ ແລະ ມີປະສິດທິຜົນ.

 

ແຫລ່ງຂ່າວ:

 ລພນ

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...