ນັກວິໄຈພົບຜູ້ປ່ວຍຕິດເຊື້ອໂຄວິດ-19 ບາງຄົນມີໄວຣັດປົນເປື້ອນໃນນໍ້າອະສຸຈິ

ເວັບໄຊຂ່າວ BBC ໄທ ລາຍງານວ່າ ທີມນັກວິໄຈຊາວຈີນໄດ້ເຮັດການກວດສອບສະເປີມ ຫຼື ອະສຸຈິຂອງຜູ້ປ່ວຍໂຄວິດ-19 ເພດຊາຍ ແລ້ວພົບວ່ານໍ້າອະສຸຈິຂອງຜູ້ປ່ວຍບາງຄົນໃນກຸ່ມນີ້ມີສານພັນທຸກຳ RNA ຂອງໄວຣັດໂຄໂຣນາສາຍພັນໃໝ່ປະປົນຢູ່ ເຊິ່ງສະແດງໃຫ້ເຫັນວ່າ ເຊື້ອໄວຣັດດັ່ງກ່າວສາມາດເຂົ້າສູ່ອະໄວຍະວະສືບພັນຢ່າງອັນທະໄດ້ ເຮັດໃຫ້ມີຄວາມສ່ຽງທີໂຣກໂຄວິດ-19 ອາດຈະຕິດຕໍ່ກັນທາງເພດສຳພັນໄດ້.

ອີງຕາມການລາຍງານຜົນການຄົ້ນຄວ້າດັ່ງກ່າວໃນວາລະສານ JAMA Network Open ຂອງສະມາຄົມການແພດອາເມລິກາ ໂດຍທີມນັກວິໄຈຈາກໂຮງໝໍປະຈຳເຂດເທດສະບານຊາງຊິວໃນມົນທົນ ເຫີໜານ ຂອງຈີນພົບວ່າ ຜູ້ປ່ວຍຊາຍຈຳນວນ 6 ຄົນ ຈາກຈຳນວນທັງໝົດ 38 ຄົນ ທີ່ເຂົ້າຮັກສາຕົວໃນໂຮງໝໍ ມີຜົນກວດຫາເຊື້ອໄວຣັດ (SARS-CoV-2) ໃນນໍ້າອະສຸຈິເປັນບວກ.

ເຖິງແມ່ນວ່າຈະເປັນການກວດພົບເຊື້ອໃນນໍ້າອະສຸຈິພຽງແຕ່ 6 ຄົນ ແຕ່ທີມນັກວິໄຈກ່າວວ່ານີ້ເປັນເລື່ອງທີ່ຄວນໃຫ້ຄວາມສົນໃຈຕິດຕາມສຶກສາເພີ່ມເຕີມຕໍ່ໄປ ເພື່ອໃຫ້ໄດ້ຄຳຕອບທີ່ຊັດເຈນວ່າໄວຣັດໂຄວິດ-19 ນີ້ ສາມາດຕິດຕໍ່ທາງເພດສຳພັນໄດ້ແທ້ ຫຼື ບໍ່ ແລະ ຈະມີຜົນໄລຍະຍາວຕໍ່ການຈະເລີນພັນຂອງຜູ້ຊາຍຄືແນວໃດ ເນື່ອງຈາກໄດ້ມີການກວດພົບເຊື້ອໄວຣັດນີ້ໃນອະສຸຈິຂອງຜູ້ປ່ວຍຕິດເຊື້ອທີ່ຍັງຢູ່ໃນໄລຍະຟື້ນຕົວ.

 

ຮຽບຮຽງຂ່າວ: ພຸດສະດີ