spot_img
Homeຂ່າວພາຍ​ໃນນັກວິໄຈພົບວ່າ ຫຼີ້ນກິລາດອກປີກໄກ່ເລື້ອຍໆ ເຮັດໃຫ້ສະຫຼາດຂື້ນ!

ນັກວິໄຈພົບວ່າ ຫຼີ້ນກິລາດອກປີກໄກ່ເລື້ອຍໆ ເຮັດໃຫ້ສະຫຼາດຂື້ນ!

Published on

ນັກວິໄຈຄົນຍີປຸ່ນພົບວ່າ ກິລາດອກປີກໄກ່ ຊ່ວຍກະຕຸ້ນສະໝອງໄດ້ຫຼາຍກ່ວາກິລາປະເພດອື່ນ ສ່ວນຜູ້ສູງອາຍຸນັ້ນໃຫ້ຫຼີ້ນກິລາປີງປ່ອງແທນ.

ຮູ້ບໍ່ວ່າກິລານອກຈາກດີຕໍ່ສຸຂະພາບແລ້ວ ກິລາບາງຊະນິດຍັງດີຕໍ່ສະໝອງຂອງຄົນເຮົາອີກດ້ວຍ ໂດຍສະເພາະ ກິລາດອກປີກໄກ່ ຜົນການວິໄຈຈາກມະຫາວິທະຍາໄລ Tohoku Gakuin ປະເທດຍີປຸ່ນ ໂດຍການຈັດກຸ່ມຕົວຢ່າງທັງໝົດ 20 ຄົນ ໃຫ້ອອກກຳລັງກາຍໃນຮູບແບບຕ່າງໆ ແລ້ວໃຫ້ລອງເຮັດແບບທົດສອບສະໝອງປຽບທຽບກັນລະຫ່ວາງກ່ອນ ແລະ ຫຼັງການເຮັດກິດຈະກຳພົບວ່າ: ສະໝອງຄົນເຮົາຈະໄດ້ຮັບການກະຕຸ້ນຫຼາຍທີ່ສຸດເມື່ອຫຼີ້ນກິລາດອກປີກໄກ່ ສາມາດເວົ້າໄດ້ວ່າປະສິດທິພາບສູງຂື້ນຢ່າງເຫັນໄດ້ຊັດ.

ຜູ້ຊ່ຽວຊານອະທິບາຍວ່າ: ຍ້ອນກິລາດອກປີກໄກ່ ບໍ່ແມ່ນກິລາທີ່ອາໄສແຕ່ຄວາມແຂງແຮງ ແລະຄວາມໄວເທົ່ານັ້ນ ແຕ່ຍັງຕ້ອງໄດ້ອາໄສການຕັດສິນ ແລະ ການຄວາມຄຸມສາຍຕາກັບມື້ໃຫ້ປະສານກັນ ດັ່ງນັນ ຈຶ່ງສົ່ງຜົນດີຕໍ່ສະໝອງ ແລະຍັງສາມາດຫຼຸດຜ່ອນຄວາມສ່ຽງຕໍ່ພາວະສະໝອງເສື່ອມໄດ້ອີກ ສ່ວນສຳລັບຜູ້ເຖົ້າທີ່ມີອາຍຸຫຼາຍແລ້ວ ຜູ້ຊ່ຽວຊານແນະນຳໃຫ້ຫຼີ້ນກິລາປີງປ່ອງແທນ ເພາະເປັນກິລາທີ່ໃຊ້ທັກສະຄືກກັນກັບກິລາດອກປີກໄກ່ ແລະຍັງເມື່ອຍໜ່ອຍກ່ວາອີກ.

ຮຽບຮຽງໂດຍ :ມົນລະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...