ນະຄອນຫຼວງກຽມຕິດຕັ້ງຮາວເຫຼັກກັ້ນຂອບທາງ ເຂດຕະຫຼາດເຊົ້າ

ນະຄອນຫຼວງກຽມຕິດຕັ້ງຮາວເຫຼັກກັ້ນຂອບທາງ ເຂດຕະຫຼາດເຊົ້າ ຕາມແຜນຈັດສັນຄວາມເປັນລະບຽບ

ໃນທ້າຍອາທິດທີ່ຜ່ານມາ, ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ, ໄດ້ເຊີນພາກສ່ວນທີ່ກ່ຽວຂ້ອງຕ່າງໆ ແລະ ຊາວຄ້າຂາຍທີ່ຢູ່ໃກ້ບໍລິເວນຕະຫຼາດເຊົ້າ, ເສັ້ນທາງຄູວຽງ, ເສັ້ນທາງໜອງບອນ ເພື່ອຮ່ວມກັນປຶກສາຫາລື ແລະ ໃຫ້ການຮ່ວມມືໃນການຕິດຕັ້ງຮາວເຫຼັກກັ້ນຂອບທາງຍ່າງຕາມສາຍທາງດັ່ງກ່າວ.

ທ່ານຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ກ່າວວ່າ: ກ່ອນໜ້ານີ້ການຕິດຕັ້ງຮາວດັ່ງກ່າວແມ່ນປະຊາຊົນ, ຊາວຄ້າຂາຍ ແລະ ຫ້າງຮ້ານຈຳນວນໜຶ່ງທີ່ຢູ່ໃນບໍລິເວນດັ່ງກ່າວບໍ່ເຫັນດີປານໃດ, ເພາະພວກເຂົາຄິດວ່າອາດຈະສົ່ງຜົນກະທົບຕໍ່ການຄ້າຂາຍ ແລະ ດຳເນີນທຸລະກິດຂອງເຂົາເຈົ້າ, ແຕ່ຜ່ານການລົງສຳຫຼວດຕົວຈິງຂອງພາກສ່ວນທີ່ກ່ຽວຂ້ອງ ແລ້ວເຫັນວ່າບໍ່ມີຜົນກະທົບແຕ່ຢ່າງໃດ, ພ້ອມທັງສາມາດແກ້ໄຂສະພາບການສັນຈອນແອອັດ, ການຈອດລົດຊະຊາຍ, ການຂ້າມທາງຍ່າງບໍ່ມີລະບຽບ ແລະ ສ້າງຄວາມບໍ່ຈົບງາມຂອງຕົວເມືອງນຳດ້ວຍ.

ທ່ານຫົວໜ້າພະແນກດັ່ງກ່າວ ໃຫ້ຮູ້ວ່າ: ຮາວເຫຼັກທີ່ຈະຕິດຕັ້ງນີ້ ສູງປະມານ 120 ຊັງຕີແມັດ ແລະ ໄດ້ກຳນົດ 2 ຈຸດ ຄື: ແຕ່ 4 ແຍກໄຟແດງແພດສາດຫາ 4 ແຍກໄຟແດງວັດທາດຝຸ່ນ ມີຄວາມຍາວ 500 ແມັດ,

1 COMMENT

  1. ໂຕນີ້ແມ່ນເຫັນດີທີ່ສຸດ ຖ່ສບໍ່ດັ້ງນັ້ນຍັງຈະສັບສົນ ແລະສັບສົນຂຶ້ນໄປເລື້ອຍໆຍ້ອນຄົນຈຳນວນໜຶ່ງຖືເບົາລະບຽບ ແຕ່ສຳຄັນຕ້ອງຕິດຕັ້ງລະບົບຄວາມປອດໄພຕື່ມ ເປັນຕົ້ນແມ່ນກ້ອງວົງຈອນ ເພື່ອຕິດຕາມຄົນບໍ່ດີທີ່ທຳລາຍຊັບສິນຂອງລັດ ດ້ວຍເຫດຜົນທີ່ວ່າ ລາວເຮົາຍັງບໍ່ທັນຄຸ້ມຄອງໄດ້ພວກທີ່ເມົາແລ້ວຂັບ ຂັບໄວ ປະໝາດ ຕຳເອົາຊັບສິນຂອງລັດເພພັງເສຍຫາຍແລ້ວໜີ

Comments are closed.