spot_img
Homeຂ່າວພາຍ​ໃນນັກວິໄຈເຕືອນການອອກກຳລັງກາຍໃນທີ່ສາທາລະນະແຜ່ເຊື້ອໂຄວິດ-19ໄດ້ໄກຮອດ 20 ແມັດ

ນັກວິໄຈເຕືອນການອອກກຳລັງກາຍໃນທີ່ສາທາລະນະແຜ່ເຊື້ອໂຄວິດ-19ໄດ້ໄກຮອດ 20 ແມັດ

Published on

ງານວິໄຈຈາກມະຫາວິທະຍາໄລຂອງເບລຢຽມ ແລະ ດັດຊ໌ ກ່ຽວກັບຫົວຂໍ້ການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ໃນເວລາອອກກຳລັງກາຍບໍ່ວ່າຈະເປັນ ການຍ່າງ, ການແລ່ນ, ການຂີ່ລົດຖີບ ແມ່ນສາມາດແຜ່ເຊື້ອໄດ້ໄກກວ່າປົກກະຕິ.

ໂດຍງານວິໄຈໄດ້ລະບຸວ່າ ຈາກເມື່ອກ່ອນທີ່ເຮົາສາມາດແຜ່ເຊື້ອໂຄວິດ-19 ຈາກການໄອ-ຈາມ ໄດ້ພຽງປະມານ 2 ແມັດ ແຕ່ຜົນການວິໄຈນີ້ຊີ້ໃຫ້ເຫັນວ່າ: ຫາກທ່ານອອກກຳລັງກາຍສາມາດແຜ່ເຊື້ອໄດ້ໄກ 4-5 ແມັດ, ຖ້າອອກກຳລັງກາຍດ້ວຍການແລ່ນ ຫຼື ຖີບລົດແບບຊ້າໆ ສາມາດແຜ່ເຊື້ອໄດ້ໄກ 10 ແມັດ, ຖ້າຂີ່ລົດຖີບແບບປັ່ນໄວໆສາມາດແຜ່ເຊື້ອໄດ້ໄກຮອດ 20 ແມັດ.

ຜົນການວິໄຈນີ້ເຮັດໃຫ້ບາງປະເທດອອກມາດຕະການກ່ຽວກັບການອອກກຳລັງກາຍນອກບ້ານແລ້ວເຊັ່ນ: ປະເທດຝຣັ່ງ ອອກມາດຕະການຫ້າມອອກກຳລັງກາຍໃນທີ່ສາທາລະນະແລ້ວ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...