ນັກທຸລະກິດຈີນສຶກສາຄວາມເປັນໄປໄດ້ 3 ໂຄງການຢູ່ແຂວງໄຊສົມບູນ

ໜັງສືພິມວຽງຈັນໃໝ່ ລາຍງານໃຫ້ຮູ້ວ່າ ໃນວັນທີ 23 ມິຖຸນາ 2020 ທີ່ແຂວງໄຊສົມບູນ ໄດ້ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສຶກສາສໍາຫຼວດຂໍ້ມູນທາງດ້ານນໍ້າມັນ ແລະ ອາຍແກັດທຳມະຊາດ ໂຄງການສຶກສາສຳຫຼວດຄວາມເປັນໄປໄດ້ໃນການລົງທຶນສົ່ງເສີມປູກພືດອິນຊີຂອບເຂດ 5 ເມືອງຂອງແຂວງໄຊສົມບູນ ແລະ ໂຄງການສຶກສາສຳຫຼວດຄວາມເປັນໄປໄດ້ໃນການລົງທຶນສົ່ງເສີມການປູກ, ການອະນຸຮັກ  ແລະ  ປຸງແຕ່ງໃບຊາປ່າ (ຊາໝ້ຽງ) ຢູ່ບ້ານ ໜອງພູນໄຊ ເມືອງ ລ້ອງແຈ້ງ ແຂວງ ໄຊສົມບູນ ຮ່ວມລົງນາມ ຕາງໜ້າອົງການປົກຄອງແຂວງໂດຍທ່ານ ຈັນທະໜອມ ວົງສົມຈິດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງໄຊສົມບູນ ແລະ ຕາງໜ້າບໍລິສັດໂດຍ ທ່ານ ຍິງ ຈີນຊຽງ ປະທານບໍລິສັດ ເຮັດບີການຄ້າ ຂາອອກ-ຂາເຂົ້າ ຈຳກັດ ມີທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ, ທ່ານ ຈັນທະບູນ ລັດຕະນະວົງ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຫົວໜ້າຄະນະຊ່ວຍວຽກພັດທະນາເຂດຈຸດສຸມໃຈກາງ ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ບັນດາການນຳແຂວງ ພະນັກງານທີ່ກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

ແຂວງ ໄຊສົມບູນ ມີທ່າແຮງທາງດ້ານທຳມະຊາດ ຊັບພະຍາກອນອັນອຸດົມສົມບູນ ອາກາດເໝາະສົມສຳລັບການດຳເນີນກິດຈະການປູກຝັງ-ລ້ຽງສັດ ແລະ ການທ່ອງທ່ຽວ ໂຄງການທີ່ກຸ່ມບໍລິສັດໄດ້ລົງທຶນພັດທະນາມີ 3 ກິດຈະການໃຫຍ່ຄື: ໂຄງການສຳຫຼວດ ຊອກຄົ້ນນໍ້າມັນ ແລະ ອາຍແກັດທຳມະຊາດໃນຂອບເຂດພື້ນທີ່ແຂວງໄຊສົມບູນ ໂຄງການສົ່ງເສີມການປູກອະນຸຮັກ ແລະ ປຸງແຕ່ງພັດທະນາຜະລິດຕະພັນຊາປ່າ (ໃບໝ້ຽງ) ຢູ່ບ້ານ ໜອງພູນໄຊ ເມືອງ ລ້ອງແຈ້ງ ແລະ ໂຄງການສົ່ງເສີມການປູກພືດອິນຊີ ໂດຍນຳໃຊ້ເຕັກໂນໂລຊີທາງຊີວະພາບແບບປະສົມປະສານໃນຂອບເຂດ 5 ເມືອງຂອງແຂວງ ໄຊສົມບູນ.

 

 

ຮຽບຮຽງຂ່າວ: ພຸດສະດີ