spot_img
Home​ຂ່າວທ່ອງທ່ຽວນັກທ່ອງທ່ຽວແຫ່ຊົມຜາກະຕ່າຍ ເທິງຜາສູງທີ່ແຂວງຄຳມ່ວນ

ນັກທ່ອງທ່ຽວແຫ່ຊົມຜາກະຕ່າຍ ເທິງຜາສູງທີ່ແຂວງຄຳມ່ວນ

Published on

ນັກທ່ອງທ່ຽວທ່ານໜຶ່ງທີ່ເຄີຍໄປທ່ຽວ ຜາກະຕ່າຍ ໄດ້ເລົ່າຄວາມປະທັບໃຈຂອງຕົນ ຕໍ່ການໄປທ່ຽວຊົມຜາກະຕ່າຍວ່າ: ຖ້າຈະໄປທ່ຽວທຳມະຊາດ ຂ້ອຍຂໍແນະນຳໃຫ້ເຈົ້າໄດ້ໄປທ່ຽວຊົມຜາກະຕ່າຍຈັກເທື່ອໜຶ່ງ ຮັບຮອງວ່າເຈົ້າຈະຈົດຈຳໄປຈົນຕາຍ.

ຜາກະຕ່າຍຈຸດຊົມວິວ 360 ອົງສາ ຕັ້ງຢູ່ເມືອງຍົມມະລາດ ແຂວງຄຳມ່ວນ(ເສັ້ນທາງໄປເຂື່ນນ້ຳເທີນ2) ເຊີ່ງຕິດກັບທາງເລກທີ 12 ມີຄວາມສູງຈາກລະດັບນ້ຳທະເລ 260m ແລະເສັ້ນທາງຢ່າງຂຶ້ນໄປຮອດຈຸດຊົມວິວຍາວ 750m ເປັນຈຸດຊົມວິວທິວທັດເທິງຈອມຜາທີ່ສູງທີ່ສຸດ ແລະສວຍງາມທີ່ສຸດແຫ່ງໜຶ່ງຂອງປະເທດລາວ.

ການໄຕ່ຂັ້ນໄດເທິງຈອມຜາ ນັກທ່ອງທ່ຽວຈະຮູ້ສຶກວ່າຕົນເອງກຳລັງບິນເຫາະເຫີນຢູ່ເທິງຈອມຜາ ເຊິ່ງສາມາດເບິ່ງເຫັນທັງວິວຫາງເຂື່ອນໄຟຟ້ານໍ້າເທີນສອງທີ່ສວຍງາມ, ທຳມະຊາດ, ຈອມຜາທີ່ເປັນຊໍ່ແຊງສະຫຼັບຊັບຊ້ອນ, ຕົ້ນໄມ້ທີ່ຂຽວງາມ ແລະທົ່ງກວ້າງ ທີ່ຈະເຮັດໃຫ້ນັກທ່ອງທ່ຽວໄດ້ປ່ອຍສາຍຕາໄປໄກ ເພີດເພີນກັບຈິນຕະນາການອັນຫາທີ່ປຽບໄດ້ຍາກ.

ໃນຂະນະດຽວກັນ, ນັກທ່ອງທ່ຽວຫຼາຍທ່ານໄດ້ໃຫ້ທັດສະນະວ່າ ນອກຈາກຄວາມສວຍສົດງົດງາມແລະສຽວສະບັ້ນຈົນຢາກເຕືອນຜູ້ເປັນໂລກຫົວໃຈບໍ່ຄວນຂຶ້ນໄປຊົມ ກໍຢາກໃຫ້ພາກສ່ວນສຳປະທານຫຼືພາກລັດທີ່ກ່ຽວຂ້ອງ ເບິ່ງຄືນເລື່ອງຄວາມປອດໄພ ທັງຄວາມແຂງແຮງຂອງເສັ້ນທາງໄຕ່ເທິງຈອມຜາ ແລະຢາກໃຫ້ມີຕານ່າງກັນຕົກໄວ້ນໍຳ ເພື່ອວ່າຖ້ານັກທ່ອງທ່ຽວຫາກເຕະສະດຸດລົ້ມ ຫຼືເປັນລົມຍ້ອນຄວາມສູງແລ້ວ ກໍຂໍໃຫ້ມີບ່ອນຄ້າງ.

ຈຸດຊົມວິວຜາກະຕ່າຍ ແຂວງຄຳມ່ວນ ຮູບ: ຄຳມ່ວນຊວນຊົມ
ຈຸດຊົມວິວຜາກະຕ່າຍ ແຂວງຄຳມ່ວນ ຮູບ: ຄຳມ່ວນຊວນຊົມ
ຈຸດຊົມວິວຜາກະຕ່າຍ ແຂວງຄຳມ່ວນ ຮູບ: ຄຳມ່ວນຊວນຊົມ
ຈຸດຊົມວິວຜາກະຕ່າຍ ແຂວງຄຳມ່ວນ ຮູບ: ຄຳມ່ວນຊວນຊົມ
ຈຸດຊົມວິວຜາກະຕ່າຍ ແຂວງຄຳມ່ວນ ຮູບ: ຄຳມ່ວນຊວນຊົມ
ຈຸດຊົມວິວຜາກະຕ່າຍ ແຂວງຄຳມ່ວນ ຮູບ: ຄຳມ່ວນຊວນຊົມ
ຈຸດຊົມວິວຜາກະຕ່າຍ ແຂວງຄຳມ່ວນ ຮູບ: ຄຳມ່ວນຊວນຊົມ
ຈຸດຊົມວິວຜາກະຕ່າຍ ແຂວງຄຳມ່ວນ ຮູບ: ຄຳມ່ວນຊວນຊົມ
ຈຸດຊົມວິວຜາກະຕ່າຍ ແຂວງຄຳມ່ວນ ຮູບ: ຄຳມ່ວນຊວນຊົມ

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...