spot_img
Homeວິທະຍາສາດ-ວິທະຍາການນັກວິໄຈເຜີຍ "ນົມແມງສາບ" ມີສານອາຫານສູງກວ່ານົມງົວ 4 ເທົ່າ ແນະນຳເປັນອາຫານແຫ່ງອານາຄົດ

ນັກວິໄຈເຜີຍ “ນົມແມງສາບ” ມີສານອາຫານສູງກວ່ານົມງົວ 4 ເທົ່າ ແນະນຳເປັນອາຫານແຫ່ງອານາຄົດ

Published on

ຜົນການວິໄຈໂດຍທີມວິໄຈຈາກນານາຊາດ ຕີພິມເຜີຍແຜ່ໃນວາລະສານອິນເຕີເນຊັ່ນແນລຢູນຽນອັອຢຄຣີສຕໍໂລກຣາຟີ ເມື່ອມໍ່ໆມານີ້ ໄດ້ຄົ້ນພົບໂປຣຕິນທີ່ຄ້າຍນົມ ໃນທ້ອງແມງສາບຊະນິດໜຶ່ງ ທີ່ນັກວິທະຍາສາດເຊື່ອວ່າຈະສາມາດພັດທະນາມາເປັນອາຫານສຳລັບອານາຄົດໄດ້

nom1

ໂປຣຕິນຄ້າຍນົມດັ່ງກ່າວນັກວິທະຍາສາດລະບຸວ່າຜະລິດຂຶ້ນໂດຍແມງສາບເຕົ່າທອງປາຊີຟິກ ຫຼື ຊື່ວິທະຍາສາດວ່າ Diploptera punctata ແມງສາບຊະນິດດຽວທີ່ອອກລູກເປັນໂຕ ໂດຍແມງສາບຊະນິດນີ້ຈະໃຊ້ຜະລິດໂປຣຕິນດັ່ງກ່າວພົບວ່າ ໂປຣຕິນຊະນິດນີ້ເປັນອາຫານຢ່າງສົມບູນ ເພາະມີ ໂປຣຕິນ ໄຂມັນ ແລະ ນ້ຳຕານ ພ້ອມດ້ວຍກົດອະມິໂນທີ່ຈຳເປັນສຳລັບຮ່າງກາຍ ໂດຍລວມແລ້ວມີສານອາຫານຫຼາຍກວ່ານົມງົວເຖິງ 4 ເທົ່າ

ທັງນີ້ ນັກວິທະຍາສາດຍັງພົບອີກວ່າ ໂປຣຕິນດັ່ງກ່າວຍັງສາມາດປ່ອຍສານອາຫານໄດ້ຢ່າງຊ້າໆ ໃນເວລາທີ່ຖືກຍ່ອຍ ໂດຍສາມາດນຳມາພັດທະນາໃນຫ້ອງທົດລອງເພືອໃຊ້ເປັນອາຫານແຫ່ງອານາຄົດສຳລັບປ້ອນໃຫ້ກັບສັງຄົມໂລກທີ່ມີປະຊາກອນເພີ່ມຫຼາຍຂຶ້ນເລື່ອຍໆໄດ້

 

ທີ່ມາ:​https://www.yaklai.com/news/global-news/cockroach-2/

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...